ເຊື່ອວ່າຫຼາຍໆຄັ້ງເຮົາຈະເຫັນຂ່າວເພື່ອນຮັກຫັກຫຼ່ຽມໂຫດ ບໍ່ສະເພາະແຕ່ເລື່ອງຜົນປະໂຫຍດທາງທຸລະກິດ ລື ຄວາມຮັກເທົ່ານັ້ນ ແຕ່ແມ້ກະທັ້ງເລື່ອງຫວຍ ຫຼືເລື່ອງເງິນຄໍາກໍ່ຂັດແຍ້ງກັນໄດ້ ແລະ ມັກຈະເປັນຂ່າວໃຫ້ເຫັນຢູ່ສະເໝີ ແຕ່ນັ້ນກໍ່ບໍ່ໄດ້ໝາຍຄວາມວ່າ ເພື່ອນແທ້ຊິບໍ່ມີຢູ່ຈິງ.
ມື້ນີ້ແອັດຈະພາແຟນເພຈມາຮູ້ຈັກກັບສອງສາວສ່ຽວຮັກ ທີ່ດວງເຮັງໂຊກດີຖືກລາງວັນທີ 1 ໄດ້ 6ລ້ານບາດ ເປັນສອງສາວສຸດຊີ້ຈາກເມືອງເລີຍ ທີ່ມີຄວາມຈິງໃຈ ແລະ ຄວາມຊື່ສັດຕໍ່ກັນ ທ່າມກາງສັງຄົມປັດຈຸບັນທີ່ຫາຄວາມຈິງໃຈນັ້ນຍາກເຫຼືອເກີນ.
ໂດຍສອງສາວນີ້ ຊື່ສາວອ໊ອບ ແລະ ສາວແມວ ອາຍຸ 35 ປີທັ້ງຄູ່ເປັນຊາວບ້ານນໍ້າສວຍ ອໍາເພີເມືອງ ຈັງຫວັດເລີຍ ປະເທດໄທ ແຕ່ຍ້ອນເຫັນວ່າເປັນເລື່ອງໜ້າຮັກ ແລະ ມິດຕະພາບແບບນີ້ມັນຫາຍາກ ຈຶ່ງຢາກນໍາມາແບ່ງປັນໃຫ້ທຸກຄົນຮູ້ນໍາ.
ເຊິ່ງກ່ອນມື້ຫວຍອອກສອງສາວໄດ້ໂອ້ລົມ ແລະ ເວົ້າກັນວ່າ ຫາກໃຜຖືກຫວຍລາງວັນທີ 1 ຈະແບ່ງເງິນໃຫ້ກັນຄົນລະເຄິ່ງ ແລະ ໃນທີ່ສຸດກໍ່ຖືກແທ້ ໃນງວດວັນທີ 16 ສິງຫາ 2021 ທີ່ຜ່ານມາ ເມື່ອໄດ້ຮັບເງິນມາແລ້ວ ທັ້ງຄູ່ກໍ່ໄດເແບ່ງກັນຕາມສັນຍາ ທ່າມກາງສຽງຄົນອ້ອມຂ້າງທີ່ຕ່າງກໍ່ພາກັນດູຖູກວ່າ ຈັກໜ້ອຍພວກມັນກໍ່ຜິດກັນ.
ແນວໃດກໍ່ຕາມ ທັງສອງຄົນບໍ່ໄກ້ສົນໃຈຄໍາເວົ້າຄົນອື່ນເລີຍ ພວກເຂົາຍັງແບ່ງເງິນກັນຕາມສັນຍາ ເຊິ່ງຖືເປັນເລື່ອງດີ ເປັນມິດຕະພາບລະຫວ່າງໝູ່ທີ່ໜ້າຮັກຫຼາຍ ແລະ ຫາຍາກຫຼາຍເຊັ່ນກັນ ແອັດເອງກໍ່ຂໍສະແດງຄວາມຍິນດີນໍາທັງສອງເດີ້.