ສະຖານະການລະບາດຂອງໂຄວິດ-19 ມື້ນີ້ຕົວເລກການຕິດເຊື້ອຍັງສູງ ພົບຜູ້ຕິດເຊື້ອເພີ່ມຂຶ້ນ.ຂໍໃຫ້ທຸກຄົນປະຕິບັດມາດຕະການປ້ອງກັນເຊື້ອ, ຫຼີກລ້ຽງການໄປບ່ອນທີ່ມີຄົນຫຼາຍ, ຂໍໃຫ້ທຸກຄົນປອດໄພ ວັນທີ 10 ຕຸລາ 2021 ທົ່ວປະເທດກວດພົບຜູ້ຕິດເຊື້ອໂຄວິດໃໝ່ 508 ກໍລະນີ ສະຫຼຸບ ສະຖານະການລະບາດຂອງພະຍາດໂຄວິດ ຈາກຄະນະເພາະກິດ ທົ່ວປະເທດກວດພົບຜູ້ຕິດເຊື້ອໃໝ່, ແຂວງນະຄອນຫຼວງວຽງຈັນຜູ້ຕິດເຊື້ອໂຄວິດ 401 ຄົນ ( 1 ຄົນ ເປັນກໍລະນີນຳເຂົ້າ) ( 400 ຄົນ ໃນຊຸມຊົນ) , ແຂວງຈຳປາສັກມີຜູ້ຕິດເຊື້ອໂຄວິດ ຈຳນວນ: 4 ຄົນ (ໃນຊຸມຊົນ) , ແຂວງສະຫັວນນະເຂດມີຜູ້ຕິດເຊື້ອໂຄວິດ ຈຳນວນ : 10 ຄົນ (ໃນຊຸມຊົນ), ແຂວງຫຼວງພະບາງ 23 ຄົນ (ໃນຊຸມຊົນ) , ແຂວງບໍ່ແກ້ວ 13 ຄົນ (ໃນຊຸມຊົນ) , ແຂວງບໍລິຄຳໄຊ 28 ຄົນ (ໃນຊຸມຊົນ), ແຂວງວຽງຈັນ ( 11 ຄົນ ໃນຊຸມຊົນ) ,ແຂວງໄຊສົມບູນ 5 ຄົນ (ໃນຊຸມຊົນ) , ແຂວງຄຳມ່ວນ 13 ຄົນ (ໃນຊຸມຊົນ)
ສະນັ້ນຂໍໃຫ້ທຸກຄົນຢ່າປະໝາດ ໃຫ້ພາກັນຮັກສາມາດຕະການຢ່າງເຂັ້ມງວດ ບໍ່ປ່ອຍປະລະເລີຍຕໍ່ມາດຕະການໄປໃສມາໃສໃຫ້ໃສ່ຜ້າປິດປາກປິດດັງ ບໍ່ໄປສະຖານທີ່ແອອັດ ແລະ ມີຄົນຫຼາຍ ເພື່ອຫຼີກລ້ຽງໄລຍະຫ່າງທາງສັງຄົມ ແລະໃຫ້ໝັ່ນລ້າງມືທຸກຄັ້ງເວລາອອກໄປຂ້າງນອກ ຫຼື ຈັບບາຍສິ່ງຂອຕ່າງໆດ້ວຍເຈວແອວກໍຮໍ ສຸດທ້າຍຂໍໃຫ້ທຸກຄົນປອດໄພ ເຮົາຈະຜ່ານວິກິດຄັ້ງນີ້ໄປດ້ວຍກັນ