ສືບຕໍ່ປີດການເດີນທາງເຂົ້າ-ອອກເມືອງໝື່ນ ຊົ່ວຄາວ, ນັບແຕ່ ວັນທີ 25 ຕຸລາ 2021 ຫາ ວັນທີ 07 ພະຈິກ 2021

    0
    387

    ປັດຈຸບັນການແຜ່ລະບາດຂອງພະຍາດໂຄວິດ-19 ຢູ່ປະເທດຂອງພວກເຮົາໄດ້ລະບາດເປັນວົງກ້ວາງ, ໂດຍສະເພາະເມືອງໝື່ນ​ ກໍ່ມີກໍລະນີຕິດເຊື້ອໂຄວິດ-19 ໃນຊຸມຊົນເພີ່ມຂຶ້ນ, ຈາກສະພາບດັ່ງກ່າວນັ້ນ ຄະນະສະເພາະກິດຂັ້ນເມືອງໄດ້ລາຍງານໃຫ້ຊາບວ່າ: ອັດຕາສ່ວນຂອງຜູ້ທີ່ໄດ້ສໍາຜັດກັບຜູ້ຕິດເຊື້ອ ໃນ 18 ກໍລະນີຂອງເມືອງໝື່ນນີ້ ແມ່ນມີຄວາມສ່ຽງສູງ

    ທີ່ຈະເຮັດໃຫ້ການແຜ່ລະບາດສືບຕໍ່ເປັນວົງກ້ວາງ ສະນັ້ນ ເພື່ອເປັນການສະກັດກັ້ນການແຜ່ລະບາດຂອງພະຍາດໂຄວິດ-19 ບໍ່ໃຫ້ແຜ່ລາມໄປສູ່ບ້ານອື່ນໆໃນທົ່ວເມືອງໝື່ນ.
    ເຈົ້າເມືອງໆໝື່ນ ອອກຄໍາສັ່ງ:

    1. ສືບຕໍ່ປີດການເດີນທາງເຂົ້າ-ອອກເມືອງໝື່ນ ຊົ່ວຄາວ, ນັບແຕ່ ວັນທີ 25 ຕຸລາ 2021 ຫາ ວັນທີ 07 ພະຈິກ 2021.2. ໃຫ້ພະນັກງານ-ລັດຖະກອນ ຜັດປ່ຽນການມາປະຈໍາການ ໃນໄລຍະຂອງການລະບາດພະຍາດໂຄວິດ-19 ນີ້, ສ່ວນຜູ້ພັກຢູ່ເຮືອນກໍ່ເຮັດວຽກຜ່ານລະບົບການສື່ສານ ອີເລັກໂຕຼນິກ ແລະ ເຄືອຂ່າຍອິນເຕີເນັດ,

    ຍົກເວັ້ນ ເຈົ້າຫນໍາທີ່ຕຳຫຼວດ, ເຈົ້າໜ້າທີ່ດັບເພີງ, ແພດໝໍ, ພະນັກງານບໍລິການໄຟຟ້າ, ພະນັກງານທະນາຄານ, ພະນັກງານເຮັດວຽກສະກັດກັ້ນ, ການລະບາດ,​ ຄວບຄຸມ ແລະ ປິ່ນປົວ ຜູ້ຕິດເຊື້ອພະຍາດ.​ ໃຫ້ທຸກພາກສ່ວນເປັນເຈົ້າການຕິດຕາມ, ກວດກາຜູ້ທີ່ຢູ່ພາຍໃຕ້ການຄຸ້ມຄອງຂອງຕົນ ເພື່ອຂື້ນບັນຊີຜູ້ຕິດເຊື້ອ ( C)​ ແລະ ກຸ່ມທີ່ມີຄວາມສ່ຽງຕ່າງໆ.​ ນອກຈາກນີ້ຍັງມີມາດຕະການອື່ນໆຕື່ມ ພ້ອມທັງມາດຕະການປັບໄໝຕໍ່ຜູ້ລະເມີດ.​ ລາຍລະອຽດດັ່ງແຈ້ງການລຸ່ມນີ້

    LEAVE A REPLY

    Please enter your comment!
    Please enter your name here

    This site uses Akismet to reduce spam. Learn how your comment data is processed.