ວັນຈັນ:ການງານ ສ້າງສັນຜົນງານໄດ້ດີຂຶ້ນ ພົບອຸປະສັກດ້ວຍເປັນທຳມະດາ ແລະຢ່າໄວ້ໃຈຜູ້ຮ່ວມງານຫຼາຍ ການເງິນ ຊ່ວງນີ້ຈະໂຊກທາງດ້ານການເງິນ ເພາະທ່ານຈະຫາເງິນເຂົ້າມາໄດ້ຢ່າງຕໍ່ເນື່ອງ ຄວາມຮັກ ຍັງບໍ່ລົງຕົວທາງດ້ານຄວາມສຳພັນດ້ານຄວາມຮັກ ເພາະຊ່ວງນີ້ເວລາທີ່ມີໃຫ້ກັນກັບຄົນຮັກ ຫລືໄລຍະທາງຍັງສົ່ງຜົນຕໍ່ຄວາມສຳພັນຢູ່ນັ້ນເອງ
ວັນຄານ:ການງານ ວາງແຜນເພື່ອຕັດສິນໃຈໃນເລື່ອງການງານທີ່ຈະເຮັດໃຫ້ເກີດຄວາມຜິດພາດນ້ອຍທີ່ສຸດ ຫລືຖ້າເກີດຄວາມຜິດພາດກໍຕ້ອງມີແຜນເພື່ອຮອງຮັບນັ້ນເອງ
ການເງິນ ຍັງຢູ່ໃນເກນຊົງຕົວດ້ານການໃຊ້ຈ່າຍທາງດ້ານການເງິນ ບໍ່ພົບບັນຫາໃດໆ ຄວາມຮັກ ຈະພົບຄົນສະຫລຽວສະຫລາດ ຜິວສອງສີ ອາຍຸນ້ອຍກວ່າທີ່ຈະໂດດເດັ່ນໃນການພົບກັນໃນຊ່ວງນີ້ ແຕ່ກໍຂຶ້ນຢູ່ກັບທ່ານວ່າຈະເລືອກລາວຫລືບໍ່ນັ້ນເອງ
ວັນພຸດ:ການງານ ຕ້ອງໃຊ້ຈິນຕະນາການສ້າງສັນໃນເລື່ອງຂອງການເຮັດວຽກງານ ແຕ່ກໍຈະມີອຸປະສັກເຮັດໃຫ້ເກີດຄວາມລ່າຊ້າ ຊຶ່ງຕ້ອງໃຊ້ຄວາມອົດທົນໃນການເຮັດວຽກງານກໍຈະຜ່ານພົ້ນໄປໄດ້ດ້ວຍດີ ການເງິນ ໃນຊ່ວງນີ້ຕ້ອງລະມັດລະວັງການໃຊ້ເງິນ ແລະການໃຊ້ຈ່າຍ ເພາະມີລາຍຈ່າຍຢູ່ຄ່ອນຂ້າງຫລາຍ ຄວາມຮັກ ຍັງບໍ່ມີເວລາໃຫ້ເລື່ອງຄວາມຮັກປານໃດ ເພາະມີຫຼາຍສິ່ງຫຼາຍຢ່າງທີ່ສຳຄັນກວ່າຕ້ອງຈັດການໃຫ້ສຳເລັດ
ວັນພະຫັດ:ການງານ ສົ່ງຜົນກ່ຽວກັບຄວາມລ່າຊ້າໃນເລື່ອງການງານ ໃນຊ່ວງນີ້ຕ້ອງເຮັດວຽກເມື່ອຍ ແຕ່ກໍຈະໄດ້ຜົນຕອບແທນທີ່ໜ໊າພໍໃຈ ການເງິນ ຍັງມີໂຊກ ໄດ້ເງິນເຂົ້າມາຢ່າງຕໍ່ເນື່ອງໃນຊ່ວງນີ້ຢູ່ໃນເກນໂຊກດີຫລາຍໆ ນັ້ນເອງ ຄວາມຮັກ ຊ່ວງນີ້ຍັງເບິ່ງໆ ຢູ່ຫລາຍກວ່າ ແຕ່ຫາກຈະພົບຄົນເຂົ້າມາຢູ່ໃນເກນອາຍຸນ້ອຍກວ່າ
ວັນສຸກ:ການງານ ເຮັດວຽກໄດ້ດີຂຶ້ນ ແລະມີປະສິດທິພາບຫລາຍກວ່າເກົ່າພໍສົມຄວນ ມີເຫດວຸ້ນວາຍທີ່ຕ້ອງຈັດການບັນຫາສະເພາະໜ້າ ການເງິນ ຊ່ວງນີ້ມີແຕ່ເລື່ອງທີ່ຕ້ອງຈ່າຍອອກໄປ ແຕ່ກໍຈະຫາໄດ້ເຂົ້າມາເປັນລັກສະນະຂອງການຫາເຂົ້າມາໄວ ກໍຕ້ອງຈ່າຍອອກໄປໄວດ້ວຍເຊັ່ນກັນ ຄວາມຮັກ ມີຄວາມສຸກສົມຫວັງ ລົງຕົວ ມີໂອກາດພົບຄູ່ ພົບຄົົນທີ່ຖືກໃຈ
ວັນເສົາ:ການງານ ຕິດຂັດອຸປະສັກລ່າຊ້າໃນລະບົບການເຮັດວຽກງານຢູ່ດ້ວຍ ແຕ່ຜົນງານໂດຍທັງຫມົດກໍຖືວ່າຢູ່ໃນເກນທີ່ດີໄດ້ຕາມເປົ້າໝາຍ ການເງິນ ມີເລື່ອງທີ່ຕ້ອງຈ່າຍໃນຊ່ວງນີ້ກ່ຽວກັບເລື່ອງພາລະທີ່ຈຳເປັນຕ່າງໆ ຈຶ່ງຄວນວາງແຜນການຈ່າຍກ່ອນ ຫຼັງໃຫ້ດີ ຄວາມຮັກ ທ່ານເປັນຜູ້ທີ່ມີສະເນ່ ຖ້າຫາກຈະພົບໃຜໃນຊ່ວງນີ້ທ່ານເປັນຄົນເກັ່ງ ສ້າງສັນ ໃຈຮ້ອນ ສະຫລຽວສະຫລາດ ອາຢຸນ້ອຍກວ່າ
ວັນອາທິດ:ການງານ ຄວາມຂະຫຍັນ ແລະການທຸມເທຈະນຳພາຄວາມສຳເລັດມາສູ່ທ່ານ ໃນຊ່ວງນີ້ເຮັດໃຫ້ເຕັມທີ່ຢ່າງດີທີ່ສຸດກໍພຽງພໍ ການເງິນ ໃນຊ່ວງນີ້ຕ້ອງຕັດໃຈໃນສິ່ງທີ່ຢາກໄດ້ ທີ່ເກີນຄວາມຈຳເປັນ ຫລືມີຢູ່ແລ້ວ ຄວນວາງແຜນໃນການໃຊ້ຈ່າຍ ຄວາມຮັກ ຍັງບໍ່ມີເວລາໃຫ້ກັນປານໃດກັບຄົົນທີ່ທ່ານຄົບຫາຢູ່ໃນຊ່ວງນີ້ກັບຄົນອາຍຸຫລາຍກວ່າ