ຕາມການຖະແຫຼງຂ່າວຂອງ ຄະນະສະເພາະກິດ ຄວບຄຸບພະຍາດ ໂ ຄ ວິ ດ – 1 9 ໃນວັນທີ 28 ຕຸລາ 2021 ໃຫ້ຮູ້ວ່າ: ໄດ້ກວດພົບຜູ້ຕິດເຊື້ອ ໂ ຄ ວິ ດ – 19 ເພີ່ມຂື້ນ +530 ຄົນ (ກໍລະນີນຳເຂົ້າ 2 ຄົນ ແລະ ຕິດເຊື້ອພາຍໃນ 528 ຄົນ). ສຳຫຼັບຜູ້ຕິດເຊື້ອໃນນັ້ນປະກອບດ້ວຍ:ນະຄອນຫຼວງ: 306 (ຕິດເຊື້ອພາຍໃນ) ຫຼວງພະບາງ: 44 (ຕິດເຊື້ອພາຍໃນ) ແຂວງວຽງຈັນ: 10 (ຕິດເຊື້ອພາຍໃນ) ບໍ່ແກ້ວ: 82 (ຕິດເຊື້ອພາຍໃນ) ສາລະວັນ: 11 (ຕິດເຊື້ອພາຍໃນ) ອຸດົມໄຊ: 2 (ຕິດເຊື້ອພາຍໃນ) ຈໍາປາສັກ: 15 (ນຳເຂົ້າ 2) (ຕິດເຊື້ອພາຍໃນ 13) ຄຳມ່ວນ: 30 (ຕິດເຊື້ອພາຍໃນ) ບໍລິຄຳໄຊ: 11 (ຕິດເຊື້ອພາຍໃນ) ສະຫວັນນະເຂດ: 6 (ຕິດເຊື້ອພາຍໃນ) ໄຊສົມບູນ: 21 (ຕິດເຊື້ອພາຍໃນ) ເຊກອງ: 2 (ຕິດເຊື້ອພາຍໃນ) ຜົ້ງສາລີ: 1 (ຕິດເຊື້ອພາຍໃນ)
ມາຮອດວັນທີ 28 ຕຸລາ ຕົວເລກຜູ້ຕິດເຊື້ອສະສົມ ພະຍາດ ໂ ຄ ວິ ດ – 19 ຢູ່ ສປປ ລາວ 38,281 ຄົນ, ເສຍຊີວິດສະສົມ 59 ຄົນ, ປິ່ນປົວຫາຍດີ ແລະ ກັບບ້ານໃນມື້ວານ ມີ 759 ຄົນ.
ການບໍລິການເກັບຕົວຢ່າງ ເພື່ອກວດຫາເຊື້ອ ໂ ຄ ວິ ດ – 19 ບັນດາແຂວງ ແມ່ນສາມາດໄປເກັບຕົວຢ່າງເພື່ອກວດຊອກຫາເຊື້ອພະຍາດໂຄວິດ19ໄດ້ຢູ່ໂຮງໝໍແຂວງຫຼືຈຸດກວດເພີ້ມເຕີມທີ່ທາງຄະນະສະເພາະກິດຂອງແຂວງກຳນົດຢູ່ພາຍໃນແຂວງນອກຈາກນັ້ນຖ້າຫາກມີການຕິດເຊື້ອໃໝ່ທີມງານເຝົ້າລະວັງຂອງແຂວງກໍຈະໄປຊອກຄົ້ນຫາຄົນຜູ້ຕິດເຊື້ອແບບບຸກໂດຍການເຄື່ອນທີ່ໄປເກັບຕົວຢ່າງຢູສະ ຖານທີ່ ເຊິ່ງມີຜູ້ຕິດເຊື້ອໃໝ່ ແລະ ເຂດທີ່ມີການລະບາດໃນຊຸມຊົນ ນະຄອນຫຼວງວຽງຈັນມີລາຍລະອຽດ ດັ່ງນິ້: ຈຸດກວດຄົງທີ່: ໃຫ້ບໍລິການເກັບຕົວຢ່າງ ປະກອບມີ:ສະໜາມກິລາໃນຮົ່ມ ບຶງຂະຫຍອງທຸກວັນ (ວັນຈັນ ຫາ ອາທິດ) ເວລາ 9:00–11:30 ໂມງ ຫ້ອງການປົກຄອງເມືອງໄຊທານີ (ວັນຈັນ ຫາ ເສົາ) ເວລາ 9:00–11:30 ໂມງທີມກວດເຄື່ອນທີ່: 01 ທີມ ຂອງສາທາເມືອງໄຊທານີ 01 ທີມ ຂອງສາທາ ເມືອງ ສີສັດຕະນາກ 01 ທີມ ຂອງສາທາເມືອງສີໂຄດຕະບອງ ເຄື່ອນທີ່ເກັບຕົວຢ່າງ ຕາມຈຸດທີ່ມີການລະບາດ ພາຍໃນເມືອງຂອງຕົນ ສາທາເມືອງນາຊາຍທອງ 02 ທີມພະແນກສາທາລະນະສຸກນະຄອນຫຼວງວຽງຈັນ ມີ 2 ທິມ ເຄື່ອນໄຫວໄປຊ່ວຍທຸກເມືອງໃນການເກັບຕົວຢ່າງຢູ່ສະຖານທີ່ມີການລະບາດ
ສຳລັບສະຖານໃຫ້ ວັກຊີນ ຢູ່ນະຄອນຫຼວງວຽງຈັນມີຄື : 1. ໂຮງໝໍ ສູນກາງ 2. ໂຮງໝໍ ເມືອງ 9 ຕົວເມືອງ3. ວັດຈີນ ບ້ານ ດົງປາແລບ ເມືອງຈັນທະບູລີ (ເປີດ ວັນຈັນ ຮອດ ວັນສຸກ)