ປະເດັນການໃຫ້ໝູ່ຢືມເງິນແລ້ວບໍ່ຄືນ ແລະ ກາຍເປັນວ່າຕັດຂາດໝູ່ ບໍ່ເຫຼືອມິດຕະພາບຫຍັງໃຫ້ກັນເລີຍນັ້ນ ມັກເຫັນຫຼາຍໃນໂລກອອນລາຍ ທີ່ຈະມີການອອກມາປະຈານກັນຢູ່ເລື້ອຍໆ.
ບາງຄົນກໍ່ເຖິງຂັ້ນຕັດຂາດກັນເລີຍ ແຖມຍັງກາຍເປັນສັດຕູກັນຊໍ້າ ແຕ່ນັ້ນກໍ່ບໍ່ໄດ້ໝາຍຄວາມວ່າທຸກຄົນຈະເປັນແບບນັ້ນ ຄົນດີ ຄົນມີສິນລະທໍາ ຮູ້ຢືມຮູ້ໃຊ້ກໍ່ມີຫຼາຍ ດັ່ງກໍລະນີສາວທີ່ແອັດກໍາລັວຈະເວົ້າເຖິງນີ້ ເປັນໝູ່ທີ່ຢືມເງິນກັນເປັນສິບໆລ້ານ ແຕ່ກໍ່ສົ່ງຄືນກັນຕາມເວລາທີ່ລົມກັນ.
ເລື່ອງລາວນີ້ມີຜູ້ໃຊ້ເຟສບຸກຊື່ Meena Chanthavongsy ໄດ້ໂພສຂໍ້ຄວາມໄວ່ວ່າ: ໃຜມີຫມູ່ແບບນີ້ແດ່; ຢືມກະຄືຢືມໃຊ້ໂມງໃດກະໃຊ້ຕາມນັດ. ເງີນ20ລ້ານຊື້ໃຈໄດ້ບໍ່ເປັນຫມູ່ກັນມາ 6 ປີ, ກ້າຢືມ-ກ້າໃຫ້ – ກ້າໃຊ້ ຢືມຈັກ100 ກະບໍ່ວ່າຫຍັງ.
ຖ້າເຮົາຢາກໃດໃຈກັບໃຜເຮົາກະໃຈແລກໃຈກັບເຂົາຢ່າເປັນຝ່າຍໃດຢ່າງດຽວຄວນເປັນຝ່າຍໃຫ້ນຳ…ມີເງີນຫລືບໍ່ມີຂື້ນກັບຄົນຖາມນຳ; ຫມູ່ໃຜເປັນແບບນີ້ແນ່ແທັກມາອ່ານດ່ວນ.