ແຈ້ງເຕືອນຝົນຕົກໜັກ ປະຈໍາວັນທີ 27 ຕຸລາ 2021

    0
    672

    ແຈ້ງເຕືອນຝົນຕົກໜັກ ປະຈໍາວັນທີ 27 ຕຸລາ 2021 ພາຍຸດີເປຣຊັນ ໄດ້ອ່ອນກໍາລັງລົງເປັນຍ່ອມຄວາມກົດດັນອາກາດຕໍ່າ ທີ່ມີກໍາລັງແຮງໄດ້ປົກຄຸມຢູ່ເຂດພາກໃຕ້ຕອນລຸ່ມຂອງ ສສ ຫວຽດນາມ ແລະ ເຂດພາກໃຕ້ຂອງປະເທດລາວ, ສ່ວນເຂດພາກເໜືອ ລົງຫາ ພາກກາງ ມວນອາກາດເຢັນຈາກປະເທດຈີນ ໄດ້ແພ່ລົງມາປົກຄຸມດ້ວຍ ກໍາລັງອ່ອນ ຫາ ປານກາງ ເຊິ່ງຈະເຮັດໃຫ້ມີຝົນຕົກ ຟ້າຮ້ອງ ຟ້າເຫລື້ອມ ໃນລະດັບຄ່ອຍຢູ່ໃນແຕ່ລະພາກ ແລະ ຕົກໃນລະດັບປານກາງ ຫາ ຕົກໜັກ ພ້ອມມີລົມພັດແຮງຢູ່ບາງທ້ອງຖິ່ນແຂວງພາກກາງ ແລະ ພາກໃຕ້. ດັ່ງນັ້ນ, ຈຶ່ງແຈ້ງເຕືອນເຖິງອໍານາດການປົກຄອງທຸກພາກສ່ວນ ແລະ ປະຊາຊົນບັນດາເຜົ່າ ທີ່ອາໄສຢູ່ບັນດາ ແຂວງບໍລິຄໍາ

    ໄຊ, ຄໍາມ່ວນ, ສະຫວັນນະເຂດ, ຈໍາປາສັກ, ສາລະວັນ, ເຊກອງ ແລະ ອັດຕະປື ຈົ່ງມີສະຕິ ລະມັດລະວັງຕໍ່ສະພາບຝົນຕົກໜັກ ແລະ ລົມພັດແຮງເຮັດໃຫ້ຕົ້ນໄມ້ ຫັກລົ້ມ ຫລັງຄາເຮືອນເປ່ເພ ທີ່ຈະເກີດຂຶ້ນໄດ້ໃນໄລຍະນີ້. ຂໍໃຫ້ຕິດຕາມຂ່າວພະຍາກອນອາກາດ ຈາກ ກົມອຸຕຸນິຍົມ ແລະ ອຸທົກກະສາດ ຢ່າງຕໍ່ເນື່ອງ.ພະຍາກອນອາກາດແຕ່ເວລາ 12:00 ໂມງຂອງວັນທີ 27/10/2021 ເຖິງເວລາ 12:00 ໂມງຂອງວັນທີ 28/10/2021ພາກເໜືອດ້ານຕາເວັນອອກ: ອາກາດເຢັນ ຫາ ໜາວເຢັນ ແລະ ຈະມີຝົນຕົກໃນລະດັບຄ່ອຍ ພ້ອມມີລົມພັດແຮງຢູ່ບາງທ້ອງຖິ່ນ ຫລື ເນື້ອທີ່ການປົກຫຸ້ມຂອງຝົນ ເທົ່າກັບ 20% ຂອງພາກ, ອຸນຫະພູມໃນ ລະຫວ່າງ 14-25 ອົງສາ.

    ພາກເໜືອດ້ານຕາເວັນຕົກ: ອາກາດເຢັນ ຈະມີຝົນຕົກໃນລະດັບຄ່ອຍ ພ້ອມມີລົມພັດແຮງຢູ່ບາງທ້ອງຖິ່ນ ຫລື ເນື້ອທີ່ການປົກຫຸ້ມຂອງຝົນ ເທົ່າກັບ 30% ຂອງພາກ, ອຸນຫະພູມໃນລະຫວ່າງ 16-31 ອົງສາ.ນະຄອນຫລວງວຽງຈັນ: ອາກາດເຢັນໃນຕອນເຊົ້າ ຈະມີຝົນຕົກໃນລະ ດັບຄ່ອຍເປັນບາງໂອກາດ ພ້ອມມີລົມພັດແຮງຢູ່ບາງບໍລິເວນ ຫລື ເນື້ອທີ່ ການປົກຫຸ້ມຂອງຝົນເທົ່າກັບ 10%, ອຸນຫະພູມໃນລະຫວ່າງ 23-30 ອົງສາ.

    ພາກກາງ: ຈະມີຝົນຕົກ ຟ້າຮ້ອງ ຟ້າເຫລື້ອມໃນລະດັບຄ່ອຍຢູ່ເກືອບທົ່ວ ໄປ ແລະ ຕົກໃນລະດັບປານກາງ ຫາ ຕົກໜັກ ພ້ອມມີລົມພັດແຮງຢູ່ບາງ ທ້ອງຖິ່ນ ຫລື ເນື້ອທີ່ການປົກຫຸ້ມຂອງຝົນ ເທົ່າກັບ 60% ຂອງພາກ, ອຸນຫະພູມໃນລະຫວ່າງ 17-31 ອົງສາ. ແຂວງໄຊສົມບູນ: ອາກາດໜາວເຢັນໃນຕອນເຊົ້າ ຈະມີຝົນຕົກໃນ ລະດັບຄ່ອຍ ພ້ອມມີລົມພັດແຮງເປັນບາງໂອກາດ ຫລື ເນື້ອທີ່ການປົກຫຸ້ມ ຂອງຝົນ ເທົ່າກັບ 20% ຂອງແຂວງ, ອຸນຫະພູມໃນລະຫວ່າງ 14-27 ອົງສາ.

    ພາກໃຕ້: ຈະມີຝົນຕົກ ຟ້າຮ້ອງ ຟ້າເຫລື້ອມໃນລະດັບຄ່ອຍຢູ່ເກືອບທົ່ວ ໄປ ແລະ ຕົກປານກາງ ຫາ ຕົກໜັກ ພ້ອມມີລົມພັດແຮງຢູ່ບາງທ້ອງຖິ່ນ ຫລື ເນື້ອທີ່ການປົກຫຸ້ມຂອງຝົນ ເທົ່າກັບ 60% ຂອງພາກ, ອຸນຫະພູມໃນ ລະຫວ່າງ 20-32 ອົງສາ.ສໍາລັບເຂດພູພຽງບໍລະເວນ: ອາກາດໜາວເຢັນ ແລະ ຈະມີຝົນຕົກ ຟ້າຮ້ອງໃນລະດັບຄ່ອຍ ຫາ ປານກາງ ພ້ອມມີລົມພັດແຮງເປັນບາງໂອ ກາດຢູ່ບາງບໍລິເວນ ຫລື ເນື້ອທີ່ການປົກຫຸ້ມຂອງຝົນ ເທົ່າກັບ 30%, ອຸນຫະພູມໃນລະຫວ່າງ 13-25 ອົງສາ.

    LEAVE A REPLY

    Please enter your comment!
    Please enter your name here

    This site uses Akismet to reduce spam. Learn how your comment data is processed.