ບໍລິລັດເບຍລາວອອກມາຖະແຫລງຂ່າວວ່າ ບໍ່ໄດ້ມີສ່ວນກ່ຽວຂ້ອງໃດໆ

    0
    1280

    ບໍລິລັດເບຍລາວອອກມາຖະແຫລງຂ່າວວ່າ ບໍ່ໄດ້ມີສ່ວນກ່ຽວຂ້ອງໃດໆ ກັບກໍລະນີການລັກລອບຂົນສົ່ງ ຢ າທີ່ເກີດ ຂຶ້ນຢູ່ແຂວງບໍ່ແກ້ວຂປລ. ໃນຕອນຄ່ຳຂອງວັນທີ 27 ຕຸລາ 2021, ບໍລິສັດເບຍລາວຈຳກັດ ໄດ້ອອກບົດຖະແຫລງຂ່າວວ່າ ບໍ່ໄດ້ມີສ່ວນກ່ຽວຂ້ອງໃດໆ ກັບກໍລະນີການລັກລອບຂົນສົ່ງຢ າທີ່ເກີດ ຂຶ້ນຢູ່ແຂວງບໍ່ແກ້ວ.

    ເຊິ່ງມີເນື້ອໃນວ່າ: ມື້ນີ້ພວກເຮົາໄດ້ຮັບຂ່າວກ່ຽວກັບການລັກລອບຂົນຢ າສົ່ງກົດໝາຍ ຢູ່ແຂວງບໍ່ແກ້ວ, ຕໍາຫລວດທ້ອງຖີ່ນ ແລະ ເຈົ້າໜ້າທີ່ກ່ຽວຂ້ອງຂອງແຂວງ ໄດ້ຈັບກຸມລົດບັນທຸກທີ່ໃຊ້ຂົນສົ່ງຢ າຜິດກົດໝາຍ ໂດຍນໍາໃຊ້ລັງເປົ່າທີ່ມີໂລໂກ້ ຜະລິດຕະພັນເບຍລາວ ເປັນສິ່ງປົກປິດ, ບໍລິສັດເບຍລາວ ຈໍາກັດ ຍາມໃດກໍຍຶດໝັ້ນນະໂຍບາຍ ຕ້ານ ແລະ ສະກັດກັ້ນການລັກລອບຄ້າຢ າ ແລະ ສິ່ງຜິດກົດໝາຍຢ່າງເຂັ້ມງວດ ແລະ ພວກເຮົາຮູ້ສຶກຜິດຫວັງເປັນຢ່າງຍິ່ງທີ່ຊັບສິນຂອງບໍລິສັດເບຍ

    ລາວ ຖືກ ລັກລອບເອົາໄປນໍາໃຊ້ໃນການເຄື່ອນໄຫວກິດຈະກໍາທີ່ຜິດກົດໝາຍ ແລະ ຈະເອົາຈິງເອົາຈັງໃນການດໍາເນີນມາດຕະການທາງກົດໝາຍທັນທີ ຕໍ່ຜູ້ນໍາໃຊ້ຊັບສິນຂອງບໍລິສັດຂອງພວກເຮົາໃນທາງທີ່ຜິດກົດໝາຍ. ພ້ອມນີ້, ບໍ່ລິສັດເບຍລາວຈຳກັດ ຍັງຢັ້ງຢືນວ່າ: ລົດບັນທຸກຄັນດັ່ງກ່າວ ບໍ່ແມ່ນລົດຂອງບໍລິສັດເບຍລາວ, ບໍ່ແມ່ນລົດຂອງ

    ບໍລິສັດຂົນສົ່ງ ທີ່ບໍລິສັດເບຍລາວມີສັນຍາໃຫ້ບໍລິການຂົນສົ່ງ ຜະລິດຕະພັນຂອງບໍລິສັດເບຍລາວ ຫລື ຂອງຕົວແທນຈໍາໜ່າຍໃດໆຂອງພວກເຮົາ. ເປັນອັນຈະແຈ້ງວ່າ, ບໍລິສັດເບຍລາວຈໍາກັດ ບໍ່ໄດ້ມີສ່ວນກ່ຽວຂ້ອງໃດໆ ໃນເລື່ອງນີ້ ບໍລິສັດເບຍລາວຂໍຊົມເຊີຍຜົນງານຂອງເຈົ້າໜ້າທີ່ ປກສ ແຂວງບໍ່ແກ້ວ ແລະ ອໍານາດການປົກຄອງທີ່ກ່ຽວຂ້ອງ ໃນຄວາມ ພະຍາຍາມປາບປາມ ແລະ ຈັບກຸມຕົວກຸ່ມຜູ້ລັກລອບຄ້າຢ າ ແລະ ສິ່ງຜິດກົດໝາຍອື່ນໆໄດ້ເປັນຢ່າງດີ.

    LEAVE A REPLY

    Please enter your comment!
    Please enter your name here

    This site uses Akismet to reduce spam. Learn how your comment data is processed.