ສຳເລັດແລ້ວ! ຕຶກສຸກເສີນ ແລະ ກວດເຂດນອກ ຫຼັງໃໝ່ ຂອງໂຮງໝໍເສດຖາທິຣາດ

    0
    921

    ສຳເລັດແລ້ວ! ຕຶກສຸກເສີນ ແລະ ກວດເຂດນອກ ຫຼັງໃໝ່ ຂອງໂຮງໝໍເສດຖາທິຣາດວັນທີ 27 ຕຸລາ ທີ່ຜ່ານມາ, ພິທີມອບຮັບໂຄງການກໍ່ສ້າງ ແລະ ປັບປຸງໂຮງໝໍເສດຖາທິຣາດທີ່ແມ່ນໂຄງການສະໜັບສະໜຸນຈາກລັດຖະບານຍີ່ປຸ່ນໄດ້ຖືກຈັດຂຶ້ນທີ່ນະຄອນຫຼວງວຽງຈັນ. ໂຄງການດັ່ງ່ກາວໄດ້ຮັບການຊ່ວຍເຫຼືອລ້າຈາກລັດຖະບານຍີ່ປຸ່ນທີ່ມີມູນຄ່າ

    ທັງໝົດປະມານ 17 ລ້ານໂດລາສະຫະລັດ ໃນການກໍ່ສ້າງຕຶກສຸກເສີນ ແລະ ກວດເຂດນອກຂອງໂຮງໝໍເສດຖາທິຣາດ ແລະ ຍົກລະດັບອຸປະກອນການແພດໃຫ້ແກ່ໂຮງໝໍເສດຖາທິຣາດ ແລະ ໂຮງໝໍແຂວງຈໍາປາສັກ.

    ໃນພິທີມອບຮັບ, ພະນະທ່ານ ເຄໂຊ ທາເກວາກະ, ເອກອັກຄະຣາຊະທູດຍີ່ປຸ່ນປະຈໍາ ສປປ ລາວ ໄດ້ກ່າວຊົມເຊີຍ ແລະ ຍິນດີຕໍ່ໝາກຜົນສໍາເລັດອັນສໍາຄັນຂອງໂຄງການດັ່ງກ່າວ. ພ້ອມດຽວກັນນັ້ນ, ພະນະທ່ານ ດຣ. ສະໜອງ ທອງສະນະ, ຮອງລັດຖະມົນຕີກະຊວງສາທາລະນະສຸກ, ທ່ານ ດຣ. ຫວັງນະຄອນ ດິດຕະພົງ, ຜູ້ອໍານວຍການໂຮງ

    ໝໍເສດຖາທິຣາດ ແລະ ທ່ານ ໂຕຊິໂອະ ນາງາເຊະ, ຫົວໜ້າອົງການໄຈກ້າປະຈໍາລາວ ກໍ່ໄດ້ກ່າວຍິນດີ ແລະ ຊົມເຊີຍ ໃນງານເຊັ່ນດຽວກັນ.ເປົ້າໝາຍໂຄງການດັ່ງກ່າວນີ້ກໍ່ແມ່ນເພື່ອຍົກລະດັບສະພາບແວດລ້ອມດ້ານການແພດໃຫ້ແກ່ທັງສອງໂຮງໝໍເພື່ອຮັບປະກັນການເຂົ້າຮັບການບໍລິການການແພດທີ່ເໝາະສົມຂອງ

    ປະຊາຊົນໃນທ້ອງຖິ່ນ ແລະ ສ້າງໂອກາດໃຫ້ແພດໝໍ ແລະ ພະຍາບານໄດ້ຍົກລະດັບຄວາມສາມາດ ແລະ ທັກສະຂອງພວກເຂົາໂດຍການນໍາໃຊ້ອຸປະກອນການແພດທີ່ຖືກມອບ.
    ທ່ານທູດ ທາເກວາກະ ຍັງໄດ້ກ່າວຕື່ມອີກວ່າ: “ພວກເຮົາຫວັງເປັນຢ່າງຍິ່ງວ່າການສະໜັບສະໜຸນໃນຄັ້ງນີ້ຈະເປັນອີກໜຶ່ງກໍາລັງແຮງຊຸກຍູ້ການບັນລຸໜ້າທີ່ອັນສໍາຄັນຂອງໂຮງໝໍເສດຖາທິລາດ ແລະ ໂຮງໝໍແຂວງສະຫວັນນະເຂດ ແລະ ລວມໄປເຖິງການປິ່ນປົວຄົນເຈັບຈາກໂຄ ວ ິ ດ

    LEAVE A REPLY

    Please enter your comment!
    Please enter your name here

    This site uses Akismet to reduce spam. Learn how your comment data is processed.