ການນຳແຂວງຈຳປາສັກ ຕິດຕາມຊຸກຍູ້ແລະໃຫ້ກຳລັງໃຈພະນັກງານແພດໝໍທີ່ສູນປິ່ນປົວວິທະຍາໄລການເງິນພາກໃຕ້

    0
    341

    ໃນຕອນບ່າຍວັນທີ 6 ຕຸລາ 2021 ການນຳແຂວງຈຳປາສັກ ນຳໂດຍ ທ່ານ ວິໄລວົງ ບຸດດາຄຳ ເຈົ້າແຂວງຈຳປາສັກ ໄດ້ເຄື່ອນໄຫວຕິດຕາມຊຸກຍູ້ ແລະ ໃຫ້ກຳລັງໃຈແກ່ພະນັກງານແພດໝໍ ທີ່ສູນປິ່ນປົວຜູ້ຕິດເຊື້ອໂຄວິດ-19 ວິທະຍາໄລການເງິນພາກໃຕ້ ນະຄອນປາກເຊ ແຂວງຈຳປາສັກ.


    ໂອກາດນີ້ການນຳແຂວງໄດ້ຟັງລາຍງານສະພາບການປິ່ນປົວຜູ້ຕິດເຊື້ອໂຄວິດ-19 ຈາກຜູ້ອຳນວຍການ,ຮອງອຳນວຍການໂຮງໝໍພາກສະໜາມ ປະຈຳທີ່ສູນປິ່ນປົວວິທະຍາໄລການເງິນພາກໃຕ້, ພ້ອມນີ້ກໍໄດ້ໂອ້ລົມ ແລະມອບຂອງຂວັນຈຳນວນໜຶ່ງ ແກ່ແພດໝໍ ແລະເຈົ້າໜ້າທີ່ ທີ່ສູນດັ່ງກ່າວ.


    ທ່ານເຈົ້າແຂວງຈຳປາສັກ ໄດ້ກ່າວສະແດງຄວາມຍ້ອງຍໍຊົມເຊີຍ ຕໍ່ນໍ້າໃຈຄວາມເສຍສະຫຼະອັນສູງສົ່ງຂອງພະນັກງານແພດໝໍ ທີ່ເປັນປ້ອມດ່ານໜ້າ ໃນການປິ່ນປົວຄົນເຈັບເວົ້າລວມ ເວົ້າສະເພາະຜູ້ປະເຊີນໜ້າໂດຍກົງກັບການປິ່ນປົວຜູ້ຕິດເຊື້ອພະຍາດໂຄວິດ-19.ພ້ອມທັງເນັ້ນໃຫ້ສືບຕໍ່ຮັກສາມູນເຊື້ອຄວາມມານະອົດທົນ,ຍຶດໝັ້ນຕາມຈັນຍາບັນຈັນຍາທຳຂອງແພດ.


    ໃນນາມອົງການປົກຄອງແຂວງພ້ອມທີ່ໃຫ້ກຳລັງໃຈຊຸກຍູ້ສະໜັບສະໜູນ, ຊ່ວຍເຫຼືອ ແລະ ປະຕິບັດນະໂຍບາຍຕາມເງື່ອນ ເພື່ອເຮັດໃຫ້ການປິ່ນປົວຜູ້ຕິດເຊື້ອ ໂຄວິດ 19 ມີປະສິດທິຜົນ ແລະ ຈະພ້ອມກັບແພດໝໍທຸກຄົນ ເພື່ອຜ່ານຜ່າວິກິດການໂຄວິດ 19ໃນຄັ້ງນີ້ ໄປດ້ວຍກັນ.

    ເກດສະໜາ ແກ້ວສຸວັນນະແສງ

    LEAVE A REPLY

    Please enter your comment!
    Please enter your name here

    This site uses Akismet to reduce spam. Learn how your comment data is processed.