ພິທີຄອບໄຂວ່ມະເຫສັກເຈົ້າທີ່ເຈົ້າຖານທີ່ທ່າວັດຈັນ ເນື່ອງຈາກປີນີ້ບໍ່ສາມາດຈັດງານບຸນອອກພັນສາ

    0
    422

    ຄອບໄຂວ່ມະເຫສັກເຈົ້າທີ່ເຈົ້າຖານທີ່ທ່າວັດຈັນ ເນື່ອງຈາກປີນີ້ບໍ່ສາມາດຈັດງານບຸນອອກພັນສາປະວໍຣະນາໃນຕອນເຊົ້າ ວັນທີ 20 ຕຸລາ 2021​ ທ່ານ ດວງຕາ ສຸລີວົງ ເຈົ້າເມືອງຈັນທະບູລີ ພ້ອມດ້ວຍຄະນະ ແລະເຖົ້າແກ່ແນວໂຮມ ໄດ້ຈັດພິທີຄອບໄຂວ່ມະເຫສັກເຈົ້າທີ່ເຈົ້າຖານທີ່ທ່າວັດຈັນ ເນື່ອງຈາກປີນີ້ບໍ່ສາມາດຈັດງານບຸນອອກພັນສາປະວໍຣະ

    ນາ, ປະເພນີນ່ານນ້ຳຊ່ວງເຮືອທ່າວັດຈັນ ແລະ ໄຫລເຮືອໄຟ ອັນເປັນຮີດຄອງທີ່ສືບທອດກັນມາຕັ້ງແຕ່ດົນນານ ຍ້ອນການແຜ່ລະບາດຂອງພະຍາດໂຄວິດ 19.
    ຕາມປົກກະຕິແລ້ວຫລັງບຸນອອກພັນສາປະວໍຣະນາແລ້ວ ການແຂ່ງຂັນເຮືອຊ່ວງຖືເປັນປາງບຸນໃຫຍ່ປະຈຳປີຂອງຊາວນະຄອນຫລວງວຽງຈັນ ກໍຄືທົ່ວປະເທດ ຄຽງຄູ່ກັນກໍໄດ້

    ຈັດງານຕະຫລາດນັດຄົບງັນຢ່າງຄຶກຄື້ນມ່ວນຊື່ນເປັນເວລາຫລາຍວັນ ຖືເປັນການກະຕຸ້ນເສດຖະກິດ ແລະການທ່ອງທ່ຽວ ພ້ອມດຽວກັນກໍໄດ້ເປັນວາລະແຫ່ງການເຕົ້່າໂຮມຄວາມສາມັກຄີຂອງບັນດາສີພາຍເຮືອຊ່ວງແຕ່ລະບ້ານ ແຕ່ລະກົມກອງ ພ້ອມທັງຊາວບ້ານກອງເຊຍທີ່ຍົກຂະບວນກັນມາເຕົ້າໂຮມສ້າງຄວາມມ່ວນຊື່ນທີ່ທ່າວັດຈັນ.

    ແຕ່ເນື່ອງຈາກສະຖານນະການການແຜ່ລະບາດຂອງພະຍາດໂຄວິດທີ່ຍັງຫນ້າເປັນຫ່ວງ ຈຳເປັນຕ້ອງໄດ້ສືບຕໍ່ປະຕິບັດຕາມມາດຕະການທີ່ທາງຂັ້ນເທິງວາງອອກຢ່າງເຄັ່ງເຮັດໃຫ້ບຸນຊ່ວງເຮືອປີນີ້ຕ້ອງໂຈະໄປເສຍກ່ອນ.


    ພິທີຄອບໄຂວ່ມະເຫສັກເຈົ້າທີ່ເຈົ້າຖານທີ່ທ່າວັດຈັນ ເນື່ອງຈາກປີນີ້ບໍ່ສາມາດຈັດງານບຸນອອກພັນສາ

    ພາບໂດຍ: ສອນດາຣາ,​ ຂ່າວຈາກ: ກິນທີ່ນີ້,​ ທ່ຽວທີ່ນີ້

    LEAVE A REPLY

    Please enter your comment!
    Please enter your name here

    This site uses Akismet to reduce spam. Learn how your comment data is processed.