ເປັນອີກໜຶ່ງເລື່ອງລາວ ທີ່ຊ່ວໂຊຊຽວຂອງໄທເຂົ້າໄປສະແດງຄວາມຄິດເຫັນເປັນຈໍານວນຫຼາຍ ຫຼັງສະມາຊິກເຟສບຸກລາຍໜຶ່ງ ໄດ້ໂພສພາບພ້ອມຂໍ້ຄວາມໃນເພຈດັງໄວ້ ໂດຍເປັນເຫດການທີ່ຄົນຂ້າງເຮືອນ ໄດ້ກໍ່ສ້າງກໍາແພງ ແລະ ກໍ່ດິນສູງ ຈົນຈະກາຍຫຼັງຄາເຮືອນຂອງຜູ້ໂພສ ເຊິ່ງຜູ້ກ່ຽວໄດ້ໂພສຂໍໄອເດຍ ແລະ ແນວທາງແກ້ໄຂບັນຫາ.
ໂດຍຄົນຂ້າງເຮືອນ ໄດ້ຖົມດິນສູງເກີນຮົ້ວເກົ່າ ຈົນຜູ້ໂພສຕ້ອງໄດ້ຕໍ່ຮົ້ວສີແດງຂຶ້ນໄປເພື່ອກັນດິນຫຼົ່າລະຫວ່າງຖົມ ແຕ່ວ່າດິນຂອງຄົນຂ້າງເຮືອນກໍ່ສູງເກີນລະດັບຮົ້ວທີ່ຕໍ່ອີກ ສ່ວນຮົ້ວບ້ານເຂົາກໍ່ສູງເກີນຫຼັງຄາເຮືອນເຮົາ ຫັນດ້ານອິດບັອກມາຂີ້ລ້າຍຫຼາຍ ໝົດຄວາມສວຍງາມ ເລີຍຢາກຂໍໄແເດຍຈາກຊາວເນັດວ່າຄວນເຮັດແນວໃດດີໃຫ້ມັນສວຍງາມຂື້ນ.
ທັ້ງນີ້ໃສນຕອນທໍາອິດ ຜູ້ໂພສກໍ່ບໍ່ໄດ້ຄິດຫຍັງຫຼາຍ ແຕ່ພໍເຫັນຜະໜັງ ແລະ ດິນທີ່ຖົມສູງຂຶ້ນ ຈຶ່ງເລີ່ມຮູ້ສຶກແປກໃຈ ງົງຫຼາຍທີ່ຂ້າງເຮືອນຖົມດິນເອົາໄວ້ສູງຂະໜາດນີ້ ສູງຈົນເກືອບຈະເທົ່າເຮືອນຂອງຜູ້ໂພສເລື່ອງນີ້ໄວ້ເລີຍ
ເທົ່ານັ້ນຍັງບໍ່ພໍ ຈາກຂອບດິນທີ່ຖົມສູງເອົາໄວ້ ຍັງມີການສ້າງຜະໜັງກໍາແພງຕໍ່ຂຶ້ນໄປອີກດ້ວຍ ຕອນນີ້ສູງກາຍຫຼັງຄາເຮືອນໄປເປັນທີ່ຮຽບຮ້ອຍແລ້ວ ໝົດຫົນທາງທີ່ລົມຈະພັດຜ່ານເຂົ້າ-ອອກໄດ້ທັນທີ. ແຕ່ສິ່ງທີ່ໜ້າກັງວົນໃຈກໍ່ຄື ລາວຈະເຮັດແນວໃດກັບເຮືອນຂອງລາວ ຈາກທີ່ເຄີຍສວຍງາມສົດໃສ ມີລົມພັດຜ່ານມີແສງແດດເຂົ້າມາ ອຕ່ຕອນນີ້ກັບມີກໍາແພງສູງມາຕັ້ງກັ້ນໄວ້, ຍິ່ງໄປກວ່ານັ້ນ ຫາມີຟ້າລົມຝົນຕົກ ກໍາແພງກັ້ນດິນເອົາໄວ້ບໍ່ຢູ່ ເຮືອນຫຼັງນີ້ມີຫວັງບໍ່ລອດແນ່ນອນ.
ພາຍຫຼັງທີ່ໂພສດັ່ງກ່າວຖືກແຊອອກໄປກໍ່ມີຊາວເນັດເຂົ້າມາສະແດງຄວາມເຫັນເປັນຈໍານວນຫຼາຍ.