ການນຳໃຊ້ແຮງງານ ຢູ່ເຂດເສດຖະກິດພິເສດ ສາມຫລ່ຽມຄຳ ຍັງບໍ່ສອດຄ່ອງກັບກົດໝາຍການນຳໃຊ້ແຮງງານລາວ ແລະ ຕ່າງປະເທດ ຫລາຍສິບພັນຄົນ ຫຼື ອາດເຖິງແສນຄົນໃນອະນາຄົດອັນໃກ້, ແຕ່ການນຳໃຊ້ແຮງງານເຫລົ່ານີ້ຍັງບໍ່ທັນຖືກຕ້ອງ ແລະ ສອດຄ່ອງກັບກົດໝາຍ ແລະ ລະບຽບການທີ່ກ່ຽວຂ້ອງໄດ້ກຳນົດໂດຍຍັງບໍ່ສາມາດເກັບກໍາຕົວເລກຕົວຈິງຂອງຜູ້ອອກ ແຮງງານລາວ ແລະ ຜູ້ອອກແຮງງານຕ່າງປະເທດ ທີ່ເຮັດວຽກຢູ່ເຂດເສດຖະກິດພິເສດສາມຫລ່ຽມຄຳ ລວມທັງຈຳນວນທີ່ຖືກກົດໝາຍ, ຜິດກົດໝາຍ, ສັນຊາດຂອງຜູ້ອອກແຮງງານ ແລະ ອື່ນໆ.
ຄຽງຄູ່ກັນນັ້ນ, ບໍ່ສາມາດຕິດຕາມ ແລະ ຄຸ້ມຄອງຜູ້ອອກແຮງງານ ໂດຍສະເພາະແມ່ນສັນຍາແຮງງານ, ລາຍຮັບ, ສະຫວັດດີການສັງຄົມ ແລະ ການປົກປ້ອງທາງສັງຄົມຕ່າງໆ, ທ່ານ ນາງ ໃບຄຳ ຂັດທິຍະ ລັດ ຖະມົນຕີ ກະຊວງ ແຮງງານ ແລະ ສະຫວັດດີການສັງຄົມ (ຮສສ) ໄດ້ກ່າວໃນກອງປະຊຸມ ປຶກສາຫາ ລືກ່ຽວກັບການຂຶ້ນທະບຽນແຮງງານ ແລະ ກວດສຸຂະພາບແຮງງານ ຢູ່ເຂດເສດຖະກິດພິເສດສາມ ຫລ່ຽມຄຳ, ແຂວງບໍ່ແກ້ວ ໃນວັນທີ 23 ຕຸລາ 2021 ຜ່ານລະບົບທາງໄກ.
ເຖິງຢ່າງໃດກໍຕາມ, ການຂຶ້ນທະບຽນແຮງງານ ຈະເຮັດໃຫ້ສາມາດເກັບກຳຂໍ້ມູນຂອງຜູ້ອອກ ແຮງງານທີ່ກຳລັງເຮັດວຽກ ຢູ່ເຂດເສດຖະກິດພິເສດສາມຫລ່ຽມຄຳ, ແຂວງບໍ່ແກ້ວ ຢ່າງລະອຽດ ເຊັ່ນ: ຈຳນວນຜູ້ຫວ່າງງານ, ຜູ້ບໍ່ມີຫົວໜ່ວຍແຮງງານສັງກັດ, ຜູ້ຕ້ອງການຝຶກສີມືແຮງງານ, ຜູ້ອອກແຮງງານທີ່ຖືກກົດໝາຍ, ຜິດກົດໝາຍ, ຜູ້ຕ້ອງການສືບຕໍ່ເຮັດວຽກ ແລະ ຜູ້ຕ້ອງການກັບຄືນປະເທດ, ຊຶ່ງຈະຊ່ວຍໃຫ້ສາມາດກຳນົດກົນໄກ ໃນການແກ້ໄຂບັນຫາໄດ້ຢ່າງຖືກຕ້ອງ ລວມທັງການຮ່ວມມືສອງຝ່າຍເພື່ອແກ້ໄຂບັນຫາຕໍ່ກັບຜູ້ອອກແຮງງານ ທີ່ເຮັດວຽກແບບຜິດກົດໝາຍ.
ຂໍ້ມູນ: ກະຊວງ ຮສສ