ກົດໄລ້ ກົດແຊຣ໌ ດວງລາຍວັນ 28 ຕຸລາ ດວງການງານ ດວງການເງິນ ແລະ ດວງຄວາມຮັກ

    0
    353

    ຄົນເກີດວັນຈັນ:ການ​ງານຜູ້ໃຫຍ່​ຈະໃຫ້​ໂອ​ກາດ​ ແລະ ​ມອບ​ຫນ້າທີ່​ເພື່ອ​ໃຫ້​ສ້າງ​ຜົນ​ງານ​ທີ່​ໂດດ​ເດັ່ນ ການ​ເງິນ​​ລະ​ວັງ​ຄວາມ​ຄຽດ​ກ່ຽວກັບ​ເລື່ອງ​ຂອງ​ການ​ເງິນ ເພາະລາຍຈ່າຍຫຼາຍເກີນເງິນທີ່ໄດ້ຮັບມາ ຄວາມ​ຮັກຄົນ​ຮັກ​ຈະ​ມີ​ສ່ວນ​ຊ່ວຍ​ໃນ​ເລື່ອງ​ຂອງ​ການເງິນ ​ຊ່ວຍ​ເຫລືອ​ດ້ານ​ວຽກງານ ເຄື່ອງມຸງຄຸນ​   ສາຍແຂນຄໍາ ສີມຸງຄຸນສີບົວ ເລກ​ນຳ​ໂຊກ​3

    ຄົນເກີດວັນອັງຄານ:ການ​ງານ​ຈະ​ພົບ​ເລື່ອງ​ການ​ປ່ຽນ​ແປງ​ວຽກງານ ເພາະອາດສົມຫວັງດັ່ງທີ່ທ່ານຄາດຫວັງໄວ້ ການ​ເງິນ​ມີໝູ່​ເພື່ອນ​ຫລື​ໃຜ​ບາງ​ຄົນ​ຢາກ​ຈະໃຫ້​ຕົນເອງ​ນັ້ນ​ໄປ​ຊ່ວຍ​ເຫລືອ ຄວາມ​ຮັກສຸກ​ສົມ​ຫວັງ​ລົງ​ຕົວ​ໃນ​ເລື່ອງ​ຂອງ​ຄວາມ​ຮັກ ເຄື່ອງມຸງຄຸນ​  ໄຂ່ມຸກ ສີມຸງຄຸນສີຂຽວອ່ອນ ເລກ​ນຳ​ໂຊກ​9

    ຄົນເກີດວັນພຸດ:ການ​ງານ​ໃນ​ຊ່ວງ​ນີ້​ດ້ານ​ການເຮັດທຸລະກິດ​​ອາຫານ, ແຟ​ຊັ່ນ ທຸລະກິດ​ດ້ານ​ອ​​ະສັງຫາ​ຈະປະ​ສົບ​ຄວາມ​ສຳ​ເລັດ ການ​ເງິນລາຍ​ຈ່າຍ​ມີ​ຫລາຍ​ເປັນ​ພິເສດ ແຕ່​ກໍ​ຫາ​ເຂົ້າ​ມາ​ໄດ້​ເພີ່ມເຕີມ​ເທົ່າ​ທີ່​ຈຳນວນ​ທີ່​ຈ່າຍ​ອອກ​ໄປ ຄວາມ​ຮັກບໍ່​ຄ່ອຍ​ມີ​ເວລາ​ໃຫ້​ກັບ​ຄົນ​ຮັກ​ປານໃດ​ໃນ​ໄລຍະ​ນີ້ ແຕ່​ກໍ​ຍັງ​ເຫັນ​ອົກ​ເຫັນ​ໃຈ​ ແລະ ​ເຂົ້າໃຈ​ກັນ​ດີ ເຄື່ອງມຸງຄຸນ​​ເພັດສີຂາວ ສີມຸງຄຸນສີດໍາ ເລກ​ນຳ​ໂຊກ​4

    ຄົນເກີດວັນພະຫັດ:ການ​ງານມີ​ໂອ​ກາດ​ປ່ຽນ​ແປງ​ຍົກຍ້າຍວຽກ​ງານ​ໃໝ່​ກໍ​ເປັນ​ໄປ​ໄດ້ ການ​ເງິນຈະ​ໄດ້​ເງິິນ​ເຂົ້າ​ມາ​ເລື້ອຍ​ໆ ແລະ ​ຕໍ່​ເນື່ອງ​ໃນ​ຕອນນີ້ຄວນງົດການໃຊ້ຈ່າຍ ຄວາມ​ຮັກໝູ່ເພື່ອນ​ຈະ​ແນະ​ນຳ​ໃຫ້​ຮູ້​ຈັກ​ໃຜ​ບາງ​ຄົນ​ເຂົ້າ​ມາ​ໃນ​ຊ່ວງ​ນີ້​ກໍ​ເປັນ​ໄປ​ໄດ້ ເຄື່ອງມຸງຄຸນ​ຄໍາຝຣັ່ງ ສີມຸງຄຸນສີນໍ້າຕານ ເລກ​ນຳ​ໂຊກ​6

    ຄົນເກີດວັນສຸກ:ການ​ງານ​ ໄລຍະ​ນີ້​ຈະ​ຫາ​ຂໍ້​ມູນ​ ເພື່ອ​ສຶກ​ສາ​ແນວ​ທາງ​ວິທີ​ການເຮັດ​ທຸລະກິດ​ໃນ​ຮູບ​ແບບ​ໃໝ່ ການ​ເງິນຄວນ​ໃຊ້ເງິນຢ່າງປະ​ຢັດ​​ໄວ້​ກ່ອນ​ຈະ​ເປັນ​ການດີ​ທີ່ສຸດ​ ຄວາມ​ຮັກຄວນ​ຢຸດຕິຄໍາເວົ້າທີ່ຮຸນແຮງ​​ກັບ​ຄົນ​ຮັກ ເພາະອາດເຮັດໃຫ້ຄົນຮັກມີການປ່ຽນແປງຈິດໃຈຂອງອີກຝ່າຍ ເຄື່ອງມຸງຄຸນ​​ຫີນນໍາໂຊກສີຂາວ ສີມຸງຄຸນສີເທົາ ເລກ​ນຳ​ໂຊກ​5

    ຄົນເກີດວັນເສົາ:ການ​ງານຈະ​ເຮັດ​ທຸລະກິດ​ທີ່​ກ່ຽວ​ຂ້ອງ​ກັບ​ແຟ​ຊັ່ນ ​ແລະ ​ຄວາມ​ສວຍ​ງາມ​ກໍ​ຈະ​ໄດ້ຮັບ​ຜົນ​ກຳ​ໄລ​ທີ່​ດີ ການ​ເງິນວາງ​ແຜນ​ການ​ໃຊ້​ຈ່າຍ​ຢ່າງ​ຮອບ​ຄອບ​​ໃຫ້​ຫລາຍ​ທີ່ສຸດ
    ຄວາມ​ຮັກ​ຊ່ວງ​ນີ້​ເປັນ​ການ​ເບິ່ງ​ໆໃຈ​ກັນ​ໃຈຂອງທ່ານເອງກໍຍັງມີຄວາມລະແວງຕະຫຼອດເວລາ ເຄື່ອງມຸງຄຸນ​ໄຂ່ມຸກ ສີມຸງຄຸນສີບົວ ເລກ​ນຳ​ໂຊກ​7

    ຄົນເກີດວັນອາທິດ:ການ​ງານຈະ​ພົບ​​ອຸປະສັກ​ໃນ​ເລື່ອງ​ຂອງ​ການ​ປ່ຽນ​ແປງ​ທາງ​ດ້ານ​ວຽກ​ງານ​ທີ່​ຈະ​ຕ້ອງ​ຫາ​ແນວ​ທາງ​ວິທີ​ການ​ໃໝ່​ໆ ການ​ເງິນມີ​ໂຊກ​ຈະ​ໄດ້​ຊື້ເຄື່ອງທີ່​ຖືກ​ໃຈ​ຫລື​ຊັບ​ສິນ​ຂອງ​ມີ​ຄ່າ​ບາງຢ່າງ​ເຂົ້າ​ມາ ຄວາມ​ຮັກບໍ່​ຄ່ອຍ​ມີ​ເວລາ​ທີ່​ຈະ​ສື່​ສານ​ກັບ​ຄົນ​ຮັກ​ ເຄື່ອງມຸງຄຸນຫີນນໍາໂຊກສີແດງ ສີມຸງຄຸນ​ສີຟ້າ ເລກ​ນຳ​ໂຊກ​  7

    LEAVE A REPLY

    Please enter your comment!
    Please enter your name here

    This site uses Akismet to reduce spam. Learn how your comment data is processed.