ເຮັດແທ້…!! ອຸດົມໄຊ ແຈ້ງການຍົກລະດັບການປະຕິບັດມາດຕະການປ້ອງກັນ ໂ ຄ ວິ ດ – 19 ໄລຍະວັນທີ 1-14 ພະຈິກ 2021.

    0
    501

    ໃນໄລຍະວັນທີ 27-30 ຕຸລາ 2021 ຜ່ານມານີ້ ໄດ້ເກີດມີການແຜ່ລະບາດຂອງພະຍາດ ໂ ຄ ວິ ດ – 19 ຢູ່ຊຸມຊົນພາຍໃນແຂວງອຸດົມໄຊ ໂດຍສະເພາະແມ່ນເຂດເທດສະບານເມືອງໄຊ ເຊິ່ງໄດ້ກວດພົບຜູ້ຕິດເຊື້ອເປັນຈໍານວນຫຼາຍ ແລະ ມີຄວາມສ່ຽງສູງທີ່ຈະຂະຫຍາຍເປັນວົງກວ້າງ. ດັ່ງນັ້ນ, ເພື່ອເຮັດໃຫ້ການປ້ອງກັນ, ຄວບຄຸມ ແລະ ແກ້ໄຂການລະບາດຂອງພະຍາດພະຍາດ ໂ ຄ ວິ ດ – 19 ມີຜົນສໍາເລັດ ທັງຮັບປະກັນບໍ່ໃຫ້ແຜ່ຂະຫຍາຍເປັນວົງກວ້າງ ແລະ ເຖິງຂັ້ນທີ່ຮ້າຍແຮງ, ເຈົ້າແຂວງໆອຸດົມໄຊ ຈຶ່ງອອກຄໍາສັ່ງ ເພື່ອຍົກລະດັບການປະຕິບັດມາດຕະການປ້ອງກັນ, ຄວບຄຸມ ແລະ ແກ້ໄຂ ດັ່ງນີ້:

    1. ມາດຕະການປິດການເດີນທາງ ແລະ ການເຄື່ອນໄຫວຕ່າງໆ.1.1 ໃຫ້ປິດການສັນຈອນໃນເທດສະບານເມືອງໄຊ: ໃຫ້ປິດໃນພື້ນທີ່ເທດສະບານເມືອງໄຊ ເຊິ່ງເລີ່ມແຕ່ຈຸດໃຈກາງເທດສະບານເມືອງໄຊຮອດ: ສາມແຍກຫຼັກ 4 ທາງໄປເມືອງນາຫມໍ້, 4 ແຍກບ້ານນາແສນຄໍາ ທາງໄປຍ່າງຫີນ, ຈຸດສາມແຍກນາແລ, ຈຸດ 4 ແຍກຫ້ວຍຂຸມ, ຈຸດສາມແຍກບ້ານແຟນ ທາງໄປຕາດນ້ໍາກັດ ແລະ ຈຸດປ້ໍານ້ໍາມັນຫຼັກ 5 ທາງໄປເມືອງຫຼາ. ຫ້າມພົນລະເມືອງຕ່າງແຂວງ ຫຼື ນອກເທດສະບານເມືອງໄຊ ເດີນທາງເຂົ້າເທດສະບານເມືອງໄຊ ຍົກ ເວັ້ນກໍລະນີຈໍາເປັນ ເຊັ່ນ: ການເຄື່ອນໄຫວຂອງເຈົ້າຫນ້າທີ່ ປກຊ-ປກສ, ແພດຫມໍ, ການເຄື່ອນໄຫວທາງລັດ ຖະການ, ການຂົນສົ່ງສິນຄ້າທີ່ຈໍາເປັນ ຫຼື ໄດ້ຮັບອະນຸຍາດຈາກຄະນະສະເພາະກິດ ແລະ ການໄປຜະລິດ ກະສິກໍາ ຫຼື ອອກແຮງງານຂອງປະຊາຊົນເທົ່ານັ້ນ, ໃຫ້ປິດການສັນຈອນໄປ-ມາ ຕາມເສັ້ນທາງພາຍໃນ ເທດສະບານເມືອງໄຊ ເລີ່ມແຕ່ເວລາ 21:00 ໂມງ ຫາ 6:00 ໂມງເຊົ້າ.

    1.2 ສໍາລັບຂອບເຂດເທດສະບານເມືອງໄຊ: ຫ້າມພົນລະເມືອງທຸກຄົນຂອງແຕ່ລະຄອບຄົວ ອອກຈາກເຮືອນ ຫຼື ທີ່ພັກອາໄສ ຍົກເວັ້ນກໍລະນີຈໍາ ເປັນເຊັ່ນ: ໄປຮ່ວມງານສົ່ງສະການ, ການໄປປິ່ນປົວສຸຂະພາບ, ໄປຊື້-ຂາຍ ເຄື່ອງກິນຢູ່ຕະຫຼາດສົດ ແລະ ການໄປຜະລິດກະສິກໍາ ຫຼື ໄປອອກແຮງງານ ຂອງປະຊາຊົນ ແລະ ການເຄື່ອນໄຫວຂອງເຈົ້າຫນ້າທີ່ ປກຊປກສ, ແພດຫມໍ, ທາງລັດຖະການ, ການຂົນສົ່ງສິນຄ້າທີ່ຈໍາເປັນເທົ່ານັ້ນ.ໃຫ້ສືບຕໍ່ເຂັ້ມງວດປິດກິດຈະການຕ່າງໆ ຄື: ສະຖານທີ່ບັນເທີງທຸກປະເພດ, ຮ້ານກິນ-ດື່ມ, ສວນ ອາຫານ, ສະຖານທີ່ທ່ອງທ່ຽວ, ຮ້ານຂາຍເຄື່ອງຍ່ອຍທົ່ວໄປ, ຮ້ານເສື້ອຜ້າ, ຮ້ານນວດ, ຮ້ານເສີມສວຍ, ຮ້ານຕັດຜົມ, ຮ້ານຂາຍເຄື່ອງກໍ່ສ້າງ, ສະຖາບັນການສຶກສາທຸກຊັ້ນ-ທຸກປະເພດ, ສະຖານທີ່ອອກກໍາລັງ ກາຍ-ຫຼິ້ນກິລາໃນຮົ່ມ ແລະ ກາງແຈ້ງ, ໂຮງແຮມ ຫຼື ບ້ານພັກທີ່ບໍ່ແມ່ນຈຸດກັກກັນ ຫຼື ປິ່ນປົວພະຍາດໂຄ ວິດ-19, ໂຮງຈັກ-ໂຮງງານຕ່າງໆ ແລະ ບັນດາກິດຈະການອື່ນໆ ທີ່ບໍ່ເປັນຜົນກະທົບໂດຍກົງຕໍ່ການດໍາລົງຊີ ວິດປະຈໍາວັນຂອງປະຊາຊົນ.– ບັນດາກິດຈະການທີ່ອະນຸຍາດໃຫ້ເຄື່ອນໄຫວໄດ້ປະກອບມີ: ຕະຫຼາດສົດ, ຮ້ານມີນີມາກ ຫຼື ຮ້ານ ຄ້າຂາຍເຄື່ອງບໍລິໂພກທີ່ຈໍາເປັນ, ປ້ໍານ້ໍາມັນ, ຮ້ານຂາຍຢາ, ຄຣີນິກ, ຮ້ານສ້ອມແປງລົດ, ໂຮງງານນ້ໍາດື່ມ, ສໍາລັບຮ້ານອາຫານ ແມ່ນບໍ່ໃຫ້ນັ່ງກິນກັບທີ່, ທຸກການບໍລິການຂອງບັນດາກິດຈະການຕ້ອງໄດ້ປະຕິບັດມາດ ຕະການປ້ອງກັນພະຍາດພະຍາດ ໂ ຄ ວິ ດ – 19 ຢ່າງເຂັ້ມງວດ.

    2. ມາດຕະການຈັດຕັ້ງປະຕິບັດ:2.1 ມອບໃຫ້ພະແນກສາທາລະນະສຸກແຂວງ, ຫ້ອງການສາທາລະນະສຸກເມືອງ, ໂຮງຫມໍ ແລະ ສູນ ປິ່ນປົວ ເອົາໃຈໃສ່ປິ່ນປົວ-ເບິ່ງແຍງຜູ້ຕິດເຊື້ອຢ່າງໃກ້ຊິດ, ພ້ອມທັງເລັ່ງເກັບຕົວຢ່າງຜູ້ສໍາຜັດມາວິເຄາະຫາ ເຊື້ອໃຫ້ສໍາເລັດໂດຍໄວ ເພື່ອແຈ້ງໃຫ້ສັງຄົມຮັບຮູ້.2.2 ມອບໃຫ້ເຈົ້າຫນ້າທີ່ ປກຊ-ປກສ ແຂວງ ຈັດວາງກໍາລັງ ເພື່ອລາດຕະເວນ ແລະ ຕັ້ງຈຸດກວດກາ ຕາມຈຸດສໍາຄັນຕ່າງໆ ໃນເທດສະບານເມືອງໄຊຢ່າງເຂັ້ມງວດ ແລະ ເພີ່ມທະວີການກວດກາ, ກັ່ນຕອງຄົນ ເຂົ້າ-ອອກ ຢູ່ເຂດເຊື່ອມຕໍ່ກັບບັນດາແຂວງໃຫ້ເຂັ້ມງວດກ່ວາເກົ່າ.2.3 ມອບໃຫ້ທ່ານເຈົ້າເມືອງໆໄຊ ເອົາໃຈໃສ່ຕິດຕາມ, ຊຸກຍູ້, ຊີ້ນໍາ-ນໍາພາ ແລະ ກວດກາ ການຈັດ ຕັ້ງເວນຍາມຢູ່ຈຸດສໍາຄັນຕ່າງໆຂອງແຕ່ລະບ້ານ, ແຕ່ລະຄຸ້ມ, ທາງເຊື່ອມຕໍ່, ທາງຊອຍ, ທາງຮ່ອມ ແລະ ເຝົ້າລະວັງຢ່າງໃກ້ສິດ, ຖ້າຢູ່ບ້ານ, ເຂດຊຸມຊົນ ຫຼື ກົມກອງໃດ ຫາກເກີດມີຜູ້ຕິດເຊື້ອ ກໍ່ໃຫ້ຍົກລະດັບ ມາດການປ້ອງກັນ, ຄວບຄຸມ ແລະ ແກ້ໄຂຢ່າງເຫມາະສົມ ແລະ ທັນເວລາ.


    2.4 ໃຫ້ພະນັກງານ-ລັດຖະກອນຂອງແຂວງ ແລະ ເມືອງໄຊ ຈັດຕາຕະລາງຜັດປ່ຽນກັນມາປະຈໍາ ການ ເພື່ອແກ້ໄຂວຽກງານໃຫ້ດໍາເນີນເປັນປົກກະຕິ ໂດຍຮັກສາໄລຍະຫ່າງ ແລະ ປະຕິບັດມາດຕະການ ປ້ອງກັນຢ່າງເຂັ້ມງວດ, ນອກນັ້ນ ແມ່ນໃຫ້ເຮັດວຽກຢູ່ເຮືອນ.2.5 ມອບໃຫ້ທ່ານເຈົ້າເມືອງ 5 ເມືອງ ສືບຕໍ່ຊີ້ນໍາ-ນໍາພາ ກວດກາ ແລະ ກັ່ນຕອງຄົນເຂົ້າ-ອອກ ເມືອງຂອງຕົນເອງໃຫ້ເຂັ້ມງວດກ່ວາເກົ່າ.2.6 ມອບໃຫ້ພະແນກຖະແຫຼງຂ່າວ, ວັດທະນະທໍາ ແລະ ທ່ອງທ່ຽວ ແລະ ຊາວຫນຸ່ມແຂວງ ເພີ່ມ ທະວີການໂຄສະນາ-ເຜີຍແຜ່ຂໍ້ມູນຂ່າວສານ ທີ່ເປັນທາງການ ກ່ຽວກັບການຈັດຕັ້ງປະຕິບັດມາດຕະການ ປ້ອງກັນ, ຄວບຄຸມ ແລະ ແກ້ໄຂການລະບາດຂອງພະຍາດພະຍາດ ໂ ຄ ວິ ດ – 19 ຢ່າງຕໍ່ເນື່ອງ ແລະ ກ້ວາງຂວາງ, ພ້ອມນັ້ນ ໃຫ້ທຸກພາກສ່ວນ ຕ້ອງເປັນເຈົ້າການໂຄສະນາອົບຮົມ, ຕັກເຕືອນ, ສັ່ງສອນ ແລະ ຄຸ້ມຄອງການເຄື່ອນໄຫວຂອງບັນດາສະມາຊິກທີ່ຢູ່ໃນຂອບເຂດຄວາມຮັບຜິດຊອບຂອງຕົນໃຫ້ເຂັ້ມງວດ.


    2.7 ຕໍ່ກັບຜູ້ຕິດເຊື້ອພະຍາດ ໂ ຄ ວິ ດ – 19 ຕ້ອງເອົາໃຈໃສ່ປິ່ນປົວຮັກສາຕົນເອງຕາມຫຼັກການປິ່ນປົວ ທີ່ແພດຫມໍກໍານົດ; ຕໍ່ກັບຜູ້ທີ່ໄດ້ສໍາພັດກັບຜູ້ຕິດເຊື້ອ, ຜູ້ທີ່ມີຄວາມສ່ຽງ ແລະ ຜູ້ທີ່ມີອາການເຈັບເປັນ ທີ່ ຄ້າຍຄືກັບພະຍາດ ໂ ຄ ວິ ດ – 19 ໃຫ້ຕື່ນຕົວກັກຕົວເອງຢູ່ເຮືອນ ຫຼື ສະຖານທີ່ກັກກັນທີ່ລັດກໍານົດ ພ້ອມທັງ ປະສານງານຫາແພດຫມໍ ເພື່ອໄປເກັບຕົວຢ່າງກວດກາເຊື້ອພະຍາດ ຢູ່ທີ່ໂຮງຫມໍ ຫຼື ສະຖານທີ່ກໍານົດໃຫ້ທັນ ເວລາ.2.8 ຕໍ່ກັບຜູ້ລະເມີດຄໍາສັ່ງສະບັບນີ້ ໃຫ້ເຈົ້າຫນ້າທີ່ ປກສ ປະຕິບັດຕາມມາດຕະການທາງບໍລິຫານ ຄວບຄູ່ກັບມາດຕະການທາງກົດຫມາຍ, ພ້ອມທັງດໍາເນີນການປັບໃຫມຕາມແຈ້ງການຂອງຫ້ອງວ່າການແຂວງ ສະບັບເລກທີ 1084/ຫວຂ, ລົງວັນທີ 25 ກັນຍາ 2021.2.9 ໃນການຈັດຕັ້ງປະຕິບັດຄໍາສັ່ງສະບັບນີ້, ຫາກມີຈຸດໃດບໍ່ທັນລະອຽດຈະແຈ້ງ ແມ່ນມອບໃຫ້ບັນ ດາຂະແຫນງການ, ອົງການ ແລະ ເມືອງ ກໍ່ຄືພາກສ່ວນກ່ຽວຂ້ອງອອກແຈ້ງການ ຫຼື ຄໍາແນະນໍາເພີ່ມເຕີມ ແລະ ນໍາພາແກ້ໄຂຕາມພາລະບົດບາດ, ຂອບເຂດສິດ ແລະ ຄວາມຮັບຜິດຊອບເປັນໄລຍະ ແລະ ກໍລະນີ.
    2.10 ຄໍາສັ່ງສະບັບນີ້ ມີຜົນສັກສິດ ແລະ ເລີ່ມຈັດຕັ້ງປະຕິບັດນັບແຕ່ເວລາ 6:00 ໂມງ ຂອງວັນທີ 01 ເຖີງວັນທີ 14 ພະຈິກ 2021, ຫຼັງຈາກນັ້ນ ຄະນະສະເພາະກິດຂັ້ນແຂວງ ຈະໄດ້ປະເມີນຄືນໃຫມ່ ເພື່ອ ອອກແຈ້ງການ ຫຼື ຄໍາສັ່ງ ໃນການຈັດຕັ້ງປະຕິບັດໄລຍະຕໍ່ໄປຕາມສະພາບຕົວຈິງ.

    LEAVE A REPLY

    Please enter your comment!
    Please enter your name here

    This site uses Akismet to reduce spam. Learn how your comment data is processed.