ຢ່າປະໝາດເດັດຂາດ! ເຄີຍຕິດແລ້ວເທື່ອ 1 ກັບມາຕິດອີກຮອບ 2 ສູ້ໆຂໍໃຫ້ດີໄວໆຢ່າປະໝາດເດັດຂາດ! ເຄີຍຕິດແລ້ວເທື່ອ 1 ກັບມາຕິດອີກຮອບ 2 ສູ້ໆຂໍໃຫ້ດີໄວໆ21 ຕຸລາ 2021 ເມືອງສັງທອງ ນະຄອນຫຼວງວຽງຈັນ ພົບກໍລະນີຕິດເຊື້ອ Covid-19 ໃໝ່ເພີ່ມອີກ 2 ກໍລະນີ ເຊິ່ງແມ່ນຄອບຄົວຂອງຜູ້ຕິດເຊື້ອຜ່ານມາ.
ສະນັ່ນມາຮອດປະຈຸບັນທົ່ວເມືອງສັງທອງມີຜູ້ຕິດເຊື້ອສະສົມທັງໝົດ. 18 ກໍລະນີ, ໃນນັ້ນປິ່ນປົວຫາຍດີແລ້ວ 12 ຄົນ, ກຳລັງປິ່ນປົວຢູ່ 5 ຄົນ ແລະ ເສຍຊິວິດແລ້ວ 1 ຄົນ.ຈັ່ງໃດກໍ່ຂໍໃຫ້ເຊົາໄວໆເດີ້ ເຊື່ອວ່າແມ່ນໃຜ ໃຜກໍ່ບໍ່ຢາກຕິດເຊື້ອພະຍາດໂຄວິດນີ້ ສະນັ້ນເມື່ອມັນເປັນແລ້ວກໍ່ຕ້ອງຮັກສາໃຫ້ເຊົາ ເຖິງແມ່ນວ່າເຖິງຈະຮັັກສາເຊົາຮ່າງກາຍກໍ່ບໍ່
ຄືເກົ່າແຕ່ຢ່າງນ້ອຍກໍ່ເປັນປະສົບການຊີວິດໃນການໃຊ້ຊີວິດທີ່ຈັ່ງໃດກໍ່ຕ້ອງຢູ່ກັບມັນໃຫ້ໄດ້ ຂໍແຕ່ໃຫ້ທຸກຄົນຕ້ອງລະມັດລະວັງຕົວເອງໃຫ້ດີ ຢ່າປະໝາດເພາະມີຕົວຢ່າງໃຫ້ເຫັນມາແລ້ວ ສະນັ້ນຂໍໃຫ້ທຸກຄົນປະຕິບັດມາດຕະການ ຂອງສະເພາະກິດທີ່ອອກຄຳສັ່ງໃຫ້ດີ ຮັກສາໄລຍະຫ່າງ ໝັນລ້າງມື ໃສ່ຜ້າປິດປາກ ບໍ່ຊຸມນຸມກັນ ຮ່ວມແຮງຮ່ວມໃຈກັນ ເຮົາຈະຜ່ານວິກິດຄັ້ງນີ້ໄປນຳກັນ
ຢ່າປະໝາດເດັດຂາດ! ເຄີຍຕິດແລ້ວເທື່ອ 1 ກັບມາຕິດອີກຮອບ 2 ສູ້ໆຂໍໃຫ້ດີໄວໆ