ອັບເດດ ການຕິດເຊື້ອໂຄວິດ ປະຈໍາວັນທີ 13/10/2021, ພົບການຕິດເຊື້ອ ທັງໝົດ 566 ຄົນ, ເສຍຊີວິດເພີ່ມ 2 ຄົນ. ລາຍລະອຽດເພີ່ມຕື່ມ ແມ່ນໃຫ້ລໍຖ້າຟັງຖະແຫຼງຂ່າວ ເວລາ 10:30 ແຂວງນະຄອນຫຼວງວຽງຈັນຜູ້ຕິດເຊື້ອໂຄວິດ 246 ຄົນ (ໃນຊຸມຊົນ) , ແຂວງຈຳປາສັກມີຜູ້ຕິດເຊື້ອໂຄວິດ ຈຳນວນ: 15 ຄົນ (ໃນຊຸມຊົນ) , ແຂວງສະຫັວນນະເຂດມີຜູ້ຕິດເຊື້ອໂຄວິດ ຈຳນວນ : 31 ຄົນ ( 4 ຄົນ ເປັນກໍລະນີນຳເຂົ້າ) ( 27 ຄົນ ໃນຊຸມຊົນ), ແຂວງສາລະວັນ: 2 ຄົນ (ໃນຊຸມຊົນ) , ແຂວງຫຼວງພະບາງ ຄົນ (ໃນຊຸມຊົນ) , ແຂວງບໍ່ແກ້ວ 16 ຄົນ (ໃນຊຸມຊົນ) , ແຂວງບໍລິຄຳໄຊ 2 ຄົນ (ໃນຊຸມຊົນ), ແຂວງວຽງຈັນ ( 49 ຄົນ ໃນຊຸມຊົນ) ,ແຂວງໄຊສົມບູນ 3 ຄົນ (ໃນຊຸມຊົນ) , ແຂວງຄຳມ່ວນ 10 ຄົນ ( 4 ຄົນ ເປັນກໍລະນີນຳເຂົ້າ) ( 6 ຄົນ ໃນຊຸມຊົນ) ແຂວງຫຼວງພະບາງ 187 ຄົນ ( 1 ຄົນ ເປັນກໍລະນີນຳເຂົ້າ) ( 186 ຄົນ ໃນຊຸມຊົນ) , ແຂວງຫຼວງນ້ຳທາ 5 ຄົນ (ໃນຊຸມຊົນ)
ສະນັ້ນຂໍໃຫ້ທຸກຄົນຢ່າປະໝາດ ໃຫ້ພາກັນຮັກສາມາດຕະການຢ່າງເຂັ້ມງວດ ບໍ່ປ່ອຍປະລະເລີຍຕໍ່ມາດຕະການໄປໃສມາໃສໃຫ້ໃສ່ຜ້າປິດປາກປິດດັງ ບໍ່ໄປສະຖານທີ່ແອອັດ ແລະ ມີຄົນຫຼາຍ ເພື່ອຫຼີກລ້ຽງໄລຍະຫ່າງທາງສັງຄົມ ແລະໃຫ້ໝັ່ນລ້າງມືທຸກຄັ້ງເວລາອອກໄປຂ້າງນອກ ຫຼື ຈັບບາຍສິ່ງຂອຕ່າງໆດ້ວຍເຈວແອວກໍຮໍ ສຸດທ້າຍຂໍໃຫ້ທຸກຄົນປອດໄພ ເຮົາຈະຜ່ານວິກິດຄັ້ງນີ້ໄປດ້ວຍກັນ