ນັບແຕ່ເກີດການແຜ່ລະບາດຂອງພະຍາດໂຄວິດ – 19 ເປັນຕົ້ນມາ ຫຼາຍປະເທດທົ່ວໂລກໄດ້ໃຊ້ວິທີອອກມາດຕະການປິດເມືອງ ເພື່ອຄວບຄຸມການແຜ່ລະບາດໃຫ້ຢຸດຕິລົງ ແຕ່ວິທີດັ່ງກ່າວໄດ້ສົ່ງຜົນກະທົບຢ່າງໜັກໜ່ວງຕໍ່ລະບົບເສດຖະກິດພາຍໃນປະເທດ ແລະ ເສດຖະກິດໂລກ.
ແນວໃດກໍດີ ຖືວ່າເປັນຄວາມຫວັງຄັ້ງໃໝ່ກໍຄືຜົນສຳເລັດຂອງການທົດລອງຢາໂມລນູພີຣາເວຍ ( molnupiravir ) ເຊິ່ງເປັນຢາເມັດສຳລັບການປິ່ນປົວພະຍາດໂຄວິດ – 19 ໂດຍສະເພາະຊະນິດທຳອິດຂອງໂລກທີ່ພັດທະນາໂດຍ ບໍລິສັດ ຣິດຈ໌ແບັກ ໄບໂອເທຣາ ພິວຕິກ ຮ່ວມກັບ ບໍລິສັດເມີກ ຜູ້ຜະລິດຢາລາຍໃຫຍ່ຂອງສະຫະລັດ.
ບໍລິສັດເມີກ ເປີດເຜີຍເມື່ອບໍ່ດົນມານີ້ວ່າ: ການທົດລອງໃຊ້ຢາ ໂມລນູພີຣາເວຍກັບກຸ່ມຕົວຢ່າງທີ່ເປັນຜູ້ໃຫຍ່ ຈຳນວນ 775 ຄົນ ທີ່ຕິດເຊື້ອໂຄວິດ – 19 ທີ່ມີອາການເລັກໜ້ອຍ ຫາ ອາການປານກາງ ອີກທັງກຸ່ມຕົວຢ່າງດັ່ງກ່າວ ລ້ວນແຕ່ເປັນຜູ້ມີພະຍາດປະຈຳຕົວ ເຊັ່ນ: ຕຸ້ຍ, ເບົາຫວານ ແລະ ພະຍາດຫົວໃຈ, ຫຼັງຈາກກິນຢາດັ່ງກ່າວຜ່ານໄປ 5 ວັນ ນັບແຕ່ມື້ສະແດງອາການ ໂດຍກຸ່ມຕົວຢ່າງມີພຽງ 7,3% ຂອງກຸ່ມຕົວຢ່າງທັງໝົດເທົ່ານັ້ນ ທີ່ໄດ້ສົ່ງເຂົ້າໄປຮັບການປິ່ນປົວຕໍ່ຢູ່ໂຮງໝໍ ແລະ ທີ່ສຳຄັນບໍ່ມີຜູ້ເສຍຊີວິດແມ່ນແຕ່ຄົນດຽວ, ເມື່ອທຽບກັບກຸ່ມຕົວຢ່າງຄວບຄຸມທີ່ໄດ້ຮັບຢາຫຼອກ ຫຼື ພລາເຊໂບ ຕ້ອງເຂົ້າປິ່ນປົວຢູ່ໂຮງໝໍເຖິງ 14,1% ແລະ ມີຜູ້ເສຍຊີວິດ ເຖິງ 8 ຄົນ.
ປະສິດທິພາບຂອງຢາໂມລນູພີຣາເວຍ ສາມາດປ້ອງກັນບໍ່ໃຫ້ຜູ້ຕິດເຊື້ອມີອາການໜັກຈົນໄດ້ເຂົ້າໄປປິ່ນປົວຢູ່ໂຮງໝໍ ຖືວ່າເປັນຄວາມຫວັງຄັ້ງໃໝ່ໃນການຕໍ່ສູ້ກັບພະຍາດໂຄວິດ – 19 ແລະ ສາມາດນຳຢາມາກິນເອງຢູ່ເຮືອນເປັນເວລາ 5 ວັນໄດ້.
ທັງນີ້, ຫາກຢາດັ່ງກ່າວໄດ້ຮັບການອະນຸມັດໃຫ້ນຳໃຊ້ສຸກເສີນຈາກອົງການອະນາໄມໂລກ ກໍຈະສ້າງຄວາມຫວັງໃໝ່ ແລະ ເປັນຄວາມຫວັງສູງສຸດໃນຂະນະນນີ້ທີ່ຈະເຮັດໃຫ້ໂລກຕໍ່ສູ້ກັບພະຍາດຮ້າຍນີ້ໄດ້ສຳເລັດ.