ເວລາປະມານ 23-24 ໂມງຂອງຄືນວັນທີ 30 ເດືອນກັນຍາ ຜ່ານມາ ໄດ້ເກີດເຫດຝົນຕົກຫນັກແລະຟ້າເຫລື້ອມ. ຈາກນັ້ນ ໄດ້ເກີດຟ້າຜ່າໃສ່ຕົ້ນໂພທີ່ຢູ່ແຄມນ້ຳແບງ ເປັນເຫດເຮັດໃຫ້ງົວຂອງປະຊາຊົນທີ່ມັດຢູ່ກ້ອງຕົ້ນໂພຕາຍຈຳນວນ 9 ໂຕ. ທ່ານ ຈຸມ ປັນຍາສັກ ປະຊາຊົນຢູ່ບ້ານ ຍໍ້ ເມືອງແບງ ແຂວງອຸດົມໄຊ ເຈົ້າຂອງງົວ ລາຍງານໃຫ້ຮູ້ວ່າ ງົວທີ່ຕາຍທັງຫມົດແມ່ນເປັນງົວຂອງຕົນເອງທີ່ລ້ຽງມາຫລາຍປີແລ້ວ ລວມມີທັງຫມົດ 15 ໂຕ.
ການລ້ຽງແມ່ນໄດ້ປູກຫຍ້າເປັນສວນ ພ້ອມທັງໄດ້ເຮັດຄອກເປັນຢ່າງດີ ແຕ່ມາໄລຍະລະດູແລ້ງເຫັນວ່າ ຫຍ້າທີ່ປູກບໍ່ພຽງພໍກັບຄວາມຕ້ອງການໃຫ້ງົວກິນ ຈິ່ງໄດ້ນຳເອົາງົວມາລ້ຽງຢູ່ແຄມນ້ຳແບງ ພ້ອມທັງອາໄສຕົ້ນໂພໃຫຍ່ເປັນບ່ອນແຫລ່ງ ແລະ ເພື່ອເປັນຮົ່ມໃຫ້ແກ່ງົວ, ມາຮອດ ຕອນແລງຂອງວັນດັ່ງກ່າວ ຕົນເອງໄດ້ນໍາງົວມາມັດໄວ້ກ້ອງຕົ້ນໂພຕາມປົກກະຕິຄືຜ່ານມາ ພໍຮອດເວລາເວລາປະມານ 23-24 ໂມງຂອງຄືນວັນທີ 30 ກັນຍາຜ່ານມາ ໄດ້ເກີດເຫດຝົນຕົກຫນັກແລະຟ້າເຫລື້ອມແຮງ.
ຈາກນັ້ນ ໄດ້ເກີດຟ້າຜ່າໃສ່ຕົ້ນໂພບ່ອນທີ່ຕົນເອງມັດງົວໄວ້ ເຮັດໃຫ້ກະແສຟ້າຜ່າລົງໃສ່ງົວຕາຍຈຳນວນ 9 ໂຕ ໃນນັ້ນມີງົວເພດແມ່ຈຳນວນ 6 ໂຕ ແລະ ເພດຜູ້ 3 ໂຕ ຍັງເຫລືອແຕ່ 6 ໂຕ, ເຊົ້າມື້ຕໍ່ມາ ເວລາ ປະມານ 6 ໂມງຕົນເອງກໍໄດ້ກະກຽມເພື່ອຈະນຳງົວໄປປ່ອຍກິນຫຍ້າຕາມປົກກະຕິຄືທຸກມື້ ພໍໄປເຖິງ ກໍເຫັນງົວຕາຍເປັນກອງຢູ່ກ້ອງຕົ້ນໂພ, ຈິ່ງເກີດປະຫຼາດໃຈວ່າ ງົວຕາຍຍ້ອນຫຍັງ.
ຈາກນັ້ນ, ໄດ້ແຈ້ງໃຫ້ສັດຕະວະແພດຂອງເມືອງແບງເພື່ອມາກວດກາຊາກຂອງງົວເພື່ອຊອກຫາສາເຫດຂອງການຕາຍ ພ້ອມທັງໄດ້ແຈ້ງທາງອົງການປົກຄອງເມືອງເຂົ້າມາເບິ່ງນຳ.
ຜ່ານການກວດກາ, ສັນນະສູດເບິ່ງເຫດການຕົວຈິງ ປາກົດວ່າ ເຫັນຮອຍຟ້າຜ່າຕົ້ນໂພຈາກປາຍລົງຫາພື້ນດິນເຮັດໃຫ້ກິ່ງ, ງ່າຕົ້ນໂພຈຳນວນຫນຶ່ງແຕກຫັກ ແລະ ເຫັນເປັນຮອຍຄ້າຍຄືໄຟໄຫມ້ເປັນຈຸດຕາມຕົນໂຕຂອງງົວ ເຊິ່ງຄາດວ່າຖຶກກະແສໄຟຈາກຟ້າຜ່າ.
ຕໍ່ກັບເຫດການທີ່ເກີດຂຶ້ນ ເຮັດໃຫ້ທ່ານ ຈຸມ ປັນຍາສັກ ສຸນເສຍງົວ, ທືນຮອນໃນການລ້ຽງດູ ລວມມູນຄ່າເສຍຫາຍເກືອບ 50 ລ້ານກີບ. ປັດຈຸບັນພາກສ່ວນກ່ຽວຂ້ອງຂອງເມືອງໂດຍສະເພາະແມ່ນຫ້ອງການກະສິກຳແລະປ່າໄມ້ເມືອງໄດ້ແນະນຳຊ່ອງທາງໃນການຊ່ວຍເຫລືອແກ່ເຈົ້າຂອງງົວ.