ຍອດຜູ້ຕິດເ ຊ ື ້ ອ ໂ ຄ ວ ິ ດ 19 ຍັງສູງ ພົບໃໝ່ 520 ຄົນ, ນະຄອນຫຼວງວຽງຈັນ 289 ຄົນ

    0
    288

    ສະຖານະການໂຄວິດ 19 ມື້ນີ້ ວັນທີ 22 ຕຸລາ 2021 ພົບຜູ້ຕິດເຊື້ອໃໝ່ຍັງສູງ 520 ຄົນ, ນໍາເຂົ້າມີ 2 ຄົນ ແລະ ຕິດເຊື້ອພາຍໃນ 518 ຄົນ, ຫຼາຍກວ່າໝູ່ຍັງແມ່ນນະຄອນຫຼວງວຽງຈັນ 289 ຄົນ, ຫຼວງພະບາງ 54 ຄົນ, ວງນໍ້າທາ 47 ຄົນ

    ທ່ານ ດຣ. ລັດຕະນະໄຊ ເພັດສຸວັນ ຫົວໜ້າກົມຄວບຄຸມພະຍາດຕິດຕໍ່, ກະຊວງສາທາລະນະສຸກ ຖະແຫຼງຂ່າວກ່ຽວກັບສະຖານະການການຕິດເຊື້ອໂຄວິດຢູ່ ສປປລາວວ່າ ມາຮອດວັນທີ 21 ລາວເຮົາເກັບກວດຕົວຢ່າງທັງໝົດ 5.580 ຕົວຢ່າງ, ພົບຜູ້ຕິດເຊື້ອໃໝ່ 520 ຄົນ, ນໍາເຂົ້າ 2 ຄົນ ຈາກແຂວງສະຫວັນນະເຂດ

    ຕິດເຊື້ອພາຍໃນ 518 ຄົນ ຈາກນະຄອນຫຼວງວຽງຈັນ 289 ຄົນ, ຫຼວງພະບາງ 54 ຄົນ, ຫຼວງນໍ້າທາ 47 ຄົນ, ວຽງຈັນ 40 ຄົນ, ຄໍາມ່ວນ 28 ຄົນ, ະຫວັນນະເຂດ 15 ຄົນ, ບໍລິຄໍາໄຊ 11 ຄົນ, ຈໍາປາສັກ 8 ຄົນ, ສາລະວັນ 7 ຄົນ, ແຂວງ ໄຊສົມບູນ 4 ຄົນ ແລະ ເຊກອງ 4 ຄົນ

    ມາຮອດວັນທີ 21 ຕຸລາ 2021 ພົບຜູ້ຕິດເຊື້ອສະສົມ 34.518 ຄົນ, ເສຍຊີວິດສະສົມ 49 ຄົນ, ປິ່ນປົວຫາຍດີ 304 ຄົນ, ກໍາລັງປິ່ນປົວ 6975 ຄົນ

    LEAVE A REPLY

    Please enter your comment!
    Please enter your name here

    This site uses Akismet to reduce spam. Learn how your comment data is processed.