ຄູພາສາຈີນປີນີ້ ທາງສະຖາບັນຂົງຈື້ເສັງແບບອອນລາຍ

    0
    695

    ຈົນຮອດປະຈຸບັນ ຍັງບໍ່ມີສະຖາບັນການສຶກສາໃດໄດ້ເປີດການສອບເສັງເຂົ້າຮຽນວິຊາຊີບເທື່ອ ແຕ່ການສຶກສາຕ້ອງເດີນໄປໜ້າເພື່ອບຸກຄະລາກອນທີ່ມີຄຸນນະພາບໃນອະນາຄົດ ສະນັ້ນ ຕອນນີ້ບາງສະຖາບັນຕ້ອງຄົ້ນຄວ້າຈັດການສອບເສັງແບບອອນລາຍ ເພື່ອຫຼີກລຽງການມາເສັງລວມກັນອັນຈະນຳໄປສູ່ຄວາມສ່ຽງໃນການຕິດເຊື້ອໂຄວິດ-19 ລວມທັງສະຖາບັນຈົງຈື້ກໍ່ຕ້ອງຈັດການເສັງອອນລາຍສຳລັບການເສັງຄັດເລືອກຜູ້ເຂົ້າຮຽນຄູພາສາຈີນ.

    ເຊິ່ງສະຖາບັນຂົງຈື້ໄດ້ຈັດການເສັງຄັດເລືອກເອົານັກຮຽນເຂົ້າຮຽນສາຂາຄູພາສາຈີນໃນວັນທີ 22-23 ຕຸລາ 2021 ຜ່ານມາເປັນຄັ້ງທຳອິດ ໂດຍລົງຕິດຕາມການສອບເສັງຂອງທ່ານ ຮສ. ປອ ຮຸ່ງເພັດ ຈັນທະວົງ ຮອງອະທິການບໍດີ ມະຫາວິທະຍາໄລແຫ່ງຊາດ, ທ່ານ ຮສ.ດຣ ຄຳຜົງ ນາມມະວົງມີໄຊ ຮອງອະທິການບໍດີມະຫາວິທະຍາໄລແຫ່ງຊາດ, ຜູ້ຊີ້ນຳວຽກງານວິຊາການ, ທ່ານ ຄຳຮຸ່ງ ຈັນທະວົງ ຮັກສາການຜູ້ອຳນວຍການສະຖາບັນຂົງຈື້ຝ່າຍລາວ, ທ່ານ ໂຫຼລິງ ຜູ້ອຳນວຍການສະຖາບັນຂົງຈື້ຝ່າຍຈີນ ພ້ອມດ້ວຍຄະນະກຳມະການຮັບຜິດຊອບການສອບເສັງຜ່ານທາງລະບົບອອນລາຍ ແລະ ນັກສຶກສາເຂົ້າຮ່ວມສອບທາງອອນລາຍ.

    ສໍາລັບການສອບເສັງຄັ້ງນີ້ ມີ 2 ຫົວບົດຄື: ຫົວບົດທີ 1 ພາກເຊົ້າສອບເສັງ ວິຊາຄະນິດສາດ,ພາສາ-ວັນນະຄະດີ, ພູມີສາດ ແລະ ປະຫວັດສາດ. ຫົວບົດທີ 2 ພາກບ່າຍສອບເສັງ: ວິຊາພາສາຈີນ ແລະ ພາສາອັງກິດ.

    ໂດຍມີນັກສຶກສາສະໝັກເຂົ້າສອບເສັງທັງໝົດ 228 ຄົນ, ມີໜ້າສອບເສັງຕົວຈິງ 192 ຄົນ, ແບ່ງອອກເປັນຫ້ອງສອບເສັງ (ອອນລາຍ) 12 ຫ້ອງ, ແຕ່ລະຫ້ອງບໍ່ເກີນ 20 ຄົນ ແລະ ມີອາຈານຕິດຕາມຍາມຫ້ອງເສັງ 2 ຄົນ/ຫ້ອງ. ສ່ວນວັນທີ 23 ຕຸລາ 2021 ແມ່ນພາກສໍາພາດ (ຜ່ານອອນລາຍ) ເຊິ່ງສໍາພາດເປັນພາສາຈີນ ພ້ອມທັງສໍາພາດໂດຍອາຈານຄົນຈີນ.

    ທັງນີ້ ກໍແມ່ນເພື່ອຮັບປະກັນໃຫ້ການຄັດເລືອກນັກສຶກສາມີຄຸນນະພາບ. ໂດຍຈະໄດ້ຄັດເລືອກເອົາຕາມໂກຕ້າທີ່ກະຊວງສຶກສາທິການ ແລະ ກິລາ ອະນຸມັດໃຫ້ 90 ຄົນ. ຂະນະທີ່ ການຮຽນການສອນຄາດວ່າຈະເປີດໃນໄລຍະກາງ ຫຼື ທ້າຍເດືອນພະຈິກ 2021ນີ້.

    LEAVE A REPLY

    Please enter your comment!
    Please enter your name here

    This site uses Akismet to reduce spam. Learn how your comment data is processed.