ເຈົ້າໜ້າທີ່ລົງຕັກເຕືອນ ກຸ່ມຫຼິ້ນການພະນັນຕ້ອງຫ້າມ (ຫຼິ້ນໄພ້) ທັງລະເມີດຄຳສັ່ງຂອງຄະນະສະເພາະກິດ.

    0
    313

    ເວລາປະມານ 17:30 ໂມງ ຂອງວັນທີ 15 ຕຸລາ 2021, ປກສ ກຸ່ມ 1 ເພຍວັດ ສົມທົບກັບກໍາລັງກໍ່ສ້າງຮາກຖານ ແລະ ປກສ ບ້ານສະພານທອງເໜືອ ໄດ້ສຶກສາອົບຮົມກ່າວເຕືອນ ກຸ່ມທີ່ຫຼິ້ນ ການພະນັນທີ່ຕ້ອງຫ້າມ (ຫຼິ້ນໄພ້) ຈໍານວນ 4 ຄົນ ປະຊາຊົນ ຢູ່ບ້ານສະພານທອງເໜືອ ໜ່ວຍ 10 ເມືອງສີສັດຕະນາກ ນະຄອນຫຼວງວຽງຈັນ ທີ່ມີພຶດຕິກໍາກະທໍາຜິດປະມວນກົດໝາຍ, ລະເມີດຄໍາສັ່ງ 015/ຈນວ ແລະ ບັນດາແຈ້ງການ ເຊິ່ງມີຄວາມສ່ຽງຕໍ່ການຕິດເຊື້ອພະຍາດ ໂ ຄ ວິ ດ – 19.

    ກອງບັນຊາການ ປ້ອງກັນຄວາມສະຫງົບ ນະຄອນຫຼວງວຽງຈັນ ຮຽກຮ້ອງມາຍັງທຸກພາກສ່ວນຂໍໃຫ້ເປັນເຈົ້າການປະກອບສ່ວນພັນທະຂອງຕົນ ເຂົ້າໃນວຽກງານຮັກສາຄວາມສະຫງົບ-ຄວາມເປັນລະບຽບຮຽບຮ້ອຍທົ່ວສັງຄົມຮອບດ້ານ ຖ້າພົບເຫັນປະກົດການທີ່ເປັນໜໍ່ແໜງທີ່ຜິດຕໍ່ກົດໝາຍ ໃຫ້ລາຍງານ, ສົ່ງຂໍ້ຄວາມ, ຮູບພາບ, ວິດີໂອ, ສຽງ ແລະ ຫຼັກຖານອື່ນໆ ມາຍັງທາງວັອດແອັບເບີ 02028899774 ຮັບແຈ້ງຕະຫຼອດ 24 ຊົ່ວໂມງ ຫຼື ທາງເພດຈ໌ເຟສ໌ບຸກ ປ້ອງກັນຄວາມສະຫງົບ ນະຄອນຫຼວງວຽງຈັນ.

    LEAVE A REPLY

    Please enter your comment!
    Please enter your name here

    This site uses Akismet to reduce spam. Learn how your comment data is processed.