ພະຍາກອນອາກາດ ປະຈໍາວັນທີ 20 ຕຸລາ 2021

    0
    1264

    ພະຍາກອນອາກາດ ປະຈໍາວັນທີ 20 ຕຸລາ 2021ມວນອາກາດເຢັນທີ່ປະເທດຈີນ ຍັງປົກຄຸມຢູ່ພາກເໜືອຂອງ ປະເທດລາວ ດ້ວຍກໍາລັງອ່ອນ ສົມທົບກັບກະແສລົມຕາເວັນອອກ- ຕາເວັນອອກສ່ຽງໃຕ້ພັດປົກຄຸມ ຊຶ່ງຈະເຮັດໃຫ້ອາກາດຮ້ອນຂຶ້ນເລັກນ້ອຍ ແລະ ຈະມີຝົນຕົກ ຟ້າຮ້ອງ ຟ້າເຫລື້ອມໃນລະດັບຄ່ອຍ ພ້ອມມີລົມພັດ ແຮງຢູ່ບາງທ້ອງຖິ່ນໃນແຕ່ລະພາກ.ພະຍາກອນອາກາດແຕ່ເວລາ 12:00 ໂມງຂອງວັນທີ 20/10/2021 ເຖິງເວລາ 12:00 ໂມງຂອງວັນທີ 21/10/2021

    ພາກເໜືອດ້ານຕາເວັນອອກ: ຈະມີຝົນຕົກໃນລະດັບຄ່ອຍ ພ້ອມມີ ລົມພັດແຮງຢູ່ບາງທ້ອງຖິ່ນ ຫລື ເນື້ອທີ່ການປົກຫຸ້ມຂອງຝົນ ເທົ່າກັບ 20% ຂອງພາກ, ອຸນຫະພູມໃນລະຫວ່າງ 17-26 ອົງສາ. ພາກເໜືອດ້ານຕາເວັນຕົກ: ຈະມີຝົນຕົກ ຟ້າຮ້ອງ ຟ້າເຫລືອມ ໃນລະດັບຄ່ອຍ ພ້ອມມີລົມພັດແຮງຢູ່ບາງທ້ອງຖິ່ນ ຫລື ເນື້ອທີ່ການປົກ ຫຸ້ມຂອງຝົນ ເທົ່າກັບ 40% ຂອງພາກ, ອຸນຫະພູມໃນລະຫວ່າງ 18-30 ອົງສາ.

    ນະຄອນຫລວງວຽງຈັນ: ຈະມີຝົນຕົກໃນລະດັບຄ່ອຍ ພ້ອມມີລົມພັດ ແຮງເປັນບາງໂອກາດຢູ່ບາງບໍລິເວນ ຫລື ເນື້ອທີ່ການປົກຫຸ້ມຂອງຝົນ ເທົ່າກັບ 20%, ອຸນຫະພູມໃນລະຫວ່າງ 24-32 ອົງສາ.ພາກກາງ: ຈະມີຝົນຕົກ ຟ້າຮ້ອງ ຟ້າເຫລື້ອມໃນລະດັບຄ່ອຍ ພ້ອມມີ ລົມພັດແຮງເປັນບາງໂອກາດຢູ່ບາງທ້ອງຖິ່ນ ຫລື ເນື້ອທີ່ການປົກຫຸ້ມຂອງ ຝົນ ເທົ່າກັບ 20% ຂອງພາກ, ອຸນຫະພູມໃນລະຫວ່າງ 23-33 ອົງສາ.

    ແຂວງໄຊສົມບູນ: ຈະມີຝົນຕົກໃນລະດັບຄ່ອຍ ພ້ອມມີລົມພັດແຮງ ຢູ່ບາງບໍລິເວນ ຫລື ເນື້ອທີ່ການປົກຫຸ້ມຂອງຝົນ ເທົ່າກັບ 20% ຂອງແຂວງ, ອຸນຫະພູມໃນລະຫວ່າງ 16-26 ອົງສາ. ພາກໃຕ້: ຈະມີຝົນຕົກ ຟ້າຮ້ອງ ຟ້າເຫລື້ອມໃນລະດັບຄ່ອຍ ພ້ອມມີ ລົມພັດແຮງຢູ່ບາງທ້ອງຖິ່ນ ຫລື ເນື້ອທີ່ການປົກຫຸ້ມຂອງຝົນ ເທົ່າກັບ 40% ຂອງພາກ, ອຸນຫະພູມໃນລະຫວ່າງ 23-33 ອົງສາ.ສໍາລັບເຂດພູພຽງບໍລະເວນ: ຈະມີຝົນຕົກໃນລະດັບຄ່ອຍ ພ້ອມມີລົມ ພັດແຮງຢູ່ບາງບໍລິເວນ ຫລື ເນື້ອທີ່ການປົກຫຸ້ມຂອງຝົນ ເທົ່າກັບ 30%, ອຸນຫະພູມໃນລະຫວ່າງ 14-27 ອົງສາ.

    LEAVE A REPLY

    Please enter your comment!
    Please enter your name here

    This site uses Akismet to reduce spam. Learn how your comment data is processed.