ຈັ່ງແມ່ນບໍ່ຢ້ານຕາຍ…!! ໂຈນໃຈກ້າ 2 ຄົນ ລັກເຂົ້າໄປຕັດສາຍໄຟ ສະຖານນີໄຟຟ້າແຮງສູງໂຄກສະອາດ

    0
    924

    ໃນຄໍ່າຄືນຂອງວັນທີ 11 ຕຸລາ 2021 ຜ່ານມາ, ໄດ້ເກີດເຫດຄົນບໍ່ຫວັງດີລັກເຂົ້າໄປສະຖານີໄຟຟ້າໂຄກສະອາດ ທີ່ຕັ້ງຢູ່ ບ້ານ ສະພັງຄະນົງ ເມືອງໄຊທານີ ນະຄອນຫຼວງວຽງຈັນ ຊຶ່ງເປັນສະຖານີໄຟຟ້າແຮງສູງ ມີແຮງດັນ 115/22 ກິໂລໂວນ.

    ໂດຍບຸກຄົນບໍ່ຫວັງດີ ຈໍານວນ 2 ຄົນ ໄດ້ລັກຕັດຮົ້ວຫຼັກເຂົ້າມາສະຖານີໄຟຟ້າ ເພື່ອກໍ່ເຫດລັກສາຍດິນຫລືສາຍກັນຟ້າຜ່າ ສ້າງຄວາມບໍ່ສະຫງົບ ທີ່ເປັນເຫດໃຫ້ລະບົບໄຟຟ້າຖືກຕັດເປັນບໍລິເວນກວ້າງສ້າງຜົນເສຍຫາຍໃຫ້ກັບຜູ້ຊົມໃຊ້ໄຟຟ້າ ພວກກ່ຽວທັງ 2 ໄດ້ ຕັດເອົາສາຍທອງແດງ ຫຼື ສາຍດີນ ທີ່ມີຢູ່ 7 ຈຸດ ຂອງສະຖານີໄຟຟ້າດັ່ງກ່າວ.

    ຫຼັງຈາກນັ້ນ ເຈົ້າໜ້າທີ່ ປກສ ບ້ານກໍ່ໄດ້ຕິດຕາມເຂົ້າຈັບກຸມໃນເວລາຕໍ່ມາ ເພື່ອເອົາຜູ້ກ່ຽວມາດໍາເນີນຄະດີຕາມລະບຽບກົດໝາຍບ້ານເມືອງ ແຕ່ຍັງມີອີກ 1 ຄົນ ທີ່ຍັງລົບໜີຢູ່ຍັງຢູ່ລະຫວ່າງການຕິດຕາມມາດຳເນີນຄະດີ. ສະຖານີໄຟຟ້າໂຄກສະອາດ ເປັນໜຶ່ງ ສະຖານີໜຶ່ງ ທີ່ສະໜອງພະລັງງານໄຟຟ້າໃຫ້ກັບເຂດເສດຖະກິດໄຊເຊດຖາ ແລະ ເມືອງອ້ອມຂ້າງ, ສະຖານີໄຟຟ້າແມ່ນເປັນເຂດຫວງຫ້າມ, ເຂດອັນຕະລາຍ, ເປັນເຂດຫ້າມບຸກຄົນ ນິຕິບຸກຄົນເຂົ້າໃກ້ເດັດຂາດ ເພາະເປັນເຂດທີ່ມີ ກະແສໄຟຟ້າ ຫຼື ພະລັງງານໄຟຟ້າໄຫລຜ່ານຕະຫຼອດ 24 ຊົ່ວໂມງ ເປັນເຂດຫວງຫ້າມ ອັນຕະລາຍ ຕ້ອງໄດ້ຮັບອານຸຍາດເທົ່ານັ້ນຈິ່ງສາມາດເຂົ້າໄດ້.

    LEAVE A REPLY

    Please enter your comment!
    Please enter your name here

    This site uses Akismet to reduce spam. Learn how your comment data is processed.