ຈາກເຟສບຸກຊື່ Vilaphon Pss ໄດ້ໂພສຢາກຂໍລະດົມທຶນເພື່ອຊ່ວຍເຫຼືອວ່າ: ຄອບຄົວນີ້ທຸກຍາກຂາດເຂີນຫລາຍ.
ຢູ່ ບ້ານ ປ້ອມ ເມືອງ ແບງແຂວງ ອຸດົມໄຊ
ຢູ່ນຳກັນມີທັງຫມົດ 5 ຄົນ ລູກ3ຄົນ.ຊີວິດການເປັນຢູ່ສຸດແສນລຳບາກ ມີບາງວັນລູກໆຂອງເຂົາບໍ່ໄດ້ກິນຫຍັງເລີຍ.ມື້ໃດມີຄົນແບ່ງໃຫ້ກໍ່ໄດ້ກິນ ມື້ໃດຜົວໄປຮັບຈ້າງໄດ້ກໍ່ໄດ້ກິນ.ທາງການຈັດຕັ້ງບ້ານເພິ່ນຄິດຢາກຈະແປງເຮືອນໃຫ້ເຂົາເຈົ້າໄຫມ່ພໍໄຫ້ລູກນ້ອຍໄດ້ນອນ ຫລົບແດດ ຫລົບຝົນ.
ເພິ່ນຈຶ່ງໄດ້ ຂໍໃຫ້ຂ້າພະເຈົ້າຊ່ວຍລະດົມ ຂໍວັດຖຸປັດໃຈ ນຳທຸກໆ ຜູ້ທີ່ມີຈິດໃຈ ເມດຕາ . ຊ່ວຍຊື້ສັງກະສີ ຈຳນວນ 20 ແຜ່ນ. ສ່ວນໄມ້ .
ອຸປະກອນຕ່າງໆ ແລະ ແຮງງານ ໃນການປຸກສ້າງ ທາງບ້ານເພີ່ນຈະຊ່ວຍປະກອບ ແລະສາມັກຄີກັນເຮັດ.ດັ່ງນັ້ນຂ້າພະເຈົ້າ ຈຶ່ງຄິດຢາກຈະຂໍຄວາມເມດຕານຳທຸກໆທ່ານປະກອບສ່ວນ ຜູ້ລະເລັກລະນ້ອຍ ເປັນເງິນຫລືປະກອນຕ່າງໆກໍ່ດີ.
ແລະ ຂໍຮັບບໍລິຈາກເຄື່ອງນຸ່ງຮົ່ມ ເດັກນ້ອຍ ຜູ້ໃຫຍ່ . ມຸ້ງ ຫມອນ. ຜ້າຫົ່ມ ແລະ ອື່ນໆ ທີ່ເກົ່າ ຫລືຂອງທີ່ທ່ານ ບໍ່ໄດ້ໄຊ້ແລ້ວ ເພື່ອນຳໄປບໍລິຈາກໄຫ້ແກ່ຄອບຄົວທຸກຍາກນີ້ຕໍ່ໄປ. ຂໍຂອບໃຈ
ຖ້າທ່ານໃດມີນ້ຳໃຈຢາກຊ່ວຍເຫຼືອແມ່ນຕິດຕໍ່ເພິ່ນທາງເຟສບຸກຊື່່ວ່າ Vilaphon Pss ໄດ້ເລີຍ