ຄາດຄະເນສະພາບອາກາດ ໃນໄລຍະວັນທີ 01 ຫາ 07 ພະຈິກ 2021: ໃນໄລຍະວັນທີ່ 01 ຫາ 07 ພະຈິກ 2021 ບໍລິເວນຄວາມກົດດັນອາກາດສູງຂອງອາກາດຫນາວເຢັນຈາກປະ ເທດຈີນຈະແຜ່ລົງມາປົກຄຸມຢູ່ເຂດພາກເຫນືອ ແລະ ພາກກາງ ຂອງປະເທດລາວ ດ້ວຍກໍາລັງປານກາງ, ສົມທົບກັບ ກະແສລົມຕາເວັນອອກ – ຕາເວັນອອກສ່ຽງເຫນືອ ພັດປົກຄຸມເປັນສ່ວນໃຫຍ່, ຊື່ງຈະເຮັດໃຫ້ອາກາດເຢັນໃນຕອນ ເຊົ້າ ແລະ ມີຝົນຕົກໃນລະດັບຄ່ອຍຢູ່ບາງທ້ອງຖິ່ນໃນແຕ່ລະພາກ ແລະ ສະເພາະຢູ່ແຂວງພາກເຫນືອດ້ານຕາເວັນອອກ, ແຂວງໄຊສົມບູນ ແລະ ເຂດພູພຽງບໍລະເວນ ອາກາດຫນາວເຢັນ ພ້ອມມີຫມອກບາງປົກຫຸ້ມໃນຕອນເຊົ້າ.
ຄາດຄະເນສະພາບອາກາດ ໃນແຕ່ລະພາກດັ່ງລຸ່ມນີ້:ພາກເຫນືອດ້ານຕາເວັນອອກ: ໃນຫນຶ່ງອາທິດຕໍ່ຫນ້າ ອາກາດເຢັນ ຫາ ຫນາວເຢັນ ພ້ອມມີຫມອກບາງປົກຫຸ້ມໃນຕອນເຊົ້າ ແລະ ຈະມີຝົນຕົກໃນລະດັບຄ່ອຍຢູ່ບາງທ້ອງຖິ່ນເລັກນ້ອຍ ແລະ ມີລົມພັດແຮງເປັນບາງໂອກາດ ແຂວງ ຜົ້ງສາລີ, ຫົວພັນ ແລະ ຊຽງຂວາງ ອຸນຫະພູມຕໍ່າສຸດ 12 – 14 ອົງສາ ແລະ ສູງສຸດ 24 – 26 ອົງສາ.ພາກກາງ: ໃນຫນຶ່ງອາທິດຕໍ່ຫນ້າ ອາກາດເຢັນໃນຕອນເຊົ້າ, ຈະມີຝົນຕົກຄ່ອຍ ພ້ອມມີລົມພັດແຮງຢູ່ບາງທ້ອງຖີ່ນ ແຂວງວຽງຈັນ, ບໍລິຄໍາໄຊ, ຄໍາມ່ວນ ແລະ ສະຫວັນນະເຂດ ອຸນຫະພູມຕໍ່າສຸດ 20 – 22 ອົງສາ ແລະ ສູງສຸດ 31 – 33 ອົງສາ.
ພາກໃຕ້: ໃນຫນຶ່ງອາທິດຕໍ່ຫນ້າ, ອາກາດເຢັນໃນຕອນເຊົ້າ ແລະ ຈະມີຝົນຕົກໃນລະດັບຄ່ອຍ ຢູ່ບາງທ້ອງຖິ່ນ ແຂວງ ສາລະວັນ, ຈໍາປາສັກ, ເຊກອງ ແລະ ອັດຕະປື ອຸນຫະພູມຕ່ໍາສູດ 20 – 22 ອົງສາ ແລະ ສູງສຸດ 31 – 33 ອົງສາ.ນະຄອນຫຼວງວຽງຈັນ: ໃນຫນຶ່ງອາທິດຕໍ່ຫນ້າ, ອາກາດເຢັນໃນຕອນເຊົ້າ, ຈະມີຝົນຕົກເລັກນ້ອຍ ພ້ອມມີລົມພັດແຮງ ເປັນບາງ ໂອກາດຢູ່ບາງບໍລິເວນ ອຸນຫະພູມຕໍ່າສຸດ 19 – 21 ອົງສາ ແລະ ສູງສຸດ 30 – 33 ອົງສາ.