ໄທບໍ່ສົນແລ້ວ ເປີດປະຕູຕ້ອນຮັບ 46 ປະເທດມາທ່ຽວຕາມໃຈບໍຕ້ອງກັກຕົວ

    0
    1750

    ເຖິງແມ່ນວ່າສະຖານະການໂຄວິດ-19 ຍັງລາມໄປບໍ່ຢຸດ ແຕ່ເພື່ອຄວາມຢູ່ລອດຂອງຊີວິດ ແລະເສດຖະກິດຂອງປະເທດ ລາຊະອານາຈັກໄທຈະບໍຄອຍອີກຕໍ່ໄປ ເປີດໄຟຂຽວຕ້ອນຮັບ 46 ປະເທດເຂົ້າມາທ່ຽວໄດ້ຕາມໃຈມັກ ໂດຍບໍຈຳເປັນຕ້ອງກັກຕົວ.

    ໃນວັນທີ 21 ຕຸລາ 2021  ນີ້ທ່ານ ທານີ ທອງພັກດີ, ລັດຖະມົນຕີກະຊວງການຕ່າງປະເທດຂອງໄທ ໃນ​ຖາ​ນະ​ເປັນ​ຫົວ​ໜ້າ​ສູນ​ປະ​ຕິ​ບັດ​ມາດ​ຕະ​ການ​ຄົນ​ເຂົ້າ​ເມືອງ ແລະ ການ​ດູ​ແລ​ຄົນ​ໄທ​ຢູ່​ຕ່າງ​ປະ​ເທດ ​ໄດ້​ລົງ​ນາມ​ໃນ​ປະກາດ​ສູນ​ດຳ​ເນີນ​ມາດ​ຕະການ​ກວດກາ​ຄົນ​ເຂົ້າ​ເມືອງ ​ແລະ ເບິ່ງແຍງ​ຄົນ​ໄທ​ຢູ່​ຕ່າງປະ​ເທດ ​ເລື່ອງ ‘ກຳນົດ​​ລາຍ​ຊື່​ປະ​ເທດ ​ແລະ ​ເຂດ​ ທີ່​ອະນຸຍາດ​ໃຫ້​ເຂົ້າ​ມາ​ໃນ​ລາຊະ​ອານາຈັກ​ຂອງ​ປະ​ເພດ​ບຸກຄົນ (13)’ ​ໂດຍ​ປະກາດ​ຊື່​ປະ​ເທດ​ທີ່​ສາມາດ​ເດີນທາງ​ໄປ​ໄທ ໃນວັນທີ 1 ພະຈິກ


    ມາດຕະຖານເປີດຊື່ 46 ປະເທດ ທີ່ປະເທດໄທ ກໍາລັງຈະເປີດໃຫ້ນັກທ່ອງທ່ຽວເຂົ້າມາທ່ຽວໃນປະເທດໄທ ໂດຍບໍ່ມີການກັກກັນ ຖ້າປະຕິບັດຕາມເງື່ອນໄຂຂອງທາງການ.

    ບັນດາລາຍຊື່ປະເທດທີ່ໄທອະນຸຍາດໃຫ້ເຂົ້າປະເທດໂດຍບໍຕ້ອງກັກຕົວນັ້ນ ລ້ວນເປັນປະເທດແຖບຢູໂຣບທີ່ມີສັກກະຍະພາບໃນການໃຊ້ຈ່າຍພັກແຮມທັງນັ້ນ

    ໃນສະຖານະການແບບນີ້ ຫຼາຍປະເທດກໍ່ເລືອກທີ່ຈະບໍປິດອີກຕໍ່ໄປ ເວົ້າຕາມພາສາຊາວບ້ານກໍ່ແມ່ນຈະເກີດຫຍັງຂຶ້ນກໍປ່ອຍໃຫ້ເປັນໄປຕາມເວນຕາມກຳ ແຕ່ຄວາມຈີງແລ້ວເງິນຄຳສຳຄັນຢູ່ກໍ່ຈີງຫາກຊີວິດສຸຂະພາບສຳຄັນກວ່າ ສະນັ້ນຈະເປີດປະເທດແທ້ກໍ່ໃຫ້ໝັ້ນໃຈຄວາມປອດໄພຂອງພົນລະເມືອງກ່ອນຈະເປັນການດີສຸດ.

    .

    LEAVE A REPLY

    Please enter your comment!
    Please enter your name here

    This site uses Akismet to reduce spam. Learn how your comment data is processed.