ຄົນເກີດວັນຈັນ:ການງານຈະພົບອຸປະສັກທາງດ້ານການງານແຕ່ຈະໄດ້ຜົນທີ່ດີ ຫຼືໄດ້ຜົນກຳໄລຫຼາຍຂຶ້ນ ການເງິນຈະພົບເລື່ອງທີ່ເຮັດໃຫ້ຕ້ອງເສຍເງິນຕະຫຼອດໃນໄລຍະນີ້ ບໍ່ສາມາດວາງແຜນການໃຊ້ຈ່າຍໄດ້ ຄວາມຮັກຈະພົບເລື່ອງຄວາມຮັກທີ່ມີບັນຫາ ເກີດສະຖານະການຮັກຊ້ອນກໍເປັນໄປໄດ້ ເຄື່ອງມຸງຄຸນເພັດສີແດງ ສີມຸງຄຸນສີເທົາ ເລກນຳໂຊກ5
ຄົນເກີດວັນອັງຄານ:ການງານການເຈລະຈາຕໍ່ລອງເກີດຄວາມສຳເລັດ ປະສົບຄວາມກ້າວໜ້າ ການເງິນຈະສາມາດຫາເງິນໄດ້ຢ່າງຕໍ່ເນື່ອງ ແລະ ເກີດຄວາມໂຊກດີສະເໝີ
ຄວາມຮັກ ຈະພົບຄົນຮັກທີ່ມີເກນອາຍຸນ້ອຍກວ່າ ພົບກັນຈາກການເຮັດວຽກງານກໍເປັນໄປໄດ້ ເຄື່ອງມຸງຄຸນຫິນນໍາໂຊກສີບົວ ສີມຸງຄຸນສີເຫຼືອງ ເລກນຳໂຊກ9
ຄົນເກີດວັນພຸດ:ການງານເຮັດທຸລະກິດຫຍັງກໍຈະພົບຄວາມເລັ່ງຮີບ ແຕ່ກໍສາມາດປະສົບຄວາມສຳເລັດທີ່ດີໄດ້ ການເງິນເບິ່ງຄືຈະຢາກໄດ້ສິ່ງຂອງບາງຢ່າງ ແຕ່ກໍພະຍາຍາມຕັດໃຈເພາະຢາກຈະປະຢັດຫຼາຍກວ່າ ຄວາມຮັກໃນໄລຍະນີ້ຈະພົບສະຖານະການຮັກຊ້ອນກໍເປັນໄປໄດ້ ເຄື່ອງມຸງຄຸນຄໍາ ສີມຸງຄຸນ ສີຂາວ ເລກນຳໂຊກ9
ຄົນເກີດວັນພະຫັດ:ການງານເຮັດວຽກໃດໆ ກໍຈະປະສົບຄວາມສຳເລັດໄດ້ດີຂຶ້ນຢ່າງທີ່ຕົນເອງນັ້ນຄາດຫວັງ ການເງິນພະຍາຍາມຫາເລື່ອງໃຊ້ເງິນ ເພາະຕົນເອງນັ້ນສາມາດຫາເງິນເຂົ້າມາເພີ່ມໄດ້ເລື້ອຍໆ ຄວາມຮັກມີໂອກາດສ້າງຄວາມສຳພັນອັນດີກັບຄົນຮັກໃນໄລຍະນີ້ກໍເປັນໄປໄດ້ ເຄື່ອງມຸງຄຸນຄໍາ ສີມຸງຄຸນສີດໍາ ເລກນຳໂຊກ5
ຄົນເກີດວັນສຸກ:ການງານການຕິດຕໍ່ງານພົບອຸປະສັກ ແຕ່ກໍຈະພົບຄວາມສຳເລັດທີ່ດີຕາມມາ ການເງິນຫາເງິນໄດ້ຈາກການລົງທຶນກິດຈະການຊຶ່ງນຳພາຕົນໄປສູ່ຄວາມຮັ່ງມີ
ຄວາມຮັກຍັງບໍ່ລົງຕົວໃນເລື່ອງຄວາມສຳພັນດ້ານຄວາມຮັກ ເພາະເລື່ອງຂອງອາລົມ ແລະ ຄວາມໃຈຮ້ອນ ເຄື່ອງມຸງຄຸນໄຂ່ມຸກ ສີມຸງຄຸນສີຟ້າ ເລກນຳໂຊກ9
ຄົນເກີດວັນເສົາ:ການງານຄວນເຮັດທຸລະກິດຈະການທີ່ລົງທຶນຕ່ຳ ແຕ່ໄດ້ກຳໄລງາມຈຶ່ງຈະດີ ການເງິນຈະໄດ້ເງິນຈາກງານພິເສດເຂົ້າມາຈຳນວນໜຶ່ງໃນໄລຍະນີ້ ຄວາມຮັກຈະຫາໃຜບາງຄົົນທີ່ຈະເຂົ້າມາຊ່ວຍກັນເຮັດມາຫາກິນຫຼາຍກວ່າ ເຄື່ອງມຸງຄຸນຫິນນໍາໂຊກສີແດງ ສີມຸງຄຸນສີເທົາ ເລກນຳໂຊກ8
ຄົນເກີດວັນອາທິດ:ການງານເຮັດວຽກເມື່ອຍ ແລະ ຜົນຕອບແທນບໍ່ຄ່ອຍຄຸ້ມຄ່າປານໃດ ແຕ່ຈະໄດ້ຜົນຕອບຮັບທີ່ດີ ການເງິນຫາເງິນໄດ້ຢ່າງຕໍ່ເນື່ອງ ແລະ ມີຜູ້ໃຫຍ່ໃຫ້ການອຸປະຖຳທາງດ້ານການເງິນ ຄວາມຮັກໄລຍະນີ້ຄວາມຮັກໂດດເດັ່ນ ມີໂອກາດພົບຮັກແບບບໍ່ທັນຕັ້ງໂຕກໍເປັນໄປໄດ້ ເຄື່ອງມຸງຄຸນເພັດສີບົວ ສີມຸງຄຸນສີນໍ້າຕານ ເລກນຳໂຊກ1