ຕາມການຖະແຫຼງຂ່າວຂອງ ຄະນະສະເພາະກິດ ຄວບຄຸບພະຍາດ ໂ ຄ ວິ ດ – 1 9 ໃນວັນທີ 30 ຕຸລາ 2021 ໃຫ້ຮູ້ວ່າ: ໄດ້ກວດພົບຜູ້ຕິດເຊື້ອ ໂ ຄ ວິ ດ – 19 ເພີ່ມຂື້ນ +858 ຄົນ (ກໍລະນີນຳເຂົ້າ 2 ຄົນ ແລະ ຕິດເຊື້ອພາຍໃນ 856 ຄົນ) ແລະ ເສຍຊີວິດໃໝ່ +1 ກໍລະນີ. ສຳຫຼັບຜູ້ຕິດເຊື້ອໃນນັ້ນປະກອບດ້ວຍ: ນະຄອນຫຼວງວຽງຈັນ: 361 (ຕິດເຊື້ອພາຍໃນ) ຫຼວງນໍ້າທາ: 155 (ຕິດເຊື້ອພາຍໃນ) ວຽງຈັນ: 131 (ຕິດເຊື້ອພາຍໃນ) ຫຼວງພະບາງ: 67 (ຕິດເຊື້ອພາຍໃນ) ບໍ່ແກ້ວ 67: (ຕິດເຊື້ອພາຍໃນ) ຈຳປາສັກ: 21 (ຕິດເຊື້ອພາຍໃນ) , ຄໍາມ່ວນ: 15 (ຕິດເຊື້ອພາຍໃນ) , ບໍລິຄໍາໄຊ: 12 (ຕິດເຊື້ອພາຍໃນ) , ສະຫວັນນະເຂດ: 10 (ຕິດເຊື້ອພາຍໃນ) , ສາລະວັນ: 7(ຕິດເຊື້ອພາຍໃນ) , ອຸດົມໄຊ: 3 (ຕິດເຊື້ອພາຍໃນ) , ເຊກອງ: 3 (ຕິດເຊື້ອພາຍໃນ) , ໄຊຍະບູລີ: 2 (ນຳເຂົ້າ) , ໄຊສົມບູນ: 2 (ຕິດເຊື້ອພາຍໃນ) , ຜົ້ງສາລີ: 1 (ຕິດເຊື້ອພາຍໃນ) , ຊຽງຂວາງ: 1 (ຕິດເຊື້ອພາຍໃນ)
ມາຮອດວັນທີ 30 ຕຸລາ ຕົວເລກຜູ້ຕິດເຊື້ອສະສົມ ພະຍາດ ໂ ຄ ວິ ດ – 19 ຢູ່ ສປປ ລາວ 39.586 ຄົນ, ເສຍຊີວິດສະສົມ 62 ຄົນ (ໃໝ່ 01), ປິ່ນປົວຫາຍດີ ແລະ ກັບບ້ານໃນມື້ວານ ມີ 557 ຄົນ, ກໍາລັງປິ່ນປົວ 6.672 ຄົນ.
ລາຍລະອຽດຜູ້ເສຍຊີວິດໃໝ່ 01 ຄົນ ມີດັ່ງນີ້: ເປັນເພດຍິງ, ອາຍ 83 ປີ, ອາຊີບ: ຜູ້ເຖົ້າ, ບ້ານໃຫມ່, ເມືອງສີໂຄດຕະບອງ, ນະຄອນຫລວງວຽງຈັນ ຜູ້ກ່ຽວເປັນກໍລະນີຢັ້ງຢືນຕິດເຊື້ອທີ່ກວດພົບຢູ່ພະແນກສຸກເສີນຂອງໂຮງຫມໍມະໂຫສົດ, ແລ້ວໄດ້ສົ່ງເຂົ້ານອນປີ່ນປົວຢູ່ ໂຮງຫມໍມິດຕະພາບ ໃນວັນທີ 28/10/2021 ອາການເບື້ອງຕົ້ນເມື່ອຍຫາຍໃຈຝືດ BP80/60, RR35 bpm, SpO2 70% (room air) ພະຍາດປະຈຳຕົວ: ຄວາມດັນເລືອດສູງ, ຂາດການຕິດຕາມ. ໄດ້ສັກຢາວັກຊີນຊີໂນຟາມ ຈໍານວນ 2 ເຂັມ. ໄລຍະທີ່ນອນປິ່ນປົວຢູ່ໂຮງໝໍແມ່ນແຕ່ວັນທີ 28-29 ຕຸລາ 2021 ຮອດເວລາ 08:30 ໂມງຂອງວັນທີ 29 ຕຸລາ 2021 ຜູ້ກ່ຽວໄດ້ເສຍຊີວິດ.
ການບໍລິການເກັບຕົວຢ່າງ ເພື່ອກວດຫາເຊືື້ອ ໂ ຄ ວິ ດ – 19 ສໍາລັບຢູ່ບັນດາແຂວງ ທ່ານສາມາດໄປເກັບຕົວຢ່າງກວດຊອກຫາເຊືື້ອ ໂ ຄ ວິ ດ – 19 ໄດ້ຢູ່ໂຮງໝໍແຂວງ ຫຼື ຈຸດກວດເພີ້ມເຕີມ ທີ່ທາງຄະນະສະເພາະກິດຂອງແຂວງໄດ້ກຳນົດໄວ້ ພ້ອມດຽວກັນ ແຂວງກໍ່ຍັງມີບໍລິການກວດເຄື່ອນທີ່ ໃນຈຸດ ຫຼື ບ້ານ ທີ່ມີການລະບາດພາຍໃນ ເພື່ອຄົ້ນຫາຜູ້ຕິດເຊືື້ອໃໝ່.
ສໍາລັບຈຸດກວດ ຢູ່ນະຄອນຫຼວງວຽງຈັນ ລາຍລະອຽດ ດັ່ງນີ້: ຈຸດກວດຄົງທີ່: ມີຄື ສະໜາມກິລາໃນຮົ່ມ ບຶງຂະຫຍອງ (ວັນຈັນ ຫາ ອາທິດ) ເວລາ 9:00–11:30 ໂມງ
ຈຸດເປັນຕົວຢ່າງ ຢູ່ ມສ ລາວ-ຫວຽດ ແລະ ມ. ຕົ້ນ ເຈົ້າອານຸວົງ (ແມ່ນເລີມ ມື້ອື່ນວັນທີ 31 ຕຸລາ 2021ເປັນຕົ້ນໄປ) ທີມກວດເຄື່ອນທີ່: 01 ທີມ ຂອງສາທາເມືອງໄຊທານີ 01 ທີມ ຂອງສາທາ ເມືອງ ສີສັດຕະນາກ01 ທີມ ຂອງສາທາເມືອງສີໂຄດຕະບອງ ເຄື່ອນທີ່ເກັບຕົວຢ່າງ ຕາມຈຸດທີ່ມີການລະບາດ ພາຍໃນເມືອງຂອງຕົນ ສາທາເມືອງນາຊາຍທອງ 02 ທີມ ພະແນກສາທາລະນະສຸກນະຄອນຫຼວງວຽງຈັນ ມີ 2 ທິມ ເຄື່ອນໄຫວໄປຊ່ວຍທຸກເມືອງໃນການເກັບຕົວຢ່າງຢູ່ສະຖານທີ່ມີການລະບາດ
ສໍາລັບຈຸດບໍລິການວັກຊີນ ຢູ່ນະຄອນຫຼວງວຽງຈັນມີຄື :1. ໂຮງໝໍສູນກາງ 2. ໂຮງໝໍເມືອງ 9 ຕົວເມືອງ 3. ວັດຈີນ ບ້ານ ດົງປາແລບ ເມືອງຈັນທະບູລີ (ເປີດ ວັນຈັນ ຫາ ວັນສຸກ)