ດ່ວນ…ບໍລິສັດ ເບຍລາວ ຢໍ້າວ່າ ບໍ່ກ່ຽວຂ້ອງ ການລັກລອບຂົນ ຢ າ ລັອດໃຫຍ່ 7 ກວ່າໂຕນ

    0
    1101

    ຕໍ່ກັບເຫດການ ໃນວັນທີ 27 ຕຸລາ 2021 ເຈົ້າໜ້າທີ່ ປກສ ແຂວງບໍ່ແກ້ວ ໄດ້ຈັບຂະບວນການລັກລອບຂົນ ຢ າ ເ ສ ບ ຕິ ດ ລັ ອດໃຫຍ່ ທີ່ສຸດໃນປີ 2021 ເຊິ່ງລວມມີຈຳນວນ 7.103,4 ກິໂລ ຫຼືເທົ່າກັບ 7,10 ໂຕນ ທີ່ປະກອບມີ ປະເພດ ຢ າ ບ້ າ ຈຳນວນ 262 ເປົາ ນໍ້າໜັກ 5.566,4 ກິໂລ ເທົ່າກັບ 55.664.000 ເມັດ ແລະ ຢ າ ໄ ອ້ 65 ເປົາ ເທົ່າກັບ 1.537 ຫໍ່ ມີນໍ້າໜັກ 1.537 ກິໂລ ໂດຍລັກລອບຂົນເຊື່ອງໃນລົດບັນທຸກ 12 ລໍ້ 1 ຄັນ ທີ່ມີລາງເບຍເປົ່າປິດບັງຂອງກາງ.


    ຫຼ້າສຸດ ບໍລິສັດ ເບຍລາວ ຈຳກັດ ໄດ້ອອກບົດຖະແຫຼງຂ່າວ ວ່າ: ບໍລິສັດ ເບຍລາວ ຈຳກັດ ບໍ່ໄດ້ມີສ່ວນກ່ຽວຂ້ອງໃດໆ ກັບກໍລະນີການລັກລອບຂົນສົ່ງ ຢ າ ເ ສ ບ ຕິ ດ ທີ່ເກີດຂຶ້ນຢູ່ ແຂວງບໍ່ແກ້ວ.

    ມື້ນີ້ພວກເຮົາໄດ້ຮັບຂ່າວກ່ຽວກັບການລັກລອບຂົນສົ່ງຢາເສບຕິດຜິດກົດໝາຍ ຢູ່ແຂວງບໍ່ແກ້ວ. ຕໍາຫຼວດທ້ອງຖິ່ນ ແລະ ເຈົ້າໜ້າທີ່ກ່ຽວຂ້ອງຂອງແຂວງ ໄດ້ຈັບກຸມລົດບັນທຸກທີ່ໃຊ້ຂົນສົ່ງຢາເສບຕິດຜິດກົດໝາຍ ໂດຍນຳໃຊ້ລັງເປົ່າທີ່ມີໂລໂກ້ຜະລິດຕະພັນເບຍລາວ ເປັນສິ່ງປົກປິດ. ບໍລິສັດເບຍລາວ ຈຳກັດ ຍາມໃດກໍຍຶດໝັ້ນນະໂຍບາຍ ຕ້ານ ແລະ ສະກັດກັ້ນການລັກລອບຄ້າຢາ.


    ເສບຕິດ ແລະ ສິ່ງຜິດກົດໝາຍຢ່າງເຂັ້ມງວດ ແລະ ພວກເຮົາຮູ້ສຶກຜິດຫວັງເປັນຢ່າງຍິ່ງທີ່ຊັບສິນຂອງບໍລິສັດເບຍລາວ ຖືກລັກລອບເອົາໄປນໍາໃຊ້ໃນການເຄື່ອນໄຫວກິດຈະກຳທີ່ຜິດກົດໝາຍ ແລະ ຈະເອົາຈິງເອົາຈັງໃນການດຳເນີນມາດຕະການທາງກົດໝາຍທັນທີ ຕໍ່ຜູ້ນໍາໃຊ້ຊັບສິນຂອງບໍລິສັດຂອງພວກເຮົາໃນທາງທີ່ຜິດກົດໝາຍ.

    ພວກເຮົາໄດ້ຮັບການຢັ້ງຢືນຊັດເຈນແລ້ວວ່າລົດບັນທຸກຄັນດັ່ງກ່າວບໍ່ແມ່ນລົດຂອງບໍລິສັດເບຍລາວ, ບໍ່ແມ່ນລົດຂອງບໍລິສັດຂົນສົ່ງ ທີ່ບໍລິສັດເບຍລາວມີສັນຍາໃຫ້ບໍລິການຂົນສົ່ງຜະລິດຕະພັນຂອງບໍລິສັດເບຍລາວ ຫຼື ຂອງຕົວແທນຈຳໜ່າຍໃດໆຂອງພວກເຮົາ. ເປັນອັນຈະແຈ້ງວ່າ, ບໍລິສັດເບຍລາວຈຳກັດ ບໍ່ໄດ້ມີສ່ວນກ່ຽວຂ້ອງໃດໆ ໃນເລື່ອງນີ້.


    ບໍລິສັດເບຍລາວຂໍຊົມເຊີຍຜົນງານຂອງເຈົ້າໜ້າທີ່ ປກສ ແຂວງບໍ່ແກ້ວ ແລະ ອໍານາດການປົກຄອງທີ່ກ່ຽວຂ້ອງ ໃນຄວາມພະຍາຍາມປາບປາມ ແລະຈັບກຸມຕົວກຸ່ມຜູ້ລັກລອບຄ້າຢາເສບຕິດ ແລະ ສິ່ງຜິດກົດໝາຍອື່ນໆໄດ້ເປັນຢ່າງດີ. ພວກເຮົາບໍ່ມີຂໍ້ມູນອື່ນໆເພີ່ມເຕີມກ່ຽວກັບເຫດການນີ້.

    LEAVE A REPLY

    Please enter your comment!
    Please enter your name here

    This site uses Akismet to reduce spam. Learn how your comment data is processed.