ກົດໄລ້ ກົດແຊຣ໌ ດວງລາຍວັນ 11 ຕຸລາ ດວງການງານ ດວງການເງິນ ແລະ ດວງຄວາມຮັກ

    0
    773

    ຄົນເກີດວັນຈັນ:ການ​ງານ ການ​ເລີ່ມ​ເຮັດ​ທຸລະກິດ​ໃໝ່​ຮ່ວມ​ກັບຮຸ້ນ​ສ່ວນ​ຈະປະ​ສົບ​ຄວາມ​ສຳ​ເລັດ​ດີ ການ​ເງິນ ລະ​ວັງ​ເອກະສານ​ການ​ເງິນ​ເປັນ​ໂມ​ຄະ ຄວາມ​ຮັກ ໄລຍະນີ້​ທ່ານ​ຈະ​ບໍ່​ມີ​ເວລາ​ໃຫ້​ກັບ​ຄົນ​ຮັກ ຕ້ອງລະວັງຄວາມຫ່າງກັນ

    ຄົນເກີດວັນອັງຄານ:ການ​ງານ ສະຫຼຽວ​ສະຫຼາດ​ໃນ​ເລື່ອງ​ຂອງ​ການ​ໃຊ້​ຄຳ​ເວົ້າ​ສ້າງສັນ​ໂອ​ກາດ​ທີ່​ຈະ​ເຮັດໃຫ້​ຕົນເອງ​ນັ້ນ​ປະ​ສົບ​ຄວາມ​ສຳ​ເລັດ ກ້າວ​ໜ້າ​ ການ​ເງິນ ມີ​ເຫດ​ຕ້ອງ​ເສຍ​ເງິນ​ໂດຍ​ບໍ່ທັນຕັ້ງໂຕ ເພາະລາຍຈ່າຍຂ້ອນຂ້າງຫຼາຍ ຄວາມ​ຮັກ​ ເກີດ​ຄວາມຫ່າງໄກ​ກັນ​ຫຼາຍ​ຂຶ້ນ

    ຄົນເກີດວັນພຸດ:ການ​ງານ ເຮັດ​ທຸລະກິດ​ຮ່ວມ​ກັບຮຸ້ນ​ສ່ວນ​ໃນ​ລົງ​ທຶນ​ນ້ອຍ​ແຕ່​ໄດ້​ກຳ​ໄລງາມ ການ​ເງິນ ໄລຍະນີ້​ມີ​ໂຊກ​ຈະ​ໄດ້​ເງິນ​ເຂົ້າ​ມາ​ແຕ່​ກໍ​ຕ້ອງ​ລະ​ວັງ​ໃຜ​ບາງ​ຄົນ​ຢາກ​ຈະ​ມາ​ຢືມ​ເງິນ​ຂອງທ່ານ ຄວາມ​ຮັກ ຈະ​ຕົກ​ຢູ່ໃນ​ສະຖານະການ​ຮັກ​ຊ້ອນ​ແບບ​ຫຼີກເວັ້ນບໍ່​ໄດ້

    ຄົນເກີດວັນພະຫັດ:ການ​ງານ ປັບ​ປ່ຽນ​ກົນລະຍຸດ ​ແລະ ​ກາ​ນວາງ​ແຜນ​ໃນ​ຮູບ​ແບບ​ໃນ​ການ​ລົງ​ທຶນ​ທຸລະກິດຈະ​ປະ​ສົບ​ຄວາມ​ສຳ​ເລັດ ການ​ເງິນ ການເດີນທາງ​ໄກມີ​ໂອ​ກາດ​ທີ່​ຈະ​ໄດ້​ເງິນເພີ່ມ ຄວາມ​ຮັກ ຄົນ​ຮັກ ​ແລະ ​ທ່ານ​ຕ້ອງ​ໄປ​ທຸ່ມເທ​ເຮັດວຽກ​ເລີຍ​ບໍ່​ມີ​ເວລາ​ໃຫ້​ກັນເລີຍໃນໄລຍະນີ້

    ຄົນເກີດວັນສຸກ:ການ​ງານ ລົງ​ທຶນ​ເຮັດ​ທຸນ​ກິດຈະການ​ຂາຍ​ອາຫານ​ ຫຼ ື​ຂາຍເຂົ້າໜົມ​ໄດ້​ຜົນ​ກຳ​ໄລ​ດີ ການ​ເງິນ​ ມື້​ນີ້​ໂຊ​ກດີ​ຈະ​ໄດ້​ເງິນ​ເຂົ້າ​ມາຊ່ວຍໃນເລື່ອງຂອງລາຍຈ່າຍ ຄວາມ​ຮັກ ມີ​ໂອ​ກາດ​ພົບ​ຮັກ​ແບບ​ບໍ່ທັນຕັ້ງໂຕ ແຕ່ຕ້ອງລະວັງເລື່ອງຂອງໄລຍະທາງທີ່ຫ່າງໄກກັນ

    ຄົນເກີດວັນເສົາ:ການ​ງານ ທ່ານຕ້ອງ​ເຮັດ​ຫຼາຍ​ຫນ້າທີ່​ໄລຍະນີ້​ຈະ​ຈະວຸ່ນວາຍຫຼາຍ​ເປັນ​ພິເສດ ການ​ເງິນ ຈະ​ພົບ​ທັງ​ເລື່ອງ​ເສຍ​ເງິນ ​ແລະ ​ໄດ້​ເງິນ​ໃນ​ໄລຍະເວລາ​ໃກ້​ຄຽງ​ກັນ
    ຄວາມ​ຮັກ ​ ມີ​ຄວາມ​ສຸກ​ໃນ​ການ​ໃຊ້​ຊີວິດ​ຮັກ

    ຄົນເກີດວັນອາທິດ:ການ​ງານ ການ​ປັບ​ປ່ຽນ​ກົນ​ລະຍຸດຈະ​ເຮັດໃຫ້​ເກີດ​ຄວາມ​ສຳ​ເລັດ​ທີ່​ໜ້າ​ພໍ​ໃຈ ການ​ເງິນພົບ​ເລື່ອງ​ທັງ​ຮັບ​ທັງ​ຈ່າຍ​ໃນ​ໄລຍະເວລາ​ໃກ້​ຄຽງ​ກັນ ຄວາມ​ຮັກ ພົບ​ຄົນ​ເກັ່ງ ສ້າງສັນ ມີ​ຄວາມ​ເປັນ​ຜູ້​ນຳ ແລະ ​ຄວາມ​ສາມາດ​ທີ່​ເຮັດໃຫ້ຄົນຮັກປະທັບໃຈ

    LEAVE A REPLY

    Please enter your comment!
    Please enter your name here

    This site uses Akismet to reduce spam. Learn how your comment data is processed.