ສາເຫດ ການຂາດແຄນນ້ຳມັນແອັດຊັງໃນອາທິດທີ່ຜ່ານມາ

    0
    313

    ອີງຕາມໜັງສືພິມລາວພັດທະນາ ລາຍງານວ່າ: ໃນລະຫວ່າງທ້າຍອາທິດຜ່ານມາ ຫາ ຕົ້ນອາທິດນີ້ ຢູ່ໃນນະຄອນຫລວງວຽງຈັນ ແລະ ບາງແຂວງໃນທົ່ວປະເທດມີປາກົດການນໍ້າມັນແອັດຊັງຂາດປ້ຳຢູ່ຫລາຍແຫ່ງ ເຮັດໃຫ້ສັງຄົມສົງໄສ ແລະ ຢາກຮູ້ເຖິງສາເຫດຂອງການຂາດນ້ຳມັນດັ່ງກ່າວ.

    ຕໍ່ບັນປາກົດການດັ່ງກ່າວ ໄດ້ມີການສອບຖາມພາກສ່ວນທີ່ກ່ຽວຂ້ອງ ຂອງລັດວິສາຫະກິດນ້ຳມັນເຊື້ອໄຟລາວ ໃຫ້ຮູ້ວ່າ: ສະພາບນ້ຳມັນຂາດໃນບາງປ້ຳໃນນະຄອນຫລວງວຽງຈັນ ແມ່ນຍ້ອນຄວາມສາມາດນຳເຂົ້ານ້ຳມັນຂອງຫລາຍບໍລິສັດມີຂໍ້ຈຳກັດຫລາຍຢ່າງ ເປັນຕົ້ນແມ່ນການສະຫນອງເງິນຕາຂອງທະນາຄານ ບໍ່ພຽງພໍກັບຄວາມຕ້ອງໃນການສັ່ງຊື້ນໍ້າມັນ ບວກກັບລາຄານ້ຳມັນຕະຫລາດໂລກໄດ້ເພີ້ມຂຶ້ນຢ່າງຕໍ່ເນື່ອງເຮັດໃຫ້ຕົ້ນທຶນນຳເຂົ້າສູງກວ່າ ລາຄາທີ່ລັດຖະບານກຳນົດໄວ້ໃນໂຄງສ້າງລາຄານ້ຳມັນ(ຂາດທຶນ).

    ໃນສ່ວນ ລັດວິສາຫະກິດນ້ຳມັນເຊື້ອໄຟລາວ ແມ່ນກໍມີການນຳເຂົ້າໃນແຕ່ລະວັນຕາມປົກກະຕິ ແຕ່ມີຈຳນວນໜ້ອຍ ຕາມຄວາມສາມາດຊື້ໄດ້ ແລະ ກໍແບ່ງປັນໃຫ້ປ້ຳຕົວແບບ ແລະ ປ້ຳຕົວແທນຂອງຕົນເທົ່ານັ້ນໃນຈຳນວນຈຳກັດເຊັ່ນກັນ.ຖ້າສະພາບການຂາດແຄນເງິນຕາຂອງປະເທດເຮົາຍັງບໍ່ໄດ້ຮັບແກ້ໄຂບັນຫາການນໍ້າມັນຂາດໃນບາງຊ່ວງ, ບາງເຂດ, ບາງແຂວງ ຍັງຈະຍັງເກີດມີຢູ່ ແລະ ຄິດວ່າບັນຫານີ້ອາດເປັນໄລຍະສັ້ນໆເທົ່ານັ້ນ.

    LEAVE A REPLY

    Please enter your comment!
    Please enter your name here

    This site uses Akismet to reduce spam. Learn how your comment data is processed.