ທ່ານ ທາເກວະກະ ເຄໂຊ ເອກອັກຄະລັດຖະທູດ ຢີ່ປຸ່ນ ປະຈຳລາວ ເຂົ້າຢ້ຽມຂ່ຳນັບອຳລາ ລມຕ ກະຊວງ ພບ

    0
    646

    ເຊົ້າວັນທີ 28 ຕຸລາ 2021 ນີ້ ຢູ່ຫ້ອງຮັບແຂກກະຊວງ ພະລັງງານ ແລະ ບໍ່ແຮ່, ທ່ານ ປອ ດາວວົງ ພອນແກ້ວ ລັດຖະມົນຕີກະຊວງ ພະລັງງານ ແລະ ບໍ່ແຮ່ ພ້ອມຄະນະໄດ້ໃຫ້ກຽດຕ້ອຮັບ ທ່ານ ທາເກວະກະ ເຄໂຊ TAKEWAKA Keizo ເອກອັກຄະລັດຖະທູດຜູ້ມີອຳນາດເຕັ້ມແຫ່ງປະເທດ ຢີ່ປຸ່ນ ປະຈຳ ສປປລາວ ເຂົ້າຢ້ຽມຂ່ຳນັບອຳລາ ໃນໂອກາດໝົດວາລະການປະຕິບັດໜ້າທີ່ການທູດຢູ່ ສປປລາວ.

    ໃນໂອກາດດັ່ງກ່າວ ທ່ານ ທູດໄດ້ລາຍງານ ທ່ານ ລັດຖະມົນຕີ ຊາບເຖິງຈຸດປະສົງການເຂົ້າພົບ ແລະ ຢ້ຽມຢາມຄັ້ງນີ້ ກໍ່ເພື່ອເປັນການອຳລາໜ້າທີ່ຂອງຕົນທີ່ໄດ້ປະຕິບັດໜ້າທີ່ເປັນນັກການທູດຂອງ ຢີ່ປຸ່ນ ປະຈຳຢູ່ ສປປລາວ ແລະ ຈະໄດ້ກັບຄືນປະເທດໃນໄວໆນີ້.

    ພ້ອມກັນນີ້, ທ່ານ ທາເກວະກະ ເຄໂຊ TAKEWAKA Keizo ກໍ່ໄດ້ສະແດງຄວາມຂອບອົກຂອບໃຈຢ່າງສູງຕໍ່ ທ່ານ ລັດຖະມົນຕີ ກໍ່ຄືການນຳກະຊວງ ພະລັງງານ ແລະ ບໍ່ແຮ່ ສປປລາວ ທີ່ຍາມໃດກໍ່ໃຫ້ການສະໜັບສະໜູນ, ຊຸກຍູ້ ແລະ ໃຫ້ການຮ່ວມມື ໃນການປະຕິບັດໜ້າທີ່ການທູດຢູ່ ສປປລາວ ຕະຫຼອດໄລຍະເວລາທີ່ຜ່ານມາ ໂດຍສະເພາະການຮ່ວມກັນດ້ານພະລັງງານ ແລະ ບໍ່ແຮ່ ເຊິ່ງເປັນຂະແໜງການໜຶ່ງທີ່ ລັດຖະບານ ແລະ ປະຊາຊົນຢີ່ປຸ່ນໃຫ້ການສະໜັບສະໜູນ, ຊຸກຍູ້ ແລະ ຊ່ວຍເຫຼືອ ລັດຖະບານ ລາວ. ນອກຈາກການຮ່ວມມື ແລະ ການຊ່ວຍເຫຼືອແລ້ວ ລັດຖະບານ ຢີ່ປຸ່ນ ຍັງໄດ້ຊຸກຍູ້ໃຫ້ນັກລົງທຶນຂອງຕົນເຂົ້າມາລົງທຶນດ້ານພະລັງງານຢູ່ ສປປລາວ ຕື່ມອີກ.

    ສ່ວນ ທ່ານ ລັດຖະມົນຕີ ກະຊວງ ພະລັງງານ ແລະ ບໍ່ແຮ່ ກໍ່ໄດ້ສະແດງຄວາມຕ້ອນຮັບ ພ້ອມທັງສະແດງຄວາມຍ້ອງຍໍຊົມເຊີຍຕໍ່ ທ່ານ ທູດ ທີ່ສຳເລັດພາລະກິດ ແລະ ໜ້າທີ່ການທູດຢູ່ ສປປລາວ. ຕະຫຼອດໄລຍະທີ່ ທ່ານ ທູດມາປະຕິບັດໜ້າທີ່ຢູ່ ສປປລາວ ເຫັນວ່າມີຫຼາຍໂຄງການໄດ້ຮັບການຈັດຕັ້ງປະຕິບັດຢ່າງເປັນຮູບປະທຳ ໂດຍສະເພາະໃນຂົງເຂດພະລັງງານ ແລະ ບໍ່ແຮ່ ກໍ່ມີຫຼາຍໂຄງການໄດ້ຮັບການຊ່ວຍເຫຼືອ ແລະ ພັດທະນາຈາກ ລັດຖະບານ, ປະຊາຊົນ ແລະ ນັກລົງທຶນຂອງ ຢີ່ປຸ່ນ ໃນນີ້ອັນພົ້ນເດັ່ນກວ່າໝູ່ແມ່ນໂຄງການກໍ່ສ້າງເຂື່ອນໄຟຟ້ານ້ຳງື່ມ1 ເຊິ່ງປະຈຸບັນ ຢີ່ປຸ່ນ ກໍ່ສືບຕໍ່ຊຸກຍູ້ສະໜັບສະໜູນໂຄງການພາກຂະຫຍາຍເຊິ່ງມີກຳລັງຕິດຕັ້ງ 40 ເມັກກາວັດ, ໂຄງການເຂື່ອນໄຟຟ້ານ້ຳງຽບ1 ທີ່ກໍ່ສ້າງສຳເລັດ ແລະ ຜະລິດໄຟຢ່າງເປັນທາງການໃນປີ 2019, ໂຄງການໄຟຟ້ານ້ຳເລິກ ເຊິ່ງເປັນໂຄງການຮ່ວມມືກັບ ລັດວິສາຫະກິດໄຟຟ້າລາວ ທີ່ກໍ່ສຳເລັດ ແລະ ຜະລິດໄຟໃນປີ 2020 ແລະ ໂຄງການອື່ນໆອີກ ເຊິ່ງກຳລັງດຳເນີນໄປຢ່າງມີປະສິດທິພາບ ມີປະສິດທິຜົນສູງ.

    LEAVE A REPLY

    Please enter your comment!
    Please enter your name here

    This site uses Akismet to reduce spam. Learn how your comment data is processed.