ມື້ນີ້ປິ່ນປົວຫາຍດີ 517 ຄົນ, ພົບຜູ້ຕິດເຊື້ອໃໝ່ 285 ຄົນ

    0
    395

    ສະຖານະການລະບາດຂອງຜະຍາດໂຄວິດ 19 ມາຮອດວັນທີ 18 ຕຸລາ 2021, ພົບຜູ້ຕິດເຊື້ອໂຄວິດ19 ໃໝ່ 285 ກໍລະນີ, ນໍາເຂົ້າ 6 ກໍລະນີ, ຕິດເຊື້ອພາຍໃນ 279 ກໍລະນີ

    ໃນນັ້ນແຂວງທີ່ຍອດຜູ້ຕິດເຊື້ອຫຼາຍກ່ອນໝູ່ ແມ່ນແຂວງຫຼວງພະບາງ 101 ຄົນ, ຮອງລົງມາແມ່ນ ນະຄອນຫຼວງວຽງຈັນ 83 ຄົນ

    ທ່ານ ດຣ. ຣັດຕະນະໄຊ ເພັດສຸວັນ, ຫົວໜ້າກົມຄວບຄຸມພະຍາດຕິດຕໍ່, ກະຊວງສາທາລະນະສຸກ ຖະແຫຼວງວ່າ ມາຮອດວັນທີ 17 ຕຸລາ 2021 ຈາກຜົນກວດວິເຄາະ 3.637 ຕົວຢ່າງ, ພົບຜູ້ຕິດເຊື້ອໃໝ່ 285 ຄົນ, ນໍາເຂົ້າ 6 ຄົນ ຈາກນະຄອນຫຼວງວຽງຈັນ 2 ຄົນ, ໄຊຍະບູລີ 2 ຄົນ, ບໍ່ລິຄໍາໄຊ 1 ຄົນ ແລະ ສະຫວັນນະເຂດ 1 ຄົນ

    ຕິດເຊື້ອພາຍໃນ 279 ຄົນ ຫຼວງພະບາງ 101 ຄົນ, ນະຄອນຫຼວງວຽງຈັນ 83 ຄົນ, ຄໍາມ່ວນ 24 ຄົນ, ແຂວງວຽງຈັນ 17 ຄົນ, ສະຫວັນນະເຂດ 15 ຄົນ, ສາລະວັນ 14 ຄົນ, ຈໍາປາສັກ 12 ຄົນ, ຫຼວງນໍ້າທາ 8 ຄົນ, ບໍ່ແກ້ວ 3 ຄົນ, ບໍລິຄໍາໄຊ 1 ຄົນ, ອຸດົມໄຊ 1 ຄົນ ແລະ ໄຊສົມບູນ 1 ຄົນ

    ມາຮອດວັນທີ 17 ຕຸລາ ຕົວເລກຜູ້ຕິດເຊື້ອສະສົມ ພະຍາດໂຄວິດ-19 ຢູ່ ສປປ ລາວ 32.314 ຄົນ, ເສຍຊີວິດສະສົມ 40 ຄົນ (ໃໝ່ 0), ປິ່ນປົວຫາຍດີ ແລະ ກັບບ້ານໃນມື້ວານ ມີ 517 ຄົນ, ກໍາລັງປິ່ນປົວ 7.005 ຄົນ.

    LEAVE A REPLY

    Please enter your comment!
    Please enter your name here

    This site uses Akismet to reduce spam. Learn how your comment data is processed.