ເກີດອຸປະຕິເຫດລົດໃຫຍ່ເສຍຫຼັກຕົກໜອງນ້ຳ ເສຍຊີວິດ 01 ຄົນ

    0
    456

    ເກີດອຸປະຕິເຫດລົດໃຫຍ່ເສຍຫຼັກຕົກໜອງນ້ຳ ເສຍຊີວິດ 01 ຄົນ

    ຕາມການລາຍງານຂອງເຈົ້າໜ້າທີ່ ປກສ ແຂວງຫົວພັນ ໃຫ້ຮູ້ວ່າ: ໃນຕອນເຊົ້າວັນທີ 14 ຕຸລາ 2021 ນີ້, ໄດ້ເກີດອຸປະຕິເຫດລົດໃຫຍ່ເສຍຫຼັກຕົກລົງໜອງນ້ຳຂ້າງທາງ ຢູ່ກິໂລແມັດທີ 9 ເສັ້ນທາງລະຫວ່າງເມືອງຊຳເໜືອຫາເມືອງວຽງໄຊ ແຂວງຫົວພັນ.

    ຜ່ານການລົງເກັບກຳຂໍ່້ມູນຂອງເຈົ້າໜ້າທີ່ໄດ້ພົບເຫັນ ລົດໃຫຍ່ກະບະ ຍີ່ຫໍ້ ອີຊຸຊຸ ດີແມັກ ທະບຽນລົດ ກຈ 4579 ກຳແພງນະຄອນ ເຊິ່ງຜູ້ຂັບຂີ່ແມ່ນ ທ້າວ ບຸນມາ ຈັນມີໄຊ ພະນັກງານ ຫ້ອງການຊັບພະຍາກອນ ທຳມະຊາດ ແລະ ສິ່ງແວດລ້ອມ ເມືອງຊຽງຄໍ້ ແຂວງຫົວພັນ, ໄດ້ເກີດອຸປະຕິເຫດ ຂັບຂີ່ລົດໃຫຍ່ເສຍຫຼັກຕົກລົງໜອງນ້ຳຂ້າງທາງ

    ຢູ່ລະຫວ່າງກິໂລແມັດທີ່ 9 ເສັ້ນທາງ ເມືອງຊຳເໜືອຫາເມືອງວຽງໄຊ ແຂວງຫົວພັນ ເຮັດໃຫ້ຜູ້ກ່ຽວເສຍຊີວິດຄາທີ່, ສ່ວນຂໍ່້ມູນ ເຫດການລາຍລະອຽດທີ່ພາໃຫ້ເກີດອຸບັດຕິເຫດນັ້ນ ທາງເຈົ້າໜ້າທີ່ກຳລັງສືບສວນ-ສອບສວນ.

    ຈາກເຫດການທີ່ເກີດຂຶ້້ນໃນຄັ້ງນີ້ ທາງທິມງານຂອງພວກເຮົາ ຂໍສະແດງຄວາມເສຍໃຈ ມາຍັງຍາດຕິພີ່ນ້ອງຂອງຜູ້ກ່ຽວ ແລະ ຮຽກຮ້ອງມາຍັງຜູ້ນຳໃຊ້ລົດ, ເສັ້ນທາງໃນການສັນຈອນໄປມາ ຈົ່ງພ້ອມກັນຂັບຂີ່ລົດດ້ວຍຄວາມລະມັດລະວັງ ເພື່ອຄວາມປອດໄພ.

    LEAVE A REPLY

    Please enter your comment!
    Please enter your name here

    This site uses Akismet to reduce spam. Learn how your comment data is processed.