ເສຍຊີວິດຍ້ອນລັກຕັດສາຍໄຟທາງລົດໄຟຄວາມໄວສູງເວລາ 18: 30 ໂມງ ຂອງວັນທີ 17 ຕຸລາ 2021, ປກສ ກຸ່ມບ້ານແຈ້ງສະຫວ່າງ ໄດ້ຮັບແຈ້ງວ່າ: ເກີດເຫດມີຄົນເສຍຊີວິດ ຢູ່ໃກ້ກັບລາງລົດໄຟ ໃນບໍລິເວນຂອງໂຄງການເສັ້ນທາງລົດໄຟລາວ-ຈີນ ບ້ານແຈ້ງສະຫວ່າງ ເມືອງນາຊາຍທອງ ນະຄອນຫລວງວຽງຈັນ, ຜູ້ເສຍຊີວິດເປັນເພດຊາຍ
ຢູ່ບໍລິເວນຕີນຂອງຜູ້ເສຍຊີວິດມີຮອຍໄໝ້ສີດໍາ ຄ້າຍຄືຮອຍຖືກໄຟໄໝ້ ແລະ ຢູ່ໃກ້ກັບຜູ້ເສຍຊີວິດ ເຈົ້າໜ້າທີ່ພົບເຫັນອຸປະກອນປະເພດ ມີດປາຍແຫລມ, ຄັດເຕີ, ເລື່ອຍ,
ໄຂຄວງ, ມີດຕັດເຫຼັກ. ພ້ອມດຽວກັນນັ້ນ, ຍັງກວດພົບຮອບສາຍໄຟຟ້າທີ່ຖືກປອກ. ຈາກສະພາບແວດລ້ອມວັດຖຸ ທີ່ພົບເຫັນຢູ່ສະຖານທີ່ເກີດເຫດ ສັນນິຖານໃນເບື້ອງຕົ້ນ
ວ່າຖືກໄຟຟ້າຊ໋ອດ, ເນື່ອງຈາກຜູ້ກ່ຽວ ໄດ້ພະຍາຍາມຈະລັກຕັດເອົາສາຍໄຟຟ້າທີ່ນຳໃຊ້ໃນໂຄງການທາງລົດໄຟຈຶ່ງເຮັດໃຫ້ເກີດໄຟຟ້າຊ໋ອດ ແລະ ເສຍຊີວິດຄາທີ່.
ຜ່ານການສືບສວນ-ສອບສວນຂອງເຈົ້າໜ້າທີ່ ຜູ້ເສຍຊີວິດ ຊື່ ທ້າວ ສີ ອາຍຸ 27 ປີ ປະຊາຊົນບ້ານ ນາປ່າໄພ ເມືອງໝື່ນ ແຂວງວຽງຈັນ ອາຊີບກຳມະກອນ.