ໃນວັນທີ 20 ຕຸລາ 2021 ໄດ້ຈັດກອງປະຊຸມເຊື່ອມຊຶມເອກະສານຕິິດພັນກັບຂະແໜງການເງິນ, ໂດຍຜ່ານລະບົບກອງປະຊຸມທາງໄກ (VIDEO Conference) ໂດຍການເປັນປະທານຂອງທ່ານ ປອ ບຸນເຫຼືອ ສິນໄຊວໍຣະວົງ ຮອງລັດຖະມົນຕີກະຊວງການເງິນ, ມີທ່ານ ກົງຄຳ ສິດທິວໍລະດາ ຫົວໜ້າກົມຈັດຕັ້ງ ແລະ ພະນັກງານ, ຫົວໜ້າກົມກວດກາ, ຮອງຫົວໜ້າຄັງເງິນແຫ່ງຊາດ, ຮັກສາການຫົວໜ້າກົມສ່ວຍສາອາກອນ, ຫົວໜ້າພະແນກການເງິນ ນະຄອນຫຼວງວຽງຈັນ, ຮອງຫົວໜ້າພະແນກການເງິນ, ຫົວໜ້າ ຂະແໜງ 3 ສາຍຕັ້ງປະຈໍານະຄອນຫຼວງວຽງຈັນ, ຄະນະນໍາຫ້ອງການ–ການເງິນ 9 ເມືອງ, ພ້ອມດ້ວຍ ພະນັກງານຫຼັກແຫຼ່ງເຂົ້າຮ່ວມ.
ກອງປະຊຸມດັ່ງກ່າວ, ທ່ານ ສິລິລາດທົງສິນ ທອງເພັງ ຫົວໜ້າພະແນກການເງິນ ນະຄອນຫຼວງວຽງຈັນໄດ້ລາຍງານສະພາບລວມໂດຍສັງເຂບກ່ຽວກັບການຈັດຕັ້ງປະຕິບັດແຜນງົບປະມານແຫ່ງລັດ 9 ເດືອນ ແລະ ທິດທາງແຜນການ 3 ເດືອນທ້າຍປີ 2021, ຊຶ່ງອີງຕາມຕົວເລກລາຍຮັບແຜນການປີ 2021 ທັງໝົດ: 5.094,86 ຕື້ກີບ; 09 ເດືອນສາມາດປະຕິບັດໄດ້ 3.157,80 ຕື້ກີບເທົ່າກັບ 61,98% ຂອງແຜນການປີ (ທຽບໄລຍະດຽວປີ 2020 ເພີ່ມຂຶ້ນ 19,47% ຄິດເປັນເງິນ 508,12 ຕື້ກີບ, ແຜນການດຸ່ນດ່ຽງປີ 2021 ທັງໝົດ 766,49 ຕື້ກີບ, ການປະຕິບັດດຸ່ນດ່ຽງໃຫ້ສູນກາງໃນ 09 ເດຶອນປະຕິບັດໄດ້ 464,66 ຕື້ກີບເທົ່າກັບ 60,62% ຂອງແຜນການປີ.
ສໍາລັບທິດທາງແຜນການງົບປະມານ 03 ເດືອນທ້າຍປີ 2021 ຄະນະພະແນກການເງິນ ນະຄອນຫຼວງວຽງຈັນ, ຈະເພີ່ມທະວີວຽກງານສຶກສາອົບຮົມນໍາພາການເມືອງ–ແນວຄິດໃຫ້ແກ່ສະມາຊິກພັກ,ພະນັກງານ–ລັດຖະກອນ, ສືບຕໍ່ສ້າງແຜນກຳນົດພະນັກງານນຳພາ–ຄຸ້ມຄອງຂອງພະແນການເງິນ ນະຄອນຫຼວງວຽງຈັນປະຈຳປີ 2021 ແລະ ກວດກາການກໍານົດຕໍາແໜ່ງງານຂອງພະແນກການເງິນ ນະຄອນຫຼວງວຽງຈັນ, ສືບຕໍ່ປະສານກັບຄະນະຈັດຕັ້ງ ນະຄອນຫຼວງວຽງຈັນກ່ຽວກັບວຽກງານປະເມີນຜົນກວດກາໜ່ວຍພັກປອດໃສ, ເຂັ້ມແຂງ, ໜັກແໜ້ນ ປະຈຳປີ 2021 ແລະ ວຽກງານ “ຮັກຊາດພັດທະນາ” ປະຈຳປີ 2021, ສືບຕໍ່ການປັບປຸງກົງຈັກການຈັດຕັ້ງ ແລະ ບຸກຄະລາກອນຂອງສ່ວຍສາອາກອນ ແລະ ຄັງເງິນແຫ່ງຊາດປະຈໍານະຄອນຫຼວງວຽງຈັນ ແລະ ປະຈໍາເມືອງ, ຮ່ວມກັບຮັບຜິດຊອບຈາກກະຊວງການເງິນ ຕາມຂໍ້ຕົກລົງຂອງທ່ານລັດຖະມົນຕີກະຊວງການເງິນ ສະບັບເລກທີ 4851/ກງ ລົງວັນທີ 28 ກັນຍາ 2021 ແລະ ປັບປຸງບຸກຄະລາກອນຂັ້ນຂະແໜງຂອງພະແນກການເງິນ, ຫ້ອງການ-ການເງິນເມືອງ ໃຫ້ສໍາເລັດ.ສ່ວນຕົວເລກຄາດຄະເນລາຍຮັບແຜນການສູ້ຊົນໝົດປີຄາດວ່າຈະປະຕິບັດໄດ້ 4.483,93 ຕື້ກີບເທົ່າກັບ 88,01 % ຂອງແຜນປີ 2021, ແຜນຄາດຄະເນການປະຕິບັດດຸ່ນດ່ຽງໃຫ້ສູນກາງໝົດປີ 577,16 ຕື້ກີບເທົ່າກັບ 75,30% ຂອງແຜນການ.
ໂອກາດນີ້,ທ່ານ ປອ ບຸນເຫຼືອ ສິນໄຊວໍຣະວົງ ຮອງລັດຖະມົນຕີກະຊວງການເງິນ ໄດ້ມີຄໍາເຫັນວ່າ: ກອງປະຊຸມຄັ້ງນີ້, ເປັນການຍົກສູງຄວາມຮັບຜິດຊອບໃນການປະຕິບັດວຽກງານວິຊາສະເພາະເພື່ອພ້ອມກັນແກ້ໄຂສະພາບຄວາມຫຍຸ້ງຍາກທາງດ້ານເສດຖະກິດ-ການເງິນ ແລະ ວາລະແຫ່ງຊາດໂດຍສະເພາະປະຕິບັດຕາມຄໍາສັ່ງຂອງນາຍົກລັດ ຖະມົນຕີວ່າດ້ວຍການເພີ່ມທະວີການຄຸ້ມຄອງ ແລະ ຕ້ານການຮົ່ວໄຫຼຂອງລາຍຮັບງົບປະມານແຫ່ງລັດ, ໃຫ້ຄະນະນໍາຂອງພະແນກການເງິນນະຄອນຫຼວງເຊື່ອມຊຶມ, ກໍາແໜ້ນ ແລະ ເຂົ້າໃຈຢ່າງເລິກເຊິງບັນດານິຕິກຳໃຕ້ກົດໝາຍທີ່ກະຊວງການເງິນ, ຊຶ່ງຕິດພັນກັບວາລະແຫ່ງຊາດພ້ອມທັງຕ້ອງເປັນເຈົ້າການນໍາພາ-ຊີ້ນໍາພະນັກງານ-ລັດຖະກອນຢູ່ຂັ້ນນະຄອນຫຼວງ ແລະ ບັນດາເມືອງ (09 ຕົວເມືອງ) ໃນການຈັດຕັ້ງເຜີຍແຜ່ຄໍາສັ່ງຂອງນາຍົກລັດຖະມົນຕີ ເລກທີ 18/ນຍ, ລົງວັນທີ 16 ກັນຍາ 2021 ໃຫ້ແກ່ພະນັກງານ-ລັດຖະກອນທີ່ຢູ່ໃນຄວາມຮັບຜິດຊອບຂອງຕົນຮັບຮູ້ຢ່າງທົ່ວເຖິງເພື່ອສາມາດຈັດຕັ້ງປະຕິບັດໃຫ້ມີປະສິດທິຜົນ, ພ້ອມທັງເອົາໃຈໃສ່ການສຶກສາອົບຮົມທາງດ້ານການເມືອງ–ແນວຄິດຕໍ່ພະນັກງານສະມາຊິກພັກຂອງພະແນກການເງິນ, ສ່ວຍສາອາກອນ ແລະ ຄັງເງິນປະຈໍານະຄອນຫຼວງໃຫ້ມີຄວາມອຸ່ນອ່ຽນ, ທຸ່ນທ່ຽງ, ມີຄວາມເຊື່ອໝັ້ນຕໍ່ການນໍາພາ-ຊີ້ນໍາ ແລະ ສືບຕໍ່ປະຕິບັດວຽກງານຕາມການຈັດຕັ້ງມອບໝາຍໃຫ້ມີຜົນສຳເລັດ.
ໃນກອງປະຊຸມໄດ້ຮັບຟັງການສະເໜີຂອງທ່ານ ກົງຄໍາ ສິດທິວໍລະດາ ຫົວໜ້າກົມຈັດຕັ້ງ ແລະ ພະນັກງານຜ່ານລະບົບກອງປະຊຸມທາງໄກ (VIDEO Conference) ກ່ຽວກັບບາງເນື້ອໃນຂອງການປະເມີນຜົນສະເພາະກ່ອນການແຕ່ງຕັ້ງດໍາລົງຕໍາແໜ່ງໃໝ່ ຫຼື ກ່ອນການຍົກຍ້າຍໄປຮັບໜ້າທີ່ໃໝ່, ຮັບຟັງການສະເໜີກ່ຽວກັບມະຕິຂອງກົມການເມືອງສູນກາງພັກ ສະບັບເລກທີ 032/ກມສພ ລົງວັນທີ 03 ມັງກອນ 2018 ວ່າດ້ວຍການສ້າງແຜນກໍານົດພະນັກງານນໍາພາ-ຄຸ້ມຄອງ, ຮັບຟັງການສະເໜີຂອງທ່ານ ທຳມະລົດ ຣາຊະພົນ ຮັກສາການຫົວໜ້າກົມສ່ວຍສາອາກອນ ກ່ຽວກັບໂຄງປະກອບກົງຈັກການຈັດຕັ້ງຕາມພາລະບົດບາດໃໝ່ຂອງກົມສ່ວຍສາອາກອນ ແລະ ມາດຕະຖານສະເພາະບາງຕໍາແໜ່ງງານຂອງພະນັກງານ-ລັດຖະກອນສ່ວຍສາອາກອນ ແລະ ສະເໜີກ່ຽວກັບການຈັດຕັ້ງປະຕິບັດວາລະແຫ່ງຊາດວ່າດ້ວຍການແກ້ໄຂຄວາມຫຍຸ້ງຍາກທາງດ້ານເສດຖະກິດ-ການເງິນທີ່ຕິດພັນກັບຄໍາສັ່ງຂອງນາຍົກລັດຖະມົນຕີ ເລກທີ 18/ນຍ, ລົງວັນທີ 16 ກັນຍາ 2021 ວ່າດ້ວຍການເພີ່ມທະວີການຄຸ້ມຄອງ ແລະ ຕ້ານການຮົ່ວໄຫຼຂອງລສຍຮັບງົບປະມານແຫ່ງລັດ, ຮັບຟັງການສະເໜີຂອງທ່ານ ນາງ ຄອນມະນີ ພິມມະສັກ ຮອງຫົວໜ້າຄັງເງິນແຫ່ງຊາດໄດ້ສະເໜີກ່ຽວກັບໂຄງປະກອບກົງຈັກການຈັດຕັ້ງຕາມພາລະບົດບາດໃໝ່ຂອງຄັງເງິນແຫ່ງຊາດ ແລະ ມາດຕະຖານສະເພາະບາງຕໍາແໜ່ງຂອງພະນັກງານ-ລັດຖະກອນຄັງເງິນ ນຳອີກດ້ວຍ.