ຢ່າຫາເຮັດ ເປັນບົດຮຽນໃຫ້ເດີ ໂຈນທັງຫຼາຍ ໃນວັນທີ 17 ຕຸລາ 2021 ມີຄົນພົບຄົນເສຍຊີວິດ ຢູ່ຂ້າງທາງລົດໄຟ ຜ່ານການກວດສອບພົບວ່າ ເປັນຄົນບໍ່ຫວັງດີ ໄດ້ຕັດຮົ້ວເຫຼັກເຂົ້າໄປລັກຕັດສາຍໄຟຟ້າ ເສັ້ນທາງລົດໄຟ ລາວ-ຈີນ.
ແຕ່ຜູ້ກ່ຽວຖືກໄຟຊັອດຈົນເສຍຊີວິດ ຈຸດເກີດເຫດ ຢູ່ບ້ານແຈ້ງສະຫວ່າງ, ເມືອງນາຊາຍທອງ ລະຫ່ວາງ ບ້ານຫ້ວຍນ້ຳເຢັນ ຫາ ບ້ານແຈ້ງສະຫ່ວາງ.
ດັ່ງນັ້ນຂໍໃຫ້ທຸກຄົນຊ່ວຍກັນເປັນຫູເປັນຕາຊ່ວຍກັນ ລົດໄຟກຳລັງສິເປີດແລ້ວ ຍັງມີຄົນບໍ່ດີມາຫວັງທຳລາຍມ້າງເພສັບສິນຂອງລັດຢູ່ແບບນີ້, ແນວໃດບ້ານເມືອງສິຈະເລີນໄດ້.