ສວນມອນ! ແມ່ຄ້າຕິດໂ ຄ ວ ິ ດ ຕ້ອງປິດຕະຫຼາດດ່ວນ

    0
    803

    ຈະເວົ້າໄປແລ້ວໂຄວິດບໍ່ແມ່ນເລື່ອງໃກ້ຕົວອີກຕໍ່ໄປ ແຕ່ກໍ່ເປັນຕາຢ້ານເດີ້ໂດຍສະເພາະກັບເຮືອນໃດທີ່ມີຜູ້ອາວຸໂສຢູ່ນຳ, ຜູ້ມີໂລກປະຈຳໂຕກໍ່ມີຄວາມສ່ຽງເຖິງຊີວິດ ແລ້ວໃຜລະທີ່ມີໂລກປະຈຳໂຕ ຂໍບອກເລີຍບ້ານເຮົາມີໜ້ອຍຄົນດອກທີ່ໄປກວດພະຍາດປະຈຳປີ ສະນັ້ນໄທເຮົາເຈົ້າຂ້ອຍບໍມີໃຜຮູ້ວ່າເປັນຫຍັງໃນຮ່າງກາຍເຮົາ ສ່ວນໃຫຍ່ມີແຕ່ພະຍາດຂຶ້ນແລ້ວຈັ່ງໄປກວດ ແລະຮູ້ວ່າເປັນຫຍັງກັບຮ່າງກາຍເຮົາ ສະນັ້ນຈິ່ງບໍ່ຄວນປະໝາດເປັນອັນຂາດ ໂດຍສະເພາະການໄປຈ່າຍຕະຫຼາດຕ້ອງປ້ອງກັນໃຫ້ດີທີ່ສຸດ.

    ຮູບປະກອບຂ່າວເທົ່ານັ້ນ

    ສຳລັບຕະຫຼາດສວນມອນ ເນື່ອງຈາກມີຊາວຄ້າຂາຍ ຕິດເຊື້ອໂຄວິດ-19 ! ຄະນະສະເພາະກິດ ເມືອງສີສັດຕະນາກ ແຈ້ງຂໍຄວາມຮ່ວມມືມາຍັງຜູ້ອໍານວຍການ (ເຈົ້າຂອງຕະຫລາດ) ສວນມອນ ທີ່ຕັ້ງຢູ່ ບ້ານສວນມອນ ເມືອງ ສີສັດຕະນາກ ໃຫ້ໂຈະຊົ່ວຄາວກ່ຽວກັບການເປີດບໍລິການຕະຫລາດ, ເນື່ອງຈາກວ່າຢູ່ພາຍໃນຕະຫລາດເກີດມີກໍລະນີຜູ້ຕິດເຊື້ອພະຍາດ COVID-19 ຂອງຊາວຄ້າຂາຍຫລາຍຄົນທີ່ຄ້າຍຂາຍ ໃນຕະຫລາດນີ້.

    ພ້ອມໃຫ້ປະຕິບັດຕາມມາດຕະການດັ່ງຕໍ່ໄປນີ້:1. ໃຫ້ໂຈະຊົ່ວຄາວກ່ຽວກັບການເປີດບໍລິການຕະຫລາດແຕ່ວັນທີ 25 ຕຸລາ 2021 ເປັນຕົ້ນໄປຈົນກວ່າຈະມີແຈ້ງການປ່ຽນແປງ
    2. ໃຫ້ສຶບຄົ້ນຫາຜູ້ຕິດເຊື້ອ ແລະ ຜູ້ສໍາພັດໃກ້ສິດທີ່ມາຄ້າຂາຍຢູ່ພາຍໃນຕະຫລາດໂດຍໄວ, ພ້ອມທັງໃຫ້ຜູ້ທີ່ ສຳພັດໃກ້ສິດ (C1) ໄປກວດຫາເຊື້ອພະຍາດ COVID-19 ຢູ່ທີ່ສະຖານທີ່ກວດທີ່ທາງການໄດ້ກຳນົດໄວ້

    3. ໃຫ້ແຈ້ງປະຫວັດການເຄື່ອນໄຫວຂອງຜູ້ຕິດເຊື້ອໂດຍດ່ວນຕໍ່ເຈົ້າໜ້າທີ່ທີມງານລະບາດວິທະຍາຫ້ອງການສາທາລະນະສຸກເມືອງກໍ່ຄືພະແນກສາທາລະນະສຸກນະຄອນຫຼວງວຽງຈັນໂດຍດ່ວນ4. ໃຫ້ດໍາເນີນການສີດຜົ່ນຍາຂ້າເຊື້ອ, ເຮັດອານາໄມຄວາມສະອາດ ໃນທົ່ວບໍລິເວນຕະຫລາດ ແລະ ຈຸດຂາຍ
    5. ໃຫ້ຈຳກັດບໍລິເວນເວລາ 14 ວັນ ຊາວຄ້າຂາຍທີ່ສຳພັດກັບຜູ້ຕິດເຊື້ອ C1 ແລະ ຜູ້ຢູ່ໃນກຸ່ມສ່ຽງ C2.

    LEAVE A REPLY

    Please enter your comment!
    Please enter your name here

    This site uses Akismet to reduce spam. Learn how your comment data is processed.