ດ່ວນ! ປັບຂຶ້ນລາຄານໍ້າມັນເຊື້ອໄຟຂອບເຂດທົ່ວປະເທດ ເລີ່ມມື້ອື່ນເຊົ້າ

    0
    982

    ກະຊວງອຸດສາຫະກໍາ ແລະ ການຄ້າ ອອກແຈ້ງການກ່ຽວກັບລາຄານໍ້າມັນເຊື້ອໄຟຄືແຈ້ງປັບຂຶ້ນລາຄານໍ້າມັນເຊື້ອໄຟທຸກຊະນິດໃນຂອບເຂດທົ່ວປະເທດ ໂດຍມີລາຍລະອຽດຕາມເນື້ອໃນແຈ້ງການສະບັບນີ້

    ລາຄາໃຫມ່ນີ້ໃຫ້ເລີ່ມປະຕິບັດ ວັນທີ 8 ຕຸລາ 2021; ເວລາ 06:00 ໂມງ ໃນຂອບເຂດທົ່ວປະເທດ.
    ເຊິ່ງການປັບລາຄາໃນຄັ້ງນີ້ແມ່ນໄດ້ຫຼຸດຄັງແຮນໍ້າມັນເຊື້ອໄຟທຸກຊະນິດລົງຄື ຄັງແຮນໍ້າມັນແອັດຊັງພິເສດຫຼຸດລົງ 120 ກີບ/ລິດ, ຄັງແຮນໍ້າມັນແອັດຊັງທໍາ ມະດາ 90 ກີບ/ລິດ,

    ປັບຂຶ້ນລາຄານໍ້າມັນເຊື້ອໄຟທຸກຊະນິດຄື ນໍ້າມັນແອັດຊັງພິເສດປັບຂຶ້ນ 560 ກີບ/ລິດ, ນໍ້າາມັນແອັດຊັງທໍາມະກາ ປັບຂຶ້ນ 530 ກີບ/ລິດ ແລະນໍ້ມັນກາຊວນ ປັບຂຶ້ນ 570 ກີບ/ລິດ.
    ການຄິດໄລ່ເສຍພັນທະ ແລະ ຄ່າທໍານຽມຕ່າງໆ ແມ່ນໃຫ້ພາກສ່ວນກ່ຽວຂ້ອງ ຄິດໄລ່ເກັບຕາມທີ່ໄດ້ກໍານົດໄວ້ ໃນໂຄງສ້າງລາຄານໍ້າມັນເຊື້ອໄຟ

    ສະບັບເລກທີ 661/ກຄພນ, ລົງວັນທີ 07 ຕຸລາງ 2021 ຈົນກວ່າຈະມີການປ່ຽນແປງ.

    LEAVE A REPLY

    Please enter your comment!
    Please enter your name here

    This site uses Akismet to reduce spam. Learn how your comment data is processed.