ສະຖານະການລະບາດຂອງໂຄວິດ-19 ມື້ນີ້ຕົວເລກການຕິດເຊື້ອຍັງສູງ ພົບຜູ້ຕິດເຊື້ອເພີ່ມຂຶ້ນ.ຂໍໃຫ້ທຸກຄົນປະຕິບັດມາດຕະການປ້ອງກັນເຊື້ອ, ຫຼີກລ້ຽງການໄປບ່ອນທີ່ມີຄົນຫຼາຍ, ຂໍໃຫ້ທຸກຄົນປອດໄພ ວັນທີ 9 ຕຸລາ 2021 ທົ່ວປະເທດກວດພົບຜູ້ຕິດເຊື້ອໂຄວິດໃໝ່ 425 ກໍລະນີ ສະຫຼຸບ ສະຖານະການລະບາດຂອງພະຍາດໂຄວິດ ຈາກຄະນະເພາະກິດ ທົ່ວປະເທດກວດພົບຜູ້ຕິດເຊື້ອໃໝ່ 425 ຕົວຢ່າງ , ແຂວງນະຄອນຫຼວງວຽງຈັນຜູ້ຕິດເຊື້ອໂຄວິດ 278 ຄົນ ( 5 ຄົນ ເປັນກໍລະນີນຳເຂົ້າ) ( 273 ຄົນ ໃນຊຸມຊົນ) , ແຂວງຈຳປາສັກມີຜູ້ຕິດເຊື້ອໂຄວິດ ຈຳນວນ: 7 ຄົນ (ໃນຊຸມຊົນ) , ແຂວງສະຫັວນນະເຂດມີຜູ້ຕິດເຊື້ອໂຄວິດ ຈຳນວນ : 21 ຄົນ ( 1 ຄົນ ເປັນກໍລະນີນຳເຂົ້າ) ( 20 ຄົນ ໃນຊຸມຊົນ), ແຂວງສາລະວັນ: 3 ຄົນ (ໃນຊຸມຊົນ) , ແຂວງຫຼວງພະບາງ 51 ຄົນ (ໃນຊຸມຊົນ) , ແຂວງບໍ່ແກ້ວ 18 ຄົນ (ໃນຊຸມຊົນ) , ແຂວງບໍລິຄຳໄຊ 13 ຄົນ (ໃນຊຸມຊົນ), ແຂວງວຽງຈັນ ( 19 ຄົນ ໃນຊຸມຊົນ) ,ແຂວງໄຊສົມບູນ ຄົນ (ໃນຊຸມຊົນ) , ແຂວງຫຼວງນ້ຳທາ 7 ຄົນ (ໃນຊຸມຊົນ) , ແຂວງຊຽງຂວາງ 2 ຄົນ (ໃນຊຸມຊົນ)
ສະນັ້ນຂໍໃຫ້ທຸກຄົນຢ່າປະໝາດ ໃຫ້ພາກັນຮັກສາມາດຕະການຢ່າງເຂັ້ມງວດ ບໍ່ປ່ອຍປະລະເລີຍຕໍ່ມາດຕະການໄປໃສມາໃສໃຫ້ໃສ່ຜ້າປິດປາກປິດດັງ ບໍ່ໄປສະຖານທີ່ແອອັດ ແລະ ມີຄົນຫຼາຍ ເພື່ອຫຼີກລ້ຽງໄລຍະຫ່າງທາງສັງຄົມ ແລະໃຫ້ໝັ່ນລ້າງມືທຸກຄັ້ງເວລາອອກໄປຂ້າງນອກ ຫຼື ຈັບບາຍສິ່ງຂອຕ່າງໆດ້ວຍເຈວແອວກໍຮໍ ສຸດທ້າຍຂໍໃຫ້ທຸກຄົນປອດໄພ ເຮົາຈະຜ່ານວິກິດຄັ້ງນີ້ໄປດ້ວຍກັນ