ຖ້າບໍ່ຈໍາເປັນ ຄວນມາເຝົ້າພຽງແຕ່ຄົນດຽວ ແລະ ງົດການມາຢ້ຽມຄົນເຈັບຢູ່ໂຮງໝໍຂອງພີ່ນ້ອງທຸກຄົນ

    0
    2186

    ເນື່ອງຈາກປັດຈຸບັນນີ້ໄດ້ມີຄົນເຂົ້າໄປນອນປິ່ນປົວຢູ່ໂຮງໝໍຈຳນວນຫຼາຍ, ຈຶ່ງເຮັດໃຫ້ແພດ ແລະ ພະນັກງານດ່ານໜ້າຈຳນວນໜຶ່ງເກີດການຕິດເຊື້ອ ເຊິ່ງສົ່ງຜົນກະທົບຕໍ່ການບໍລິການໃນໂຮງໝໍ, ແຕ່ໂຮງໝໍຂອງພວກເຮົາກໍຍັງສືບຕໍ່ເປີດບໍລິການ ເພື່ອຮັບໃຊ້ປິ່ນປົວປະຊາຊົນທີ່ເຈັບປ່ວຍຍ້ອນພະຍາດຕ່າງໆເໝືອນເຊັ່ນເຄີຍ.


    ດັ່ງນັ້ນ ທ່ານ ດຣ. ລັດຕະນະໄຊ ເພັດສຸວັນ ຫົວໜ້າກົມຄວບຄຸມພະຍາດຕິດຕໍ່, ກະຊວງສາທາລະນະສຸກ ໄດ້ກ່າວວ່າ ເພື່ອສະກັດກັ້ນບໍ່ໃຫ້ເກີດມີການແຜ່ເຊື້ອ, ຖ້າບໍ່ຈໍາເປັນ ກໍ່ຄວນມາເຝົ້າພຽງແຕ່ຄົນດຽວກໍ່່ພໍ ແລະ ງົດການມາຢ້ຽມຄົນເຈັບຢູ່ໂຮງໝໍຂອງພີ່ນ້ອງທຸກຄົນ. ສໍາຄັນ ແມ່ນໃຫ້ຕຽມພ້ອມສະບູ ຫຼື ນໍ້າຢາລ້າງມື, ຜ້າປິດປາກດັງໃຫ້ພຽງພໍຕໍ່ທັງຄົນເຈັບ ແລະ ຜູ້ມາເຝົ້າດ້ວຍ.

    ບັນດາທ່ານທີ່ຮັກແພງ ການຕໍ່ສູ້ກັບເຊື້ອໂຄວິດ ເໝືອນກັບວ່າເປັນການເຮັດສົງຄາມກັບສັດຕູທີ່ເບີ່ງບໍ່ເຫັນດ້ວຍຕາເປົ່າ ແລະ ບໍ່ຮູ້ວ່າເຊື້ອພະຍາດມັນຢູ່ຈຸດໃດແດ່ ສະນັ້ນ ທຸກຄົນ ຕ້ອງເຂັ້ມງວດໃນການລ້າງມືເລື້ອຍໆ ແລະ ແຍກຫ່າງຈາກຄົນອື່ນ.

    LEAVE A REPLY

    Please enter your comment!
    Please enter your name here

    This site uses Akismet to reduce spam. Learn how your comment data is processed.