ພະແນກແຮງງານ ແລະ ສະຫວັດດີການສັງຄົມ ນະຄອນຫລວງວຽງຈັນ ໄດ້ອອກໜັງສືແຈ້ງການ ເລກທີ 1697 /ຮສສ.ນວ ລົງໃນວັນທີ 11 ຕຸລາ 2021 ເລື່ອງການແກ້ໄຂບັນຫາຄົນເລ່ລ້ອນຂໍທານ ໃນນະຄອນຫລວງວຽງຈັນ ໂດຍແຈ້ງມາຍັງທ່ານຫົວໜ້າຫ້ອງການແຮງງານ ແລະ ສະຫວັດດີການສັງຄົມ 9 ຕົວເມືອງໃຫ້ຊາບວ່າ: ປັດຈຸບັນມີຄົນເລ່ລ້ອນຂໍທານທີ່ມາຈາກຕ່າງເມືອງ, ຕ່າງແຂວງ ເຄື່ອນໄຫວໄປມາຢູ່ພາຍໃນຂອບເຂດເທດສະບານ ນະຄອນຫລວງວຽງຈັນເປັນຈໍານວນຫລາຍ.
ຕໍ່ບັນຫາດັ່ງກ່າວ, ຖ້າໃນກໍລະນີຫາກບັນດາທ່ານຫາກພົບເຫັນຄົນເລ່ລ້ອນຂໍທານ ທີ່ໄດ້ເຄື່ອນໄຫວໄປມາຢູ່ພາຍໃນຂອບເຂດເມືອງຂອງບັນດາທ່ານ ແມ່ນໃຫ້ຮີບຮ້ອນປະສານສົມທົບກັບພາກ່ວນທີ່ກ່ຽວຂ້ອງ ເກັບກໍາຂໍ້ມູນຊີວະປະຫວັດລະອຽດເປັນລາຍລັກອັກສອນເຊັ່ນ: (ຊື່, ອາຍຸ, ຊື່ພໍ່, ຊື່ແມ່, ບ້ານຢູ່ປັດຈຸບັນ, ເບີໂທລະສັບຂອງຍາດພີ່ນ້ອງ
ແລະ ອື່ນໆ) ຫລັງຈາກນັ້ນໃຫ້ປະສານສົມທົບກັບອົງການປົກຄອງເມືອງ, ເຈົ້າໜ້າທີ່ປ້ອງການຄວາມສະຫງົບເມືອງ, ຫ້ອງການສາທາເມືອງ ແລະ ອົງການປົກຄອງບ້ານ ເພື່ອເຮັດບົດບັນທຶກ, ສຶກສາອົບຮົມ, ໃຫ້ການຊ່ວຍເຫລືອເບື້ອງຕົ້ນ ແລະ ນໍາສົ່ງຄືນສູ່ຄອບຄົວ, ຖ້າໃນກໍລະນີເປັນຄົນຕ່າງແຂວງ ຫລື ບໍ່ມີຍາດຕິພີ່ນ້ອງແມ່ນໃຫ້ນໍາສົ່ງພວກກ່ຽວເຂົ້າສູນສົງເຄາະພະແນກແຮງງານ ແລະ ສະຫວັດດີການສັງຄົມ ນະຄອນຫລວງວຽງຈັນ ແຕ່ຕ້ອງໃຫ້ປະຕິບັດຕາມມາດຕະການດັ່ງນີ້: