ເມືອງປັກກິ່ງ ປະເທດຈີນ ໄດ້ເລີ່ມສັກວັກຊີນໃຫ້ກັບເດັກນ້ອຍທີ່ມີອາຍຸ 3-11 ປີແລ້ວ

    0
    1151

    ເມືອງປັກກິ່ງ, ເມືອງຫຼວງຂອງປະເທດຈີນໄດ້ເລີ່ມມີການສັກວັກຊີນສ້າງພູມຄຸ້ມກັນພະຍາດໂຄວິດ-19 ໃຫ້ແກ່ກຸ່ມເດັກນ້ອຍທີ່ມີອາຍຸ 3-11 ປີແລ້ວ ຫຼັງຈາກທີ່ພົບວ່າມີການລະບາດໃໝ່ໃນຫຼາຍພື້ນທີ່.

    ປະເທດຈີນໄດ້ໄດ້ເລີ່ມມີການສັກວັກຊີນໃຫ້ກັບກຸ່ມເດັກນ້ອຍຫຼາຍຂຶ້ນ ໂດຍມີການຂະຫຍາຍຂອບເຂດຊ່ວງອາຍຸຂອງການສັກວັກຊີນຕໍ່າສຸດແມ່ນຢູ່ທີ່ອາຍຸ 3-11 ປີ ແລະ ໄດ້ເລີ່ມສັກໃຫ້ກັບເດັກນ້ອຍໃນເມືອງປັກກິ່ງເປັນຄັ້ງທໍາອິດໃນວັນທີ່ 28 ຕຸລາ ທີ່ຜ່ານມາ ໂດຍປະກາດໃຫ້ເດັກນ້ອຍທີ່ເຄີຍຕິດເຊື້ອໂຄວິດມາແລ້ວສາມາດເຂົ້າຮັບການສັກວັກຊີນໄດ້ 6 ເດືອນຫຼັງຈາກທີ່ຕິດເຊື້ອແລ້ວເທົ່ານັ້ນ ເຊິ່ງວັກຊີນທີ່ນໍາມາສັກໃຫ້ກັບເດັກນ້ອຍນັ້ນ ເປັນວັກຊີນຈາກຊີໂນຟາມ ແລະ ຊິໂນແວັກ ແລະ ຕ້ອງເວັ້ນໄລຍະຫ່າງລະຫວ່າງເຂັມທໍາອິດ ແລະ ເຂັມທີສອງ ປະມານ 3 ອາທິດ.

    ທັງນີ້, ທາງການຂອງປະເທດຈີນໄດ້ເລີ່ມມີການສັກວັກຊີນໃຫ້ແກ່ເດັກນ້ອຍທີ່ມີອາຍຸລະຫວ່າງ 3-11 ປີ ໃນທົ່ວປະເທດແລ້ວນັບຕັ້ງແຕ່ວັນທີ 26 ຕຸລາ 2021 ທີ່ຜ່ານມາ

    ແຫຼ່ງຂ່າວ: Thairath

    LEAVE A REPLY

    Please enter your comment!
    Please enter your name here

    This site uses Akismet to reduce spam. Learn how your comment data is processed.