ວາດສະໜາດີ ໄດ້ຜົວນ້ອຍອາຍຸຫ່າງ 55 ປີແຕ່ຍັງຮັກຫືງຫວງກວ່າບ່າວເຖົ້າໄດ້ສາວນ້ອຍອີກ ຢ້ານມີຄົນມາຈີບຄູ່ຮັກໂຕເອງຈົນຕ້ອງກັກຂັງໄວ້ແຍງຄົນດຽວ ວ້າວໆອິດສາເປັນແຖວເລີຍລະສາວໆ!
ສື່ຕ່າງປະເທດລາຍງານຄູ່ຮັກຕ່າງໄວຊາວອິນໂດເນເຊຍ ອາຍຸຫ່າງກັນຕັ້ງ 55 ປີ ເຊິ່ງຜົວຫາກໍ່ອາຍຸ 19 ປີບໍລິບູນ ຊາຍໜຸ່ມຄົນນີ້ຊື່ ເຊລາເມັດ ຮິຍາດີ ສ່ວນເມຍຊື່ວ່າ ເນເນດ ໂຮຮາຢາ ໄວ 74 ປີ ທັງສອງຄົນຮູ້ຈັກກັນໃນເວລາບໍ່ດົນບໍ່ຕົກລົງປົງໃຈແຕ່ງງານກັນທ່າມກາງຄວາມບໍເຫັນດີຂອງຍາດພີ່ນ້ອງທາງຝ່າຍຊາຍ ແລະເພິ່ນພະຍາຍາມຂັດຂວາງທຸກທາງ.
ທັ້ງນີ້ກໍ່ຍ້ອນຝ່າຍຍິງນັ້ນເຄີຍແຕ່ງງານມາແລ້ວສອງຄັ້ງ ແລະຫຼັງແຕ່ງງານທັງສອງຄັ້ງຜົວກໍຈາກໄປເສີຍໆເຮັດໃຫ້ນາງໂຣຮາຢາຕ້ອງຢູ່ຢ່າງໂດດດ່ຽວດຽວດາຍ ແຕ່ດ້ວຍຄວາມຮັກຂອງຝ່າຍຊາຍເຮັດໃຫ້ພໍ່ແມ່ຈຳເປັນຈັດງານແຕ່ງໃຫ້ໃນທີ່ສຸດ.
ຫຼັງແຕ່ງງານມາ 3 ປີຄວາມຮັກກໍຍັງຫວານຊື່ນບໍ່ມີຈືດຈາງເລີຍ ເນື່ອງຈາກຄວາມມີສະເໜໜ້າຫຼົງໄຫຼຂອງໂຣຮາຢາ ບໍ່ພຽງຜົວນ້ອຍຄົນນີ້ຫຼົງຮັກເທົ່ານັ້ນ ແຕ່ຍັງມີຜູ້ຊາຍຄົນອື່ນໆແອບມັກເປັນຈຳນວນຫຼາຍ ເຮັດໃຫ້ຜົວເກີດຄວາມຫືງຫວງເຖິງຂັ້ນຕ້ອງກັກຂັງເມຍໄວ້ໃນເຮືອນບໍໃຫ້ອອກໄປໃສຢ້ານຄົນອື່ນເຫັນ.
ໂຮຮາຍາ ເລົ່າວ່າ ຜົວຂອງຕົນເປັນຄົນຂີ້ຫຶງ ຫຼາຍເທື່ອທັງສອງມັກຈະຜິດກັນຍ້ອນຄວາມຫຶງຫວງຂອງລາວ ແຕ່ເມື່ອພິຈາລະນາວ່າຍ້ອນຜົວຮັກຕົນເກີນໄປ ຕົນຈີ່ງບໍ່ໃສ່ໃຈກັບສິ່ງທີ່ຜິດກັນ ແລະເຊື່ອຟັງຜົວເກັບຕົວເອງຢູ່ແຕ່ໃນເຮືອນເພື່ອຄວາມສະບາຍໃຈຂອງລາວ.
ທັງສອງຍັງເຊື່ອວ່າໃນອະນາຄົດຈະມີໂຕນ້ອຍໆມາເປັນພະຍານຮັກຄອຍເຕີມເຕັມຄວາມຮັກໃຫ້ຄອບຄົວອົບອຸ່ນກວ່າເກົ່າອີກ.ເມື່ອຄົນທັງໂລກຮັບຮູ້ຂ່າວຂອງຄູ່ຜົວເມຍນີ້ຕ່າງກໍ່ຄິດວ່າຊາຍໜຸ່ມຄົນນີ້ຫວັງລົງທຶນໄລຍະສັ້ນຢ່າງແນ່ນອນ ແຕ່ໃນຄວາມເປັນຈີງແລ້ວ ໂຣຮາຢາ ເປັນພຽງຍິງຊາວນາຈົນໆຄົນໜຶ່ງເທົ່ານັ້ນ ທີ່ທັງສອງຕັດສິນໃຈແຕ່ງງານກັນກໍ່ເພາະເກີດມີຄວາມມັກຮັກກັນຢ່າງເລີກເຊິ່ງຕໍ່ກັນແລະກັນ ກ່ອນໜ້າຈະແຕ່ງງານຜົວເມຍຄູ່ນີ້ຍັງບອກວ່າຖ້າບໍໄດ້ແຕ່ງກັນກໍໂສຈາກໄປພ້ອມໆກັນຈະດີກວ່າໃຫ້ແຍກກັນໃນຊາດນີ້.