ໜັກ! ສະຖິຕິໃໝ່ ຕິດ ເ ຊ ື ້ ອ ໂ ຄ ວ ິ ດ ໃນລາວ ມື້ດຽວທະລຸ 1.062 ຄົນ, ມີສະຕິເດີ້ທຸກຄົນ

    0
    346

    ໜັກໜ້າໄປເລື້ອຍໆ ມື້ນີ້ 3 ພະຈິກ 2021 ລາຍງານຜູ້ຕິດເຊື້ອມື້ວານ ລາວພົບຜູ້ຕິດເຊື້ອໃໝ່ ສະຖິຕິໃໝ່ສູງເຖິງ 1062 ຄົນ, ນໍາເຂົ້າ 9 ຄົນ, ພາຍໃນ 1053 ຄົນ, ເສຍຊີວິດ 3 ຄົນ

    ທ່ານ ດຣ ບົວຜັນ ຄໍາພາພົງຜ່ານ ຮອງຫົວໜ້າສູນລະບາດ ວິທະຍາ, ກະຊວງສາທາລະນະສຸກ ລາຍການສະຖານະການໂຄວິດ 19 ວ່າ ວັນທີ 2 ພະຈິກ 2021, ທົ່ວປະເທດ ໄດ້ເກັບຕົວຢ່າງມາກວດຊອກຫາເຊື້ອ COVID-19 ທັງໝົດ 6.602 ຕົວຢ່າງ, ໜັກມື້ນີ້ 3 ພະຈິກ 2021 ລາຍງານຜູ້ຕິດເຊື້ອມື້ວານ ລາວພົບຜູ້ຕິດເຊື້ອໃໝ່ ສະຖິຕິໃໝ່ສູງເຖິງ 1062 ຄົນ, ນໍາເຂົ້າ 9 ຄົນ ຈາກແຂວງ ໄຊຍະບູລີ 5 ຄົນ, ນະຄອນຫຼວງວຽງຈັນ 3 ຄົນ ແລະ 1 ຄົນຈາກແຂວງຈໍາປາສັກ, ຕິດເຊື້ອພາຍໃນ 1.053 ຄົນ, ເສຍຊີວິດ 3 ຄົນ (ນະຄອນຫຼວງວຽງຈັນ 1, ວຽງຈັນ 1 ຄົນ ແລະ ສະຫວັນນະເຂດ 1 ຄົນ)

    ໃນນັ້ນະນະຄອນຫຼວງວຽງຈັນ ມີ 517 ຄົນ, ຫຼວງນໍ້າທາ 130 ຄົນ, ຫຼວງພະບາງ 122 ຄົນ, ວຽງຈັນ 100 ຄົນ, ບໍ່ແກ້ວ 53 ຄົນ, ຈໍາປາສັກ 26 ຄົນ, ອຸດົມໄຊ 24, ຄໍາມ່ວນ 20 ຄົນ, ສະຫວັນນະເຂດ 20 ຄົນ, ເຊກອງ 18, ໄຊສົມບູນ 13 ຄົນ, ສາລະວັນ 5 ແລະ ຊຽງຂວາງ 1 ຄົນ

    ຍອດຜູ້ຕິດເຊື້ອສະສົມ 42.891 ຄົນ, ເສຍຊີວິດສະສົມ 73 ຄົນ (ໃໝ່ 3 ຄົນ), ປິ່ນປົວຫາຍດີມື້ວານ 384, ກໍາລັງປິ່ນປົວຢູ່ 7864 ຄົນ

    LEAVE A REPLY

    Please enter your comment!
    Please enter your name here

    This site uses Akismet to reduce spam. Learn how your comment data is processed.