ສຳລັບຜູ້ເປັນສະມາຊິກ ບໍລິສັດ ພິເອັສ ໃນຂອບເຂດທົ່ວປະເທດ.

    0
    872

    ຈາກຜູ້ໃຊ້ເຟສບຸກທ່ານໜຶ່ງໄດ້ໂພສວ່າ : ສຳລັບຜູ້ເປັນສະມາຊິກ ບໍລິສັດ ພິເອັສ ໃນຂອບເຂດທົ່ວປະເທດ.

    ສຳລັບຜູ້ເປັນສະມາຊິກ ບໍລິສັດ ພິເອັສ ໃນຂອບເຂດທົ່ວປະເທດ.

    ເນື່ອງຈາກເຫດການມີສະມາຊິກ ຂອງບໍລິສັດ ພິເອັສເອງ ໄດ້ໄປກໍ່ເຫດ ປະທ້ວງໃນຄັ້ງວັນທີ 11-12/09/2017 ຈີ່ງເຮັດໃຫ້ ປະທານ ແລະ ຄະນະບໍລິຫານ ຂອງບໍລິສັດ ພິເອັສ ແລະ ສະມາຊິກຈຳນວນ ໝື່ງຖືກຈັບຕົວໄປດຳເນີນຄະດີ ໃນຄັ້ງວັນທີ 12/09/2017.

    ເຊີ່ງຄະດີດັ່ງກ່າວໄດ້ຕັດສິນເປັນທີ່ຮຽບຮ້ອຍແລະໃຊ້ໄດ້ຢ່າງເດັດຂາດໃນທາງກົດໝາຍແລ້ວ. ແຕ່ດ້ວຍເຫດຜົນທີ່ວ່າຜ່ານໄລຍະ 4 ປີມານີ້ດ້ວຍການດຳເນີນຂອງສະມາຊີກທີ່ໄດ້ຮ້ອງຟ້ອງ ຈຳນວນ 33. 376 ຄົນ ຈີ່ງເຮັດໃຫ້ສະມາຊິກພວກເຮົາທຸກຄົນຕ້ອງອັບປະໂຫຍດໄດ້ຮັບຄວາມເດືອດຮ້ອນມາຕະຫຼອດ 4 ປີບໍ່ໄດ້ຮັບການແກ້ໄຂ. ບໍລິສັດກໍ່ຖືກປິດ ເກີດເປັນປ່າຮ້າງ ໂຮງຈັກໂຮງງານຖືກເປເພເສຍຫາຍ.

    ຍີ່ງແກ່ຍາວໄປເທົ່າໃດການທີ່ສະມາຊິກຈະໄດ້ເງີນຄືນຍີ່ງມີເປີເຊັນໜ້ອຍໄປເທົ່ານັ້ນ. ດ້ວຍແນວທາງອັນຖືກຕ້ອງຂອງພັກ- ລັດ ເມື່ອເລື່ອງເກີດຂື້ນຍ້ອນສະມາຊີກກໍ່ຕ້ອງຖືກແກ້ໄຂປົດລັອກດ້ວຍສະມາຊິກກັນເອງ. ດ້ວຍເຫດນັ້ນ. ເມື່ອສະມາຊິກຜູ້ຮ້ອງຟ້ອງມີພຽງ 33.376 ຄົນ. ແຕ່ສະມາຊິກຜູ້ບໍ່ໄດ້ຮ້ອງຟ້ອງແມ່ນມີຫຼາຍ ກ່ວາຄື 37.207 ຄົນ.

    ຈີ່ງມີເຫດຜົນພຽງພໍທີ່ຈະມາປົດລັອກເລື່ອງນີ້ໄດ້ດ້ວຍການຂໍຄໍ້າປະກັນປະທານ ແລະ ຄະນະບໍລິຫານ ບໍລິສັດ ພິເອັສ ໃຫ້ອອກມາຟື້ນຟູ ບໍລິສັດ ດຳເນີນທຸລະກິດ ຕໍ່ເພື່ອຫາເງິນມາໃຊ້ແທນ ສະມາຊິກ ທັງໝົດນັບທັງຜູ້ບໍ່ໄດ້ຮ້ອງຟ້ອງ ແລະ ຜູ້ຮ້ອງຟ້ອງ. ສະມາຊິກທຸກຄົນ ຈີ່ງຈະມີໂອກາດໄດ້ເງີນຕົນເອງຄືນ. ແລະ ເລື່ອງຈີ່ງຈະຈົບບໍ່ເປັນບັນຫາຫຍຸ້ງຍາກໃຫ້ຂັ້ນເທີງອີກຕໍ່ໄປ.

    ຜົນການຮ້ອງຂໍ ຄ້ຳປະກັນກຳລັງໄດ້ຮັບການຄົ້ນຄ້ວາພິຈາລະນາ ໃຫ້ຄວາມເປັນທຳຈາກຂັ້ນເທີງ ດັ່ງແຈ້ງການທີ່ໄດ້ໂຜດ ລົງໃນນີ້ ສ່ວນຂັ້ນຕອນຕໍ່ໄປຈະເປັນແນວໃດເມື່ອຜົນອອກມາແລ້ວຈີ່ງແຈ້ງໃຫ້ທຸກຄົນຊາບຕາມພາຍຫລັງ

    ດັ່ງນັ້ນ: ຈີ່ງໄດ້ໂຜດແຈ້ງການນີ້ໃຫ້ ສະມາຊິກ ພິເອັສທັງໝົດ ໃນຂອບເຂດທົ່ວປະເທດ ໄດ້ຮັບຊາບທົ່ວເຖີງກັນ

    LEAVE A REPLY

    Please enter your comment!
    Please enter your name here

    This site uses Akismet to reduce spam. Learn how your comment data is processed.