ເມື່ອລົງທຶນລົງຮອນຊື້ລົດທັ້ງຄັນໃຜໆກັບຮັກມັນຄືກັບສະມາຊິກພາຍໃນເຮືອນ ແລະເມື່ອລົດນັ້ນຫາຍໄປເຈົ້າຂອງກໍ່ຕ້ອງນຳຫາຈົນສຸດຊີວິດ 4ປີຜ່ານໄປ ຍັງຄິດເຖິງ ແລະກໍ່ສົມດັ່ງໃຈໄດ້ສະມາຊິກທີ່ຮັກກັບຄືນມາ.
ຫຼາຍຄົນຄົງຄຸ້ນຫູດີ ເລື່ອງລົດເຖື່ອນ ມື້ນີ້ເຫັນໂລກອອນລາຍແຊຄິບເລື່ອງຂອງໜຸ່ມຄົນໜຶ່ງໂພສລົງລົດໂຕເອງຖືກຄົນລັກໄປຕັ້ງແຕ່ 4 ປີກ່ອນ ຫາທຸກວິທີທາງຈົນສິ້ນຫວັງ ຢູ່ໆກໍ່ມີຂ່າວດີວ່າພົບລົດແລ້ວ.
ຫຼັງຕຳຫຼວດໂທແຈ້ງວ່າພົບລົດແລ້ວ ຊາຍໜຸ່ມເຈົ້າຂອງລົດກໍ່ຮີບໄປເບິ່ງພົບເຫັນລົດຈອດຖີ້ມໄວ້ຢູ່ຖຽງນາແຫ່ງໜຶ່ງເຂດຊາຍແດນ ໃນສະພາບເກືອບຄົບ ເຫຼືອພຽງປ້າຍທະບຽນ.
ບໍ່ຢາກເຊື່ອວ່າລົດທີ່ຫາຍໄປຍາວນານ ຕັ້ງ 4 ປີບໍ່ມີໃຜເຮັດຫຍັງເລີຍເອົາໄປຈອດຖີ້ມໄວ້ຈົນຈະຂຶ້ນຝຸ່ນເຕັມໄປໝົດ, ສ່ວນປ້າຍທີ່ຫາຍໄປຄາດວ່າໂຈນໜ້າຈະເອົາປ້າຍອອກ ເພື່ອກຽມສົ່ງຕໍ່ໄປຊາຍແດນ ແຕ່ພັດບໍ່ໄດ້ສົ່ງຈິ່ງຖີ້ມລົດໄວ້ໃນສະພາບບໍ່ມີປ້າຍ.
ຫຼັງຂ່າວນີ້ເຜີຍແຜ່ອອກໄປ ຄົນສ່ວນຫຼາຍບໍ່ໄດ້ສົນໃຈທີ່ລົດເສຍໄປ 4 ປີ ໂຈນບໍ່ເອົາໄປໃຊ້ປະໂຫຍດຫຍັງ ແຕ່ເຂົາກັບສົນໃຈພຽງວ່າ ປ້າຍທີ່ຫາຍໄປນັ້ນເລກຫຍັງ ເພາະຢາກໄດ້ເລກມາສ່ຽງດວງຢ່າງດຽວ. ແລະສຸດທ້າຍກໍ່ເລກປ້າຍ ເພາະເຈົ້າຂອງຈື່ບໍ່ລືມ ນັ້ນຄື 7977 ນັ້ນເອງ.