ເກັ່ງຫຼາຍສາວນີ້! ຕັ້ງໃຈອອມເງິນຢອດໂຕໝູ ຜ່ານໄປ 10ເດືອນ ທຸກປຸກອອມໄດ້ 100ກວ່າລ້ານ

    0
    823

    ກະແສການຂາຍເຄື່ອງອອນລາຍຕອນນີ້ ເອີ້ນໄດ້ວ່າມາແຮງອີຫຼີ ບໍ່ວ່າໃຜກໍ່ຫັນມາເລັງຕະຫຼາດອອນລາຍ ເພາະຊື້ງ່າຍຂາຍງ່າຍ ສະດວກວ່ອງໄວ ປະຢັດເວລາ ເຊິ່ງອາຊີບກໍ່ສ້າງເງິນໃຫ້ຄົນໄດ້ຮັ່ງມີສີສຸກມາແລ້ວບໍ່ໜ້ອຍ.

    ເຖິງຊິບໍ່ຮັ່ງມີລົ້ນຟ້າ ແຕ່ກໍ່ເຮັດໃຫ້ມີຢູ່ມີກິນ ກຸ້ມຄອບຄົວຢູ່ບໍ່ໜ້ອຍ  ແຕ່ທັງນີ້ທັງນັ້ນ ກໍ່ບໍ່ໄດ້ໝາຍຄວາມ ໃຜທີ່ມາຈັບທຸລະກິດອອນລາຍປຸບ ຈະລວຍ ແລະ ມີເງິນປັບ ແຕີທຸກຢ່າງມັນຕ້ອງໃຊ້ເວລາ ບວກກັບຄວາມອົດທົນສູ້ຊົນພະຍາຍາມ.

    ດັ່ງສາວຄົນນີ້ ຂາຍເຄື່ອງອອນລາຍ ອົດອອມລົ້ມລຸກຄຸກຄານ ຫາເງິນທາງອອນລາຍ ຈົນສາມາດສ້າງລາຍໄດ້ໃຫ້ຕົນເອງເປັນກອບເປັນກໍາ, ຫຼ້າສຸດ ອອມເງິນໃສ່ກະປຸກອອກໂຕໝູ ທຸບອອກໄດ້ເປັນ 100ລ້ານ.

    ໂດຍຜູ້ກ່ຽວໄດ້ໂພສພາບພ້ອມຂໍ້ຄວາມກ່ຽວກັບເງິນກ້ອນນີ້ໄວ້ວ່າ: ອັບໄວ້ເປັນແຮງບັນດານໃຈໃຫ້ໂຕເອງແລະນ້ອງໆທີ່ກຳລັງເລີ່ມຕົ້ນ
    10ເດືອນ155.480.000ກີບ ກຳໄລຈາກການຂາຍເຄື່ອງ, ລົ້ມລຸກຄຸກຄານຄ່ອຍເກັບຄ່ອຍໂຮມເອົາດີ້ນລົນເຮັດສຸດຄວາມສາມາດຫາທຸກວິທີທາງ.

    ມີກະປ່ອນບໍ່ມີກະບໍ່ປ່ອນ ຊ່ວງໂຄວີດໄດ້ສໍ່ານີ້ກະຄືພູມໃຈສຸດໆເລີຍ… ເຊິ່ງສາວຄົນນີ້ຍັງມີຂໍ້ຄວາມໃຫ້ທຸກຄົນໄດ້ຄິດອີກວ່າ ບໍ່ເລີ່ມເຮັດຫາເກັບໂຮມໃນມື້ນີ້ເຮົາຈະເລີ່ມຕົ້ນໃນມື້ໃດ? ອານາຄົດມັນບໍ່ແນ່ນອນລົ້ມແຕ່ອາຍຸຍັງນ້ອຍມີໂອກາດແລະເລີ່ມໃໝ່ໄດ້ອີກ ຂອບໃຈທຸກຄົນທີ່ເອັນດູແມ່ຄ້າຄົນນີ້ເດີ.

    ເອີ້ນໄດ້ວ່າເປັນອີກໜຶ່ງບຸກຄົນທີ່ເປັນແບບຢ່າງທີ່ດີໃນການຫາເງິນຂອງໄວລຸ້ນເລີຍກໍ່ວ່າໄດ້ ແລະ ແອັດຫວັງວ່າເລື້ອງນີ້ຈະສ້າງບັນດານໃຈໃຫ້ກັບໃຜຫຼາຍໆບໍ່ຫຼາຍກໍ່ໜ້ອຍ.

    LEAVE A REPLY

    Please enter your comment!
    Please enter your name here

    This site uses Akismet to reduce spam. Learn how your comment data is processed.