ລຽນມື້ຕິດ..!! ເສຍຊີວິດໃໝ່ຈາກພິດ ໂ ຄ ວິ ດ – 19 ເພີ່ມອີກ +3 ຄົນ ທີ່ນະຄອນຫຼວງ, ແຂວງວຽງຈັນ ແລະ ສະຫວັນນະເຂດ.

    0
    282

    ຕາມການຖະແຫຼງຂ່າວຂອງ ຄະນະສະເພາະກິດ ຄວບຄຸບພະຍາດ ໂ ຄ ວິ ດ – 1 9 ໃນວັນທີ 03 ພະຈິກ 2021 ໃຫ້ຮູ້ວ່າ: ໄດ້ກວດພົບຜູ້ຕິດເຊື້ອ ໂ ຄ ວິ ດ – 19 ເພີ່ມຂື້ນ +1062 ຄົນ (ກໍລະນີນຳເຂົ້າ 6 ຄົນ ແລະ ຕິດເຊື້ອພາຍໃນ 1056 ຄົນ) ແລະ ເສຍຊີວິດໃໝ່ +3 ກໍລະນີ.

    *ລາຍລະອຽດຜູ້ເສຍຊີວິດໃໝ່ 03 ຄົນ ມີດັ່ງນີ້:ຜູ້ທີ 1 : ເພດຊາຍ, ອາຍຸ 75 ປີ, ອາຊີບ: ປະຊາຊົນ, ບ້ານຢູ່ປະຈຸບັນ ບ້ານນາແພງ, ເມືອງທຸລະຄົມ, ແຂວງວຽງຈັນ
    ພະຍາດປະຈໍາຕົວ: ຄົນເຈັບເປັນອໍາມະພາດ, ບໍ່ໄດ້ສະຕິ, ຍ່າງບໍ່ໄດ້ 1 ປີ ແລ້ວ, ຮ່າງກາຍຈ່ອຍຜ່ອມ ຜ່ານມາບໍ່ໄດ້ຮັບການສັກຢາວັກຊີນກັນໂຄວິດ-19 ວັນທີ 31 ຕຸລາ 2021: ພັນລະຍາຂອງຜູ້ກ່ຽວ ອາຍຸ 65 ປີ ກວດພົບເຊື້ອ ວັນທີ 01 ພະຈິກ 2021: ລູກສາວ, ລູກເຂີຍ ແລະ ຫຼານຊາຍ ກວດພົບເຊື້ອໂຄວິດ-19 ເຊັ່ນກັນ ວັນທີ 02 ພະຈິກ 2021 ເວລາ 11:25 ໂມງ: ທີມງານແພດ ໄດ້ເກັບຕົວຢ່າງຜູ້ກ່ຽວ ແລະ ຜົນກວດແມ່ນພົບເຊື້ອ. ຜູ້ກ່ຽວ ບໍ່ຕອບສະໜອງ, ແທກຄວາມດັນເລືອດບໍ່ໄດ້ ແລະ ມາຮອດເວລາ 11:30 ໂມງ ຜູ້ກ່ຽວກໍເສຍຊີວິດ ຢູ່ເຮືອນຜູ້ກ່ຽວເອງ

    ຜູ້ທີ 2: ເປັນເພດຊາຍ, ອາຍຸ 69 ປີ, ອາຊິບ: ຊາວນາ, ບ້ານດົງເຫັນ, ເມືອງອາດສະພັງທອງ, ແຂວງສະຫວັນນະເຂດ. ພະຍາດປະຈໍາຕົວ: ເຄີຍເປັນພະຍາດ Ischemic Stroke ມາໄດ້ 4-5 ປີ +ຄວາມດັນເລືອດ + ພະຍາດເບົາຫວານ ໄດ້ຮັບການສັກຢາວັກຊີນຄົບ ວັນທີ 31 ຕຸລາ 2021: ມາກວດຢູ່ໂຮງໝໍແຂວງ ດ້ວຍອາການອິດເມື່ອຍ, ເຈັບຫົວ, ປວດຕາມຕົນໂຕ, ມືນຊາຕາມຕີນມື ເປັນມາໄດ້ 2-3 ວັນ ວັນທີ 01 ຕຸລາ 2021 ເກັບຕົວຢ່າງກວດ ແລະ ຜົນກວດແມ່ນພົບເຊື້ອ ຈຶ່ງຖືກນຳສົ່ງເຂົ້າມານອນປີ່ນປົວຢູ່ໂຮງໝໍພາກສະໜາມໄລຍະເວລານອນປີ່ນປົວຄົນເຈັບ ແຕ່ວັນທີ 31 ຕຸລາ-02 ພະຈິກ 2021 ລວມເປັນ 03 ມື້ມາຮອດເວລາ 2:40 ໂມງເຊົ້າຂອງວັນທີ 02 ພະຈິກ 2021: ຄົນເຈັບຢຸດຫາຍໃຈ, ຫົວໃຈຢຸດເຕັ້ນ, ບໍ່ຕອບສະຫນອງແລະ ຄົນເຈັບໄດ້ເສຍຊີວິດ

    ຜູ້ທີ 3: ເພດຊາຍ, ອາຍຸ 43 ປີ, ອາຊີບ: ປະຊາຊົນ, ສັນຊາດ: ຫວຽດນາມ, ບ້ານຢູ່ປະຈຸບັນ: ໜອງທາ, ເມືອງຈັນທະບູລີ, ນະຄອນຫລວງວຽງຈັນ ພະຍາດປະຈໍາຕົວ: ເປັນພະຍາດເບົາຫວານ ແລະ ຄວາມດັນເລືອດສູງວັນທີ 01 ພະຈິກ 2021: ເຂົ້າມາກວດຢູ່ໂຮງໝໍ 103 ດ້ວຍອາການໄຂ້, ໄອ, ອິດເມືອຍ ແລະ ຖ່າຍເປັນນໍ້າ ພ້ອມທັງເກັບຕົວຢ່າງມາກວດພະຍາດໂຄວິດ-19 ແລະ ໃຫ້ຜົນບວກ ໄລຍະເວລານອນປີ່ນປົວຄົນເຈັບ ແຕ່ວັນທີ 01-02 ພະຈິກ 2021 ລວມເປັນ 02 ມື້ ມາຮອດເວລາ 5:30 ໂມງຂອງວັນທີ 02 ພະຈິກ 2021: ຄົນເຈັບໄດ້ເສຍຊີວິດ

    ພາບປະກອບຂ່າວລາຍງານຜູ້ຕິດເຊື້ອມື້ນີ້ຖືໄດ້ວ່າ ເປັນການຕິດເຊື້ອທີ່ສູງທີ່ສຸດຕໍ່ມື້ຂອງ ສປປ ລາວ. ເຮັດໃຫ້ມາຮອດວັນທີ 03 ພະຈິກ 2021 ຕົວເລກຜູ້ຕິດເຊື້ອສະສົມ ພະຍາດ ໂ ຄ ວິ ດ – 19 ຢູ່ ສປປ ລາວ 42,891 ຄົນ, ເສຍຊີວິດສະສົມ 73ຄົນ (ໃໝ່ 03), ປິ່ນປົວຫາຍດີ ແລະ ກັບບ້ານໃນມື້ວານ ມີ 384 ຄົນ, (ສຳຫຼັບລາຍລະອຽດຜູ້ເສຍຊີວິດ ຈະລາຍງານເພີ່ມຕື່ມ ພາຍຫຼັງ)

    LEAVE A REPLY

    Please enter your comment!
    Please enter your name here

    This site uses Akismet to reduce spam. Learn how your comment data is processed.